ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນ​ກາງ​ແນວ​ລາວ​ສ້າງ​ຊາດປາຖະກະຖາ​ວັນ​ສ້າງຕັ້ງ​ ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-02-08 08:44:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ວັນ​ທີ 7 ກຸມພາ 2023 ນີ້, ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້​ ປາຖະກະຖາ​ມູນເຊື້ອວັນສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023) ໂດຍການປາຖະກະຖາ​ຂອງ ສະຫາຍ ພົນຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງຫົວໜ້າ​ກົມ​ໃຫຍ່ການເມືອງກອງທັບ, ມີ ທ່ານ ​ນາງ ສີ​ພະຈັນ ນານ​ ທະ​ວົງສາ ຮອງປະທານສູນກາງ ແນວ​ລາວ​ສ້າງ​ຊາດ, ມີ ຫົວໜ້າ​ກົມ-ຮອງ​ກົມ ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ໄດ້​ຫວນ​ຄືນ​ມູນເຊື້ອ​ ປະຫວັດ​ການ​ກຳເນີດຂອງ​ກອງ ທັບ​ປະຊາຊົນ​ລາວ, ຜົນງານ, ໄຊ ຊະນະ ແລະ ການເຕີບ​ໃຫຍ່ຂະ ຫຍາຍຕົວໃນແຕ່​ລະ​ໄລຍະໂດຍ​ສະເພາະ​ໄລຍະ​ດຳເນີນ​ການ​ປະ ຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ໄລຍະປະ ຕິບັດ​ສອງ​ໜ້າທີ່​ຍຸດ​ທະສາດປົກ​ ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ. 20 ມັງກອນ 1949 ຜ່ານ​ຍ່ານ​ທາງ​ແຫ່ງການ​ ສ້າງຕັ້ງ, ສູ້​ຮົບ​ມີ​ໄຊ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ພາຍໃຕ້ການ ​ນຳພາ​ອັນ​ປີ​ຊາ​ສາມາດ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ. ກອງທັບ​ປະຊາຊົນປະ ຕິວັດລາວ ໄດ້​ຜ່ານ​ຜ່າ​ອຸປະສັກ​ນາໆ​ ປະການບໍ່​ຈັກ​ວ່າ​ເທົ່າໃດ ແລະ ເຕັມ​ໄປ​ດ້ວຍ​ການ​ເສຍສະ ຫຼະ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ເຮັດ​ສຳເລັດ​ພາລະ​ກຳ​ປະຫວັດສາດ​ທີ່​ພັກ ແລະ ປະຊາຊົນ​ມອບ​ໝາຍໃຫ້ຢ່າງ​ ມີ​ໄຊ. ຕະຫຼອດ​ໄລຍະ​ເວລາ​ແຫ່ງ​ການ​ກຳເນີດ, ສູ້​ຮົບ​ມີ​ໄຊ​ເຕີບ​ໃຫຍ່​ຂະຫຍາຍຕົວ 74 ປີຜ່ານມາ ກອງທັບ​ພວກ​ເຮົາ​ໄດ້​ເຮັດ​ສຳເລັດ​ພາລະກິດ​ອັນ​ຍິ່ງ​ໃຫຍ່ ແລະ ສ້າງ​ຜົນງານ​ດີເດັ່ນ ແລະ ວິລະ​ກຳ​ອັນ​ລ້ຳ​ເລີດ​ໄວ້​ໃນ​ໜ້າ​ປະຫວັດສາດ​ຢ່າງ​ສົມ​ກຽດ, ກອງທັບ​ຍາມ​ໃດ​ກໍ​ນຳ​ໜ້າ​ທຸກ​ວຽກ​ງານ, ເດັດດ່ຽວ​ຜ່ານ​ຜ່າ​ອຸປະສັກ ເຮັດ​ສຳເລັດ​ໜ້າທີ່ ຕີ​ເອົາ​ຊະນະ​ສັດຕູ​ທຸກ​ໂຕ ສົມ​ແລ້ວ​ທີ່​ເປັນ​ກຳລັງ​ແກ່ນສານ​ທີ່​ເຂັ້ມແຂງ​ຂອງ​ການ​ປະຕິວັດ ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ຂອງ​ພັກ ແລະ ເປັນ​ກອງທັບ​ວິລະ​ຊົນ​ຂອງ​ຊາດ​ລາວ. ການ​ປາຖະກະຖາຄັ້ງ ​ນີ້​ເພື່ອ​ແນໃສ່​ສຶກ​ສາ​ອົບຮົມ​ພະນັກງານ-ລັດຖະກອນ ໄດ້​ເຊື່ອມ​ຊຶມ​ເຂົ້າໃຈ​ເຖິງ​ມູນເຊື້ອ​ນ້ຳໃຈ​ຮັກ​ຊາດ, ຮັກ​ລະບອບ​ປະຊາທິປະໄຕ​ປະຊາຊົນ​ລາວ, ແນໃສ່​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ມີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ມ້າງເພ​ທຳລາຍ​ຂອງ​ສັດຕູ ເພື່ອ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທັງ​ເພື່ອ​ນຳ​ເອົາ​ແນວທາງ ແລະ ຮ່ຳຮຽນ​ເອົາ​ແບບຢ່າງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຄຸນງາມຄວາມດີ ບັນດາ​ຜູ້ນຳ​ຮຸ່ນ​ກ່ອນ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ຊີວິດ ແລະ ໜ້າທີ່​ວຽກ​ງານ​ຂອງ​ຕົນ ໃຫ້​ໄດ້​ຮັບ​ປະສິດທິພາບ​ສູງ. ໂດຍ: ອາ​ນຸ​ສອນ ສິມ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ