ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 3 ຜ່ານ​ແຜນການ​ຫັດ​ແອບ​ ຊ້ອມຮົບ​ບັນຊາ 2 ຂັ້ນ​ຝ່າຍ​ດຽວ​ເທິງ​ແຜນທີ່
ເວລາອອກຂ່າວ: 2023-02-08 08:32:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ໃນ​ວັນ​ທີ 7 ກຸມພາ 2023 ນີ້, ກອງ​ພົນ​ທີ 3 ຜ່ານ​ແຜນ​ການຈັດຕັ້ງ​ຫັດ​ແອບ​ຊ້ອມ​ຮົບບັນຊາ 2 ຂັ້ນ​ຝ່າຍ​ດຽວ​ເທິງ​ແຜນທີ່ ແລະ ປະສານ​ສຽງ​ແຕກ​ຍິງ​ລູກປືນ​ແທ້​ຈັ້ງ​ທ່າ ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 3, ມີ ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການເມືອງ​ກອງ​ພົນ, ມີ​ຄະນະ​ພັກ-​ຄະນະບັນຊາ 5 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສາຍທອງ ປີ​ຊາ​ຈັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ພົນ​ທີ 3 ໄດ້​ຂຶ້ນ​ຜ່ານ​ແຜນ​ການຈັດຕັ້ງ​ຫັດ​ແອບ​ຊ້ອມ​ຮົບ​ບັນຊາ 2 ຂັ້ນ​ຝ່າຍ​ດ່ຽວ​ເທິງ​ແຜນທີ່ ແລະ ປະສານ​ສຽງ​ແຕກ​ຍິງ​ລູກປືນ​ແທ້​ຈັ້ງ​ທ່າ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວ່າ​ດ້ວຍ​ການ​ຊ້ອມ​ຮົບ​ອົງການ 2 ຂັ້ນ​ຝ່າຍ​ດ່ຽວ​ ໃນ​ການ​ປັບປຸງລະບຽບແບບແຜນ, ເຝິກ​ຝົນ​ຫຼໍ່​ຫຼອມກຳລັງ​ແຮງ​ກາຍ ແລະ ກຳນົດ​ເນື້ອໃນວິທີຈັດ​ຕັ້ງ ​ອົມ​ຮົມ-ຫັດ​ແອບ​ສິນລະປະ​ຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະ ຫານ​ຮາບ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຮອບດ້ານ​ຕາມ​ແບບແຜນ​ສ້າງ​ກອງທັບ​ປະຕິວັດ​ມີ​ແບບແຜນ​ທັນ​ສະໄໝ. ໃນ​ນີ້​ມີ​ບົດຕີ​ສັດຕູ​ທະລຸ​ເຂົ້າ​ໜ້າ​ສະໜາມ​ຈັດ​ທ່າ, ຕີ​ສັດຕູ​ໂຍດ​ພົນ​ກາງ​ອາກາດ, ທິດ​ຈັ້ງທ່າ ​ຈຸດ​ໜັກ, ທິດ​ຈັ້ງ​ທ່າ​ສຳຄັນ, ທິດ​ຈັ້ງ​ທ່າ​ສົມທົບ, ຂອບ​ເຂດຈັ້ງ​ທ່າ​ໜັກ, ຂອບ​ເຂດ​ຈັ້ງ​ທ່າ​ສຳຄັນ, ຂອບ​ເຂດ​ຈັ້ງ​ທ່າ​ສົມທົບ, ຕີ​ສັດຕູ​ເຂົ້າ​ໜ້າ​ສະໜາມ​ຈັ້ງ​ທ່າ, ຕີ​ສັດຕູ​ໂຍດ​ພົນ​ທາງ​ອາກາດ, ສັດຕູ​ຕີ​ສຽບ​ຂ້າງ, ຕີ​ສັດຕູ​ກອບ​ກູ້​ຊ່ວຍ​ໜູນ, ຕີ​ຕ້ານ ແລະ ສະກັດ​ກັ້ນ​ການ​ກໍ່​ກະບົດ​ລຸ​ຮື້​ຂຶ້ນ, ຈຸດ​ທີ່​ໝາຍ​ຕ້ອງ​ຮັກສາ​ແໜ້ນ, ຈຸດ​ຈັດ​ທ່າ​ໜັກ, ຈຸດ​ທີ່​ໝາຍ​ຈັ້ງ​ທ່າ​ສຳຄັນ. ພ້ອມ​ນັ້ນ​ຍັງ​ໄດ້​ຜ່ານ​ຂໍ້​ຕົກ ລົງ​ຂອງ​ກອງ​ພົນ​ທີ 3 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ຊີ້​ນຳ​ລວມ, ອາ​ນຸ​ກຳມະການ​ຮັບຜິດຊອບ​ເນື້ອ​ໃນ ແລະ ພາກສ່ວນ​ຮັບປະກັນ​ຫັດ​ແອບ ຊ້ອມ​ຮົບ​ປ້ອງ​ກັນ​ບໍລິເວນ ຈຸດ​ສຳຄັນ​ທີ່​ກົມ​ກອງ​ຮັບຜິດຊອບ​ອີກ​ດ້ວຍ ທັງ​ນີ້​ກໍເພື່ອ​ເປັນ​ການ​ບຳລຸງ​ຍົກ​ລະດັບທາງ​ດ້ານ​ທິດ​ສະ​ດີ,ຫຼັກການ​ບັນຊາ​ສູ້​ຮົບ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໃຫ້​ມີ​ຄວາມ​ຮັບປະກັນ​ຕື່ມ​ອີກ. ໂດຍ: ເທບ​ພະ​ກອນ ລັດຕະນະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ