ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ໃຫຍ່​ເສນາ​ທິ​ການກອງທັບ ມອບ​ເງິນ​ຊົດ​ເຊີຍ ໃຫ້​ພະນັກງານ​ພັກ​ການ​ຮັບ​ບຳນານ
ເວລາອອກຂ່າວ: 2023-02-08 08:42:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ:



ວັນ​ທີ 7 ກຸມພາ 2023 ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຈັດ​ພິທີ​ມອບ​ເງິນ​ຊົດ​ເຊີຍ​ໃຫ້​ ພະນັກງານ​ທີ່​ພັກ​ການ​ຮັບ​ບຳ ນານ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສີດາ​ລໍ່ ຈົ່ງເຕັງ​ເຈ້ຍ​ຊ້າ ກຳມະການ​ຄະ ນະພັກກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ກົມ-ຫ້ອງການ, ພະແນກການ, ຄະນະ ​ພັກ-ຄະນະ​ບັນຊາກົມກອງ ແລະ ພາກສ່ວນ​ທີ່​ໄດ້​ຮັບ​ເງິນ​ນະໂຍ ບາຍ​ບຳນານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຈິດ ຄຸນ​ນະ​ວົງ ຫົວໜ້າ​ພະ​ແນກ​ນະໂຍບາຍ ຫ້ອງ​ການເມືອງ ກົມ​ໃຫຍ່​ເສນາ​ທິ​ການ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະ ຫານ​ພັກ​ການ​ຮັບ​ບຳນານ ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ນາຍທະ ຫານ​ກອງທັບ​ປະ​ຊົນ​ລາວ ( ສະ ບັບ​ປັບປຸງ ) ໝວດ​ທີ I ມາດຕາ 33 ແລະ 34, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ( ສະບັບ​ປັບປຸງ ) ເລກ​ທີ 54 /​ສພຊ, ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະ ເທດ​ຕົກລົງ​ໃຫ້ ສະຫາຍ ພັນ​ໂທ ວັງ​ແກ້ວ ຊໍ​ປັນຍາ ກົມປ້ອງ​ກັນ​ອາກາດ, ສະຫາຍ ພັນ​ໂທ ສົມບູນ ມະຫາ​ວັນ ຫ້ອງ​ການເມືອງ, ສະຫາຍ ພັນ​ໂທ ແກ່ນ​ຈັນ ໄຊ​ຍະ​ສິດ ກົມ​ສື່ສານ,ສະຫາຍ​ ພັນ​ໂທ ບຸນ​ມີ ສີ​ພົມມາ ກອງພັນ 214, ສະຫາຍ ພັນ​ໂທ ຄຳ​ພີ ຄຸດ​ພິລາ​ວັນ ກອງຮ້ອຍ 51,ສະຫາຍ ພັນ​ໂທ ຄຳ​ພອນ ວິໄລ​ສັກ ໂຄງ ການ​ສື່ສານ, ສະຫາຍ ພັນ​ໂທ ເພັດ​ສະຫວ່າງ​ປັນຍາ ໂຮງງານ​ແຜນທີ່​ກອງທັບ, ສະຫາຍ ພັນ​ໂທ ຕູ້ຍ ມະນີ​ຄູນ ໂຮງຮຽນ 303, ສະຫາຍ ພັນ​ໂທ ກົງ​ໃຈ ສິລິ​ວົງ ສູນ​ບັນຊາ 761, ສະຫາຍ ​ພັນ​ໂທ ສິນ​ໄຊ ດວງ​ພາ​ສຸກ ສູນບັນຊາ 761, ສະຫາຍ ພັນ​ໂທ ບົວ​ພັນ ວົງ​ພົມ​ເພັດ ກອງພັນ 579, ສະ ຫາຍ ພັນ​ໂທ ວົງ​ພັນ ເທບ​ພະ​ວົງ​ໄຊ ໂຮງຮຽນ 303, ສະຫາຍ ພັນ​ໂທ ຄຳ​ພັນ ໄຊ​ສົງຄາມ ກອງພັນ 203, ສະຫາຍ ພັນ​ໂທ ສີ​ທາ ໄຊ​ຍະ​ບຸດ ໂຮງຮຽນ 303, ສະຫາຍ ພັນ​ໂທ ສີ​ນັນ ທຳ​ມະ​ສານ ໂຮງຮຽນ 303, ສະຫາຍ ພັນ​ໂທ ກ້ອນ​ປະເສີດ ຮຸ່ງ​ສີ​ງອນໂຮງຮຽນ 303, ສະຫາຍ ພັນ​ຕີ ກົງ​ສະຫວັນ ສີ​ຫາ​ລາດ ກອງພັນ 203, ສະຫາຍ ພັນ​ຕີ ບຸນ​ໂດຍ ແກ້ວ​ຄຳ​ລ້ຽງ, ສະຫາຍ ພັນ​ຕີ ພຸດ​ທະ​ສອນ ຈັນທະ​ພັນ ກອງພັນ 579, ສະຫາຍ ຮ້ອຍ​ເອກ ນາງ ໄອ່​ຄຳ ແກ້ວ​ແສນ​ອິນ ກອງພັນ​ເຄ​ມີ 15,ສະຫາຍ ຮ້ອຍ​ເອກ ນາງ ຄຳ​ພວງ ລໍ​ວັນ​ຄຳ ສູນ​ບັນຊາ 761, ພັກ​ການ​ຮັບ​ເງິນ​ນະ ໂຍບາຍ​ບຳນານ 15% ຈາກງົບປະມານ​ຂອງ​ລັດ ແລະ 5%,10% ຮັບ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ລວມ​ມູນ​ຄ່າ 513.481.278 ກີບ. ໂອກາດ​ນີ້ ສະຫາຍ ພົນ​ຕີ ສີດາ​ລໍ່ ຈົງ​ເຕັ່ງ​ເຈ້ຍ​ຊ້າ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ທີ່​ບັນດາ​ສະຫາຍ​ໄດ້​ທຸ່ມ​ເທ​ເຫື່ອແຮງ, ສະຕິ​ປັນຍາ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຄ້າຍ​ຄູ-ກໍ່ສ້າງ​ກົມ​ກອງ ຕະຫຼອດ​ໄລຍະ​ຜ່ານ​ມາ ຈົນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ, ພ້ອມ​ນີ້​ກໍໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ເງິນ​ນະໂຍບາຍ​ບຳນານ​ໃນ​ຄັ້ງ​ນີ້, ຈົ່ງ​ສືບຕໍ່​ເປັນ​ຫຼັກ​ແຫຼ່ງ​ແບບຢ່າງ​ໃຫ້​ແກ່​ສັງຄົມ, ດຳລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໃສ​ຂາວ​ສະອາດ, ປະກອບສ່ວນ​ເຂົ້າ​ໃນ​ການເຄື່ອນໄຫວ​ນຳ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ທຸກ​ຂັ້ນ, ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ລູກ​ຫຼານ, ປະຊາຊົນ​ເຊື່ອມ​ຊຶມ​ແນວ​ຕໍ່​ທາງ​ປ່ຽນແປງໃໝ່​ຂອງ​ພັກ, ປະຕິບັດ​ລະບຽບ​ກົດ ໝາຍ​ຂອງ​ລັດ ແລະ ນຳ​ເອົາ​ເງິນ​ຈຳນວນ​ກັ່ງ​ກ່າວ​ໄປ​ໝູນ​ໃຊ້​ໃນ​ວຽກ​ງານ​ທີ່​ຈຳເປັນ​ຂອງ​ຄອບຄົວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ, ຕັ້ງ ໜ້າສ້າງ​ເສດຖະກິດ​ພັດທະນາ​ຄອບຄົວ​ຕົນ​ເອງກໍຄື​ບ້ານ​ເມືອງ​ໃຫ້​ຈະເລີນ​ຮຸ່ງເຮືອງ​ເປັນ​ກ້າວໆ. ໂດຍ: ເກດ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ