ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດ​ຊຸດອົບຮົມ​ກໍ່ສ້າງ​ວຽກ​ງານ​ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ
ເວລາອອກຂ່າວ: 2023-02-08 08:37:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ວັນ​ທີ 7 ກຸມພາ 2023 ນີ້, ກົມ​ນໍ້າມັນ​ເຊື້ອ​ໄຟ​ ກົມ​ໃຫຍ່​ພະລາທິການ​ກອງທັບ ​ໄດ້​ຈັດ​ພິທີ​ເປີດ​ຊຸດອົບຮົມ​ກໍ່ສ້າງ​ວຽກ​ງານ​ວິຊາ​ສະເພາະ​ນໍ້າມັນ​ເຊື້ອ​ໄຟ ຊັ້ນ​ຕົ້ນ ຊຸດ​ທີ XIII ປະຈຳ​ສົກຮຽນ 2022-2023 ຢູ່​ທີ່​ສູນ​ເຝິກ​ວິຊາ​ສະເພາະ​ນໍ້າມັນ​ເຊື້ອ​ໄຟ​ສາງ​ນ້ຳມັນ​ ເລກ 4 ກອງທັບ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ ສະຫາຍ ​ພັນ​ເອກ ຈັນທະ​ຈັກ ໄຊ​ຍະ​ວົງສາ ຫົວໜ້າ​ກົມ​ນ້ຳມັນ​ເຊື້ອ​ໄຟ ກົມ​ໃຫຍ່​ພະລາທິການ​ກອງທັບ, ຄະນະ​ກົມ​ນ້ຳມັນ​ເຊື້ອ​ໄຟ, ກົມ​ເສນາ​ພະ​ລາ, ວິທະຍາຄານ​ພະລາທິການ, ວິທະຍາຄານ​ເຕັກນິກ​ການ​ທະຫານ, ກົມ​ພະນັກງານ, ບໍລິສັດ​ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ວຽງ​ຈັນ, ຄະນະ​ສູນ​ເຝິກ, ຕະຫຼອດ​ຮອດ​ຄູ-ອາຈານ, ວິຊາ​ການ, ນັກຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຫຸມ​ເພັງ ເພງ​ລາ​ວັນ ຫົວໜ້າ​ພະ​ແນກ​ນໍ້າມັນ​ເຊື້ອ​ໄຟ ກົມ​ໃຫຍ່​ພະລາທິການ​ກອງທັບ, ໄດ້​ຂຶ້ນ​ຜ່ານ​ຫຼັກສູດ​ໂຄງການ​ຮຽນ-ການ​ສອນ​ກໍ່ສ້າງ​ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ​ກອງທັບ, ຊັ້ນ​ຕົ້ນ​ ຊຸດ​ທີ XIII ປະຈຳ​ສົກຮຽນ 2022-2023, ເຊິ່ງ​ຈຸດປະສົງ​ຄາດໝາຍເພື່ອ​ກໍ່ສ້າງ​ພະນັກງານ​ຂະແໜງການ​ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ​ກອງທັບ ໃຫ້​ມີ​ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ວຽກ​ງານ​ຄຸ້ມ​ຄອງ​ນໍ້າມັນ​ເຊື້ອ​ໄຟກອງທັບ, ອຸປະກອນ​ເຕັກນິກ ແລະ ລະບົບ​ສາງ​ນ້ຳມັນ​ເຊື້ອ​ໄຟ​ໃນ​ຍາມ​ປົກກະຕິ ກໍຄື​ການເຄື່ອນໄຫວ​ສູ້​ຮົບ, ສ່ວນ​ເນື້ອ​ໃນ​ໂຄງການຫຼັກສູດການຮຽນລວມ​ພາກມີໝວດວິຊາການທະຫານ, ການເມືອງ, ເຫຼົ່າ​ຮົບ​ພະລາທິການ, ວິຊາ​ສະເພາະ​ນ້ຳມັນ​ເຊື້ອ​ໄຟ, ພາກ​ທິດ​ສະ​ດີ ແລະ ປະຕິບັດ​ຕົວ​ຈິງ ລວມ​ຈຳນວນ​ທັງ​ໝົດ 1.015 ຊົ່ວໂມງ, ການ​ເປີດ​ອົບຮົມ​ມີ​ນັກຮຽນ ​ຈຳນວນ 60 ສະຫາຍ, ກຳນົດ​ການ​ຮຽນ-ການ​ສອນ​ແມ່ນ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 8 ເດືອນ ​ຈຶ່ງ​ຈະ​ສຳເລັດ. ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ, ພ້ອມ​ດ້ວຍ​ພະນັກງານ, ຄູ-​ອາຈານ, ວິຊາ​ການ ແລະ ຜູ້​ທີ່​ເຮັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຕາມ​ການ​ມອບ​ໝາຍ​ຈາກຂັ້ນ​ເທິງ​ປະຕິບັດ​ຢ່າງ​ເຂັ້ມ​ງວດໃນ​ການ​ໃຈ​ໃສ່​ລົງ​ເລິກ​ໃກ້ຊິດຕິດແທດ, ເປັນ​ເຈົ້າ​ການ​ຊີ້​ນຳ-ບັນຊາ​ປັບປຸງ​ສູນ​ເຝິກ, ໂດຍ​ສະເພາະ​ຫຼັກສູດ​ການ​ຮຽນ-ການ​ສອນ, ສະຖານທີ່, ລະບຽບ​ວິ​ໄນ ແລະ ເນື້ອ​ໃນ​ສິດສອນ​ໃຫ້​ຖັນ​ແຖວ​ພະນັກງານ ເພື່ອ​ຮັບປະກັນ​ການ​ກໍ່ສ້າງ​ພະນັກງານ​ຂະແໜງ​ນ້ຳມັນ​ເຊື້ອ​ໄຟ​ກອງທັບ, ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ຮູ້​ໝູນ​ໃຊ້​ທິດ​ສະ​ດີ, ຫຼັກການ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ​ໄດ້​ຮັບ​ຜົນ​ດີ. ພ້ອມ​ນັ້ນ​, ນັກຮຽນ​ທີ່​ເຂົ້າ​ມາ​ເຝິກ​ອົບ​ຮົບ​ຈາກ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ກໍຕ້ອງ​ເອົາໃຈໃສ່ຄົ້ນຄວ້າ​ຮໍ່າຮຽນເພື່ອ​ກໍ່ສ້າງ​ໃຫ້​ກາຍເປັນ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ໃນ​ກອງທັບ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ