ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ ທະຫານ​ແຂວງ​ຫຼວງ​ພະ​ບາງ ເຜີຍແຜ່​ເຊື່ອມ​ຊຶມເອກະສານ​ຄຳ​ສັ່ງ​ແນະນຳ
ເວລາອອກຂ່າວ: 2023-02-08 08:44:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ວັນ​ທີ 30 ມັງກອນ 2023, ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມເອກະສານ​ຄຳ​ສັ່ງ​ແນະນຳ ຂອງກົມໃຫຍ່​ການເມືອງ​ກອງທັບ, ໂດຍ​ການ​ເປັນ​ປະທານ ແລະ ເຜີຍແຜ່​ເນື້ອ​ໃນ​ເອກະສານຂອງ ສະຫາຍ ພັນ​ໂທ ບຸນ​ທັນ ສິລິ​ປັນ ຍາ ຫົວໜ້າ​ການເມືອງ​ ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ, ມີຄະນະ​ພັກ-ຄະ ນະ​ບັນຊາ ແລະ ພະນັກງານ-ນັກ ຮົບ ເຂົ້າ​ຮ່ວມ. ສະຫາຍ ສະຫາຍ ພັນ​ໂທ ບຸນ​ທັນ ສິລິ​ປັນຍາ ໄດ້​ເຜີຍແຜ່​ເຊື່ອມ​ຊຶມເອກະ ສານ​ຄຳ​ສັ່ງ​ແນະນຳຂອງກົມ​ໃຫຍ່​ການເມືອງ​ກອງທັບ ກ່ຽວກັບການຈັດຕັ້ງ​ເປີດ​ຂະ​ ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ແລະ ໂຄສະນາ-ປາຖະກະຖາວັນ​ປະຫວັດສາດ​ສຳຄັນ ຂອງຊາດ ປະຈຳ​ປີ 2023 ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ໃຫ້ນາຍ ແລະ ພົນທະຫານ ໃຫ້​ມີ​ສະຕິ​ຮັກ​ຊາດ, ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ມີ​ນ້ຳໃຈ​ປະຢັດ​ມັດທະຍັດ, ດຸໝັ່ນ​ໃນ​ການ​ຄົ້ນຄວ້າ​ຮໍ່າຮຽນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ມີ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ ແລະ ເສຍສະຫຼະ​ເພື່ອ​ຊາດ ເພື່ອ​ປະຊາຊົນ ເສີມ​ຂະຫຍາຍ​ທາດ​ແທ້​ຂອງ​ກອງທັບ, ເປັນ​ກຳລັງ​ແຮງ​ສັງ​ລວມ​ໃຫ້​ກົມ​ກອງ​ລວມ​ໝູ່, ປຸກລະດົມ ຂະ​ບວນ​ການ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ຕໍ່​ເນື່ອງ. ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ພັກ ແລະ ລັດ ມອບ​ໝາຍ​ໃຫ້. ໂດຍ: ສົມ​ນຶກ ກົມ​ມະໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ