

![]()
ວຕກ ຂຸ້ນຂ້ຽວກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ
ເວລາອອກຂ່າວ: 2023-02-07 08:48:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:
ກອງປະຊຸມກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ ຂອງວິທະຍາຄານເຕັກນິກການ ທະຫານກອງທັບ (ວຕກ) ໄດ້ ຈັດຂຶ້ນໃນວັນທີ 27 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ບັນດາຄະນະພັກຮາກຖານ, ຄະ ນະໜ່ວຍພັກທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳບົກ ເພັດດາວອນ ຮອງຫົົວໜ້າຫ້ອງການເມືອງ ໄດ້ຜ່ານບົດແນະນຳຂອງ ກົມໃຫຍ່ການເມືອງກອງທັບ ແລະ ບົດແນະນຳຂອງຄະນະພັກ ວິທະຍາຄານເຕັກນິກການທະຫານ ວ່າດ້ວຍການ ກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວອົົງຄະນະພັກ ວຕກ ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2381/ຄພກປທ ລົງວັນທີ 20 ມິຖຸນາ 2018 ແລະ ບົດແນະນຳກົມໃຫຍ່ການເມືອງກອງທັບ ສະບັບເລກທີ 5336/ກມທ, ລົງວັນທີ 16 ກັນຍາ 2022 ວ່າດ້ວຍການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ໃນທົົົ່ວກອງທັບ ແລະ ບົດຄຳສັ່ງແນະນຳຂອງຄະນະພັກ ວິທະຍາຄານເຕັກນິກການທະຫານ ວ່າດ້ວຍການດຳເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວວິທະຍາຄານ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ບັນດາໜ່ວຍພັກຮາກຖານ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເນື້ອໃນແຜນການກ່ຽວກັບການດຳເນີນກອງປະຊຸມໃຫຍ່ຮາກຖານພັກທົ່ວ ວຕກ ຢ່າງຖືກຕ້ອງ, ເປັນບັ້ນດຳເນີນຊີວິດການເມືອງປົວແປງພາຍໃນພັກ, ສັງເກດຕີລາຄາຄືນ ແບບແຜນວິທີນຳພາ, ວິທີເຮັດວຽກ, ປັບປຸງບູລະນະອົງການນຳພາຂອງພັກ ໃຫ້ມີຄວາມປອດໃສເຂັ້ມແຂງ, ໜັກແໜ້ນ; ສາມາດນຳພາ, ບັນຊາໜ່ວຍພັກຂອງຕົນ ໃຫ້ມີຄວາມເຂັ້ມແຂງ ຮັບປະກັນຄວາມສາມັກຄີ ເປັນເອກະພາບສູງຢູ່ພາຍໃນພັກ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງ ອົງຄະນະພັກ ວິທະຍາຄານເຕັກນິກການທະຫານ ວາງອອກ ໄປຄຽງຄູ່ກັບຂະບວນການປິ່ນອ້ອມ ວຕກ. ໃນກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂ, ຂັ້ນຕອນທາບທາມບຸກຄະລາກອນ ຜູ້ທີ່ຈະເລືອກເຟັ້ນເຂົ້າໃນຄະນະໜ່ວຍຊຸດໃໝ່ ໃຫ້ພຽບພ້ອມໄປດ້ວຍ ຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດ, ແບບແຜນວິທີນຳພາເຮັດວຽກ ແລະ ມີສຸຂະພາບແຂງແຮງດີ.
ໃນໂອກາດດຽວກັນ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ແຕ່ລະໜ່ວຍພັກຮາກຖານ, ບັນດາອະນຸກຳມະການ, ຄະນະຊີ້ນຳ ທຸກພາກສ່ວນຈົ່ງຍົກສູງຄວາມຮັບຜິດຊອບ, ຕິດຕາມກວດກາເນື້ອໃນ, ກະກຽມແຜນການເປີດກອງປະຊຸມໃຫຍ່ ໜ່ວຍພັກຮາກຖານໃຫ້ຈັດຂຶ້ນພ້ອມກັນຢ່າງເປັນຂະບວນ, ທັນກັບເວລາ, ສາມັກຄີກັນເຮັດຈົນສຳເລັດ ເພື່ອເປັນບ່ອນອີງໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ວິທະຍາຄານຄັ້ງທີ 3 ໃຫ້ດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ.
ໂດຍ: ເພັດນາລີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ