ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບ​ຕີ​ລາຄາ​ຜົນ​ການຈັດຕັ້ງ​ປະຕິບັດ​ ດຳລັດ 414 ຂອງ​ລັດຖະບານ​ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-07 09:10:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ຜົນ​ການຈັດຕັ້ງ​ປະຕິບັດ​ດຳລັດ 414 ລັດຖະບານ​ປະຈຳ​ປີ 2022 ແລະ​ ທິດ​ທາງ​ແຜນການ​ປີ 2023 ຢູ່​ແຂວງ​ໄຊສົມບູນ​ໃນ​ວັນ​ທີ 6 ກຸມພາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຜູ້​ຊີ້​ນຳ​ແຂວງໄຊສົມ ບູນ, ມີ​ ສະຫາຍ ພົນ​ໂທ ຄຳລຽງ ອຸ​ທະ​ໄກສອນກຳມະການ​ ສູນ​ກາງ​ພັກ, ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າກົມ​ໃຫຍ່​ເສນາ​ທິ​ການກອງທັບ, ຫ້ອງ​ວ່າການ​ລັດຖະບານ, ມີ​ສະຫາຍຮອງລັດຖະມົນຕີ​ກະຊວງ​ທີ່​ກ່ຽວຂ້ອງ, ຄະນະຮັບຜິດຊອບ, ພະແນກການ, ຕະຫຼອດ​ຮອດ ອະນຸ​ກຳມະການ ແລະ ບັນດາ​ຫົວໜ່ວຍ​ທຸລະ​ກິດ ເຂົ້າ​ຮ່ວມ. ສະຫາຍ ຜອຍ​ຄຳ ຮຸ່ງ​ບຸນ​ຍວງ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ໄຊ​ສົມບູນ ໄດ້​ຜ່ານ​ບົດ​ສະຫຼຸບ​ຜົນ​ການຈັດຕັ້ງ​ປະຕິບັດ​ຕາມ​ດຳລັດ ເລກ​ທີ 414 ຂອງ​ລັດຖະບານ ໃນ​ແຕ່​ລະ​ດ້ານ​ເປັນຕົ້ນ​ແມ່ນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່​ຊີ້​ນຳ​ຢ່າງ​ແຂງແຮງ​ຕໍ່​ຂົງເຂດ​ວຽກ​ງານ ​ປກຊ-​ປກສ ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ປະຈຳ 12 ບ້ານ​ຈຸດ​ສຸມ, ປັບປຸງ​ວຽກ​ງານ​ຕາ​ໜ່າງ ​ປກຊ-​ປກສ ຢູ່​ຂັ້ນ​ຮາກ​ຖານ ໄປ​ພ້ອມ​ກັບ​ການ​ປຸກລະດົມ​ປະຊາຊົນ​ບັນດາເຜົ່າ​ເຂົ້າ​ຮ່ວມ​ການຈັດຕັ້ງ​ປະຕິບັດ​ແນວທາງ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ, ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 16 ບ້ານ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ 8 ບ້ານ. ນອກນັ້ນ​, ຍັງ​ສຸມ​ໃສ່​ຈັດ​ຕັ້ງ​ວາລະ​ແຫ່ງ​ຊາດ​ຂອງ​ພັກ ​ແລະ​ ລັດຖະບານ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ການ​ລັກລອບ​ຂຸດ​ຄົ້ນ​ແຮ່​ທາດ, ຕັດ​ໄມ້​ທຳລາຍ​ປ່າ, ປ້ອງ​ກັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ສຳຄັນ​ຕ່າງໆ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ກໍ່​ຍັງ​ຊຸກຍູ້ສົ່ງເສີມ ແລະ ດຶງ​ດູດ​ນັກ​ລົງທຶນ ທັງ​ພາຍ​ໃນ​ ແລະ​ ຕ່າງປະເທດ, ຜູ້​ປະກອບ​ການ​ທີ່​ມີ​ຄຸນ​ນະ​ພາບເຂົ້າ​ມາ​ລົງທຶນ ແລະ ພັດທະນາ ຢູ່​ແຂວງ​ໄຊ​ສົມບູນ ໃຫ້​ມີ​ລະດັບ ການ​ພັດທະນາ​ເສດຖະກິດ-ສັງຄົມ​ທຽບ​ທັນ​ກັບ​ບັນດາ​ແຂວງອື່ນໆ ​ແລະ​ ໄດ້​ເຊັນ​ສັນຍາ​ສຳ​ປະທານ​ພັດທະນາ​ໂຄງການ(MOU) ທັງ​ໝົດ 18 ໂຄງການ​ມູນ​ຄ່າ 50.789.201 ໂດ​ລາ​ ສະຫະລັດ, ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ 34 ໂຄງການ, ຂັ້ນ​ແຂວງ​ຄຸ້ມ​ຄອງ 62 ໂຄງການ​ມູນ​ຄ່າ​ການ​ລົງ​ທືນ 175 ຕື້​ກີບ​ ແລະ 571 ລ້ານ​ໂດ​ລາ​ສະຫະລັດ, ຂະແໜງ​ກະສິກຳ​ໄດ້​ມີ​ໂຮງງານ​ຜະລິດ​ເສັ້ນ​ລ້ອນ​ມັນ​ສາຄູ, ໂຮ​ງານ​ປຸງ​ແຕ່ງ​ຜະລິດ​ຕະ​ພັນ​ກະສິກຳ​ພຶດ​ເປັນ​ຢາ, ສູນ​ບໍລິການ​ເຕັກນິກ​ກະສິກຳ-ປ່າໄມ້​ສອງ​ແຫ່ງ, ກຸ່ມ​ປູກຝັງ​ລ້ຽງສັດ 96 ກຸ່ມ.ໃນ​ນີ້​, ກຸ່ມ​ລ້ຽງ​ງົວ 58 ກຸ່ມ, ລ້ຽງ​ໝູ 1 ກຸ່ມ, ພືດ​ພັກ 14 ກຸ່ມ. ຂະແໜງ​ການທ່ອງທ່ຽວ​ມີ​ທັງໝົດ 73 ແຫ່ງ, ທາງ​ທຳ​ມະ​ຊາດ 57 ແຫ່ງ, ປະຫວັດສາດ 10 ແຫ່ງ, ວັດທະນະທຳ 6 ແຫ່ງ, ຂະແໜງ​ພະລັງງານ ​ແລະ​ ບໍ່​ແຮ່​ໄດ້​ສຳ​ຫຼວດ​ ແລະ ​ສືກ​ສາ​ທັງ​ໝົດ 12 ໂຄງການ, ໄຟຟ້າ 3 ໂຄງການ, ກຳລັງ​ດຳເນີນກໍ່ສ້າງ 7 ໂຄງການ, ຂັ້ນ​ຕອນ​ສືກ​ສາ​ສຳ​ຫຼວດ 2 ໂຄງການ, ຂະແໜງ​ເຊື່ອມ​ຈອດ-ເຊື່ອມ​ໂຍງ​ ໄດ້​ຍົກ​ລະດັບ​ເສັ້ນທາງ​ປູຢາງ​ສອງ​ຊັ້ນ, ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 5 B ເຊື່ອມ​ຈອດ​ໃສ່​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 13 ເໜືອ, ຍົກ​ລະດັບ​ເສັ້ນທາງ​ປູ​ແຮ່​ໃຫ້​ມີ​ຄວາມ​ສະດວກ​ໃນ​ການ​ສັນຈອນ. ໃນ​ປີຜ່ານມາ​ແຂວງ​ມີ​ລາຍ​ຮັບ​ທັງ​ໝົດ 412.46 ຕື້​ກີບ ເທົ່າ​ກັບ 88,57% ຂອງ​ແຜນການ. ນອກ​ນັ້ນ​, ກໍຕ້ອງ​ຄຸ້ມ​ຄອງ​ດ້ານ​ງົບ​ປະມານ, ການ​ເງິນ​ລະຫວ່າງ​ສູນກາງ ແລະ ທ້ອງຖິ່ນ​ໃຫ້​ກົມກຽວສອດຄ່ອງ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ສ້າງ​ພື້ນຖານ​ເສດ ​ຖະກິດ-ສັງຄົມ​ໃຫ້​ໝັ້ນ​ທ່ຽງ​ເປັນ​ມິດກັບ​ສິ່ງແວດລ້ອມ​ຕາມ​ທິດ​ສີ ຂຽວ​ ແລະ​ ຍືນ​ຍົງ, ຍົກ​ສູງ​ປະສິດທິພາບ​ຂອງ​ການຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງຄົມ ດ້ວຍ​ກົດໝາຍ​ໃຫ້​ມີ​ປະສິດທິພາບ​ໃນ​ການ​ບໍ​ລິ ຫານ​ຂັ້ນ​ທ້ອງຖິ່ນ, ສ້າງ​ສະພາບ ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ຍຸຕິ​ທຳ ແລະ ທົ່ວ​ເຖິງ​ທັງ​ຮັບປະກັນ​ສິດ​ເປັນ ເຈົ້າ​ຂອງ​ປະຊາຊົນ​ບັນດາເຜົ່າ ຕາມ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ ຕີ​ຖອຍ​ແນວ​ຄິດ​ຄອງ​ເດີມ ໃຫ້​ໝົດ​ໄປ. ຂະແໜງການ​ເງິນໄດ້​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານຂອງ​ແຂວງ​ຕາມ​ຄາດໝາຍ​ສູ້ ຊົນ​ຢ່າງ​ຮັດກຸມ ແລະ ສອດຄ່ອງ, ອຸດ​ຕັນ​ຈຸດ​ທີ່​ຮົ່ວ​ໄຫຼເຂົ້າ-ອອກ​ປະຕູ​ດຽວ, ຂົງ ເຂດວຽກ​ງານ​ວັດທະນະທຳ-ສັງຄົມ ມີໂຮງຮຽນ​ປະຖົມ​ສົມບູນ, ໂຮງໝໍແຂວງ, ເມືອງ, ສຸກສາລາ, ເຮັດ​ໃຫ້ປະຊາຊົນ​ເຂົ້າ​ເຖິງ​ການ​ບໍລິການ, ຂະແໜງການ​ພະລັງງານ ແລະ ບໍ່​ແຮ່​ໄດ້​ປະຕິບັດ​ຕາມ​ແນວທາງນະໂຍບາຍ​ຂອງ​ພັກ-ລັດ​ ກໍ​ຄື​ ຂະແໜງ​ການ​ທີ່​ກ່ຽວຂ້ອງ​ສາມາດ​ດຶງ​ດູດ​ນັກ​ລົງທຶນ​ທັງ ພາຍ​ໃນ ແລະ ຕ່າງປະເທດ​ນັບ ມື້​ນັບ​ຫຼາຍ​ຂຶ້ນ, ວຽກ​ງານ​ການ ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ໄດ້​ປະຕິບັດ​ຕາມ​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະເທດ​ຂອງ​ພັກ ໂດຍ​ສະເພາະ​ແມ່ນ​ປະເທດ​ເພື່ອນ​ມິດ​ດ້ານ​ຍຸດ​ທະ​ສາດ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ບົນ​ພື້ນຖານ​ຕ້ອງ​ມີ​ຄຸນະພາບ. ຈາກ​ນັ້ນ, ສະຫາຍ ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ ການ​ຍຸບ​ເລີກ​ຄະນະ​ຊີ້​ນຳ​ພັດທະນາ​ຈຸດ​ສຸມ​ເຂດ​ໃຈກາງ ສະບັບ​ເລກ​ທີ 05/​ກມສພ ມອບ​ໃຫ້​ແຂວງ​ຮັບຜິດຊອບ. ຈາກ​ນັ້ນ, ​ຄະນະ​ຊີ້​ນຳ​ນັບ​ແຕ່​ຂັ້ນ​ສູນ​ກາງ​ແລະ​ ທ້ອງຖິ່ນ​ຕະຫຼອດ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ແຕ່​ລະ​ພາກສ່ວນ​ຢ່າງ​ກົງ​ໄປ​ກົງ​ມາ​ມີ​ຈຸດ​ສຸມ ​ແລະ​ມີ​ຄວາມ​ຮັບຜິດຊອບ​ສູງ. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ​ເນັ້ນ​ໃຫ້​ແຕ່​ລະ​ຂະແໜງການ ແລະ ທ້ອງຖິ່ນ ຕະຫຼອດ​ຮອດ​ຫົວໜ່ວຍ​ທຸລະ​ກິດ ຈົ່ງ​ພ້ອມ​ກັນ​ສຸມ​ເຫື່ອແຮງ, ສະຕິປັນຍາ​ເຂົ້າ​ໃນ​ການ​ບໍລິຫານ​ຄຸ້ມຄອງ​ແຜນ​ພັດທະນາ​ແຕ່​ລະ​ໜ້າວຽກ​ງານ​ໃຫ້​ດຳເນີນ​ໄປ​ຖືກຕ້ອງ ຕາມ​ທິດ​ນຳ​ທີ່​ຄະນະ​ຊີ້​ນຳ​ກຳນົດ​ໂດຍ​ຖື​ເອົາ​ແນວທາງ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ​ວາງ​ອອກ​ເປັນ​ຫນ້າທີ່​ຂອງ​ໝົດທຸກ​ຄົນ, ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ, ໜູນ​ໜິບ​ການ​ພັດທະນາ​ເສດຖະກິດ​ເປັນໃຈ​ກາງ ໄປ​ຄວບ​ຄູ່ກັບ​ການ​ຍາດ​ແຍ່ງ​ເອົາ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງ​ປະເທດ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ, ຂົງເຂດວຽກ​ງານ​ຄົມມະນາຄົມ​ຂົນສົ່ງ, ການ​ສຶກ​ສາ, ສາທາລະນະ​ສຸກ, ຍຸຕິ​ທຳ, ການ​ເງິນ, ການ​ທ່ອງທ່ຽວ, ກະສິກຳ​ສົ່ງເສີມ​ການ​ຜະລິດ ແລະ ຂົງເຂດ​ອື່ນ, ຂະແໜງການ​ທີ່​ກ່ຽວຂ້ອງ​ຕ້ອງ​ເປັນ​ເສນາທິ​ການ​ໃຫ້​ຂັ້ນ​ເທິງ​ກໍ​ຄື​ອຳນາດການ​ປົກຄອງ​ທ້ອງຖິ່ນ​ແຂວງ​ໃນ ການ​ປະກອບສ່ວນ​ພັດທະນາ ເສດຖະກິດ​ເຮັດ​ໃຫ້​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ຮັ່ງມີ ແລະ ສີວິໄລ​ຢ່າງ​ແທ້​ຈິງ. ສະນັ້ນ​, ຈຶ່ງຮຽກຮ້ອງ​ໃຫ້​ແຕ່​ລະ​ສະຫາຍ​ຕ້ອງ​ໄດ້ ບຸກ​ບືນ​ສູ້​ຊົນ​ແລະ​ຍົກ​ສູງ​ຄວາມ ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ, ຍຶດ​ໝັ້ນ​ການ​ພັດທະນາ​ແບບ​ສີຂຽວ ແລະ ຍືນ​ຍົງ​ຖື​ເອົາ​ການ​ພັດທະ​ນາ​ເສດຖະກິດ​ເປັນໃຈ​ກາງເອົາ​ສິ່ງແວດລ້ອມ​ເປັນ​ສຳຄັນ​ຮັບປະກັນ 3 ຜົນປະໂຫຍດ​ຄື: ປະຊາຊົນ, ປະເທດ​ຊາດ ແລະ ຜູ້​ລົງທຶນຢ່າງ​ກົມກຽວ, ໄປ​ຄຽງ​ຄູ່​ກັບການ​ເພີ່ມ​ທະວີ​ຄວາມ​ສາມັກຄີພາຍ​ໃນ​ເປັນ​ປຶກແຜ່ນ​ແໜ້ນໜາ ເຊີດ​ຊູ​ນໍ້າໃຈ​ຮັກ​ຊາດ​ຮັກ​ລະບອບໃໝ່​ເປັນ​ເຈົ້າ​ຕົນ​ເອງ​ພັດທະນາແຂວງ​ໄຊ​ສົມບູນ ໃຫ້ກ້າວຂຶ້ນສູ່ຈຸດໝາຍທີ່ພັກວາງ ອອກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ