ກົມ ວສ-ປສ ຈັດຕັ້ງເຊື່ອມຊຶມ ຄຳສັ່ງເເນະນຳຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2019-03-04 09:38:12 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:
ໃນວັນທີ 26 ກຸມພາ 2019
ນີ້, ກົມວິທະຍາສາດ-ປະຫວັດ
ສາດການທະຫານໄດ້ຈັດຕັ້ງ
ເຊື່ອມຊຶມຄຳສັ່ງແນະນຳຂອງ
ກະຊວງປ້ອງກັນປະເທດຂຶ້ນ
ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະ
ຍາສາດ-ປະຫວັດສາດການທະ ຫານ, ມີຄະນະພັກ-ຄະນະບັນຊາ
ແລະ ພະນັກງານນັກຮົບພາຍໃນກົມເຂົ້າຮ່ວມ.
ເອກະສານທີ່ນຳມາເຊື່ອມຊຶມ ຄັ້ງນີ້ປະກອບມີ: ຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງ ທັບວ່າດ້ວຍການ ຈັດຕັ້ງເປີດຂະ ບວນການຮັກຊາດ ແລະ ພັດທະ
ນາປະຈຳປີ 2019, ເອກະສານ
ສ້າງກອງປອດໃສ, ປອດໄພ,
ປອດຄະດີ, ການສ້າງກອງວັດ ທະນະທຳ-ນັກຮົບວັດທະນະທຳ
ແລະ ການສ້າງໜ່ວຍພັກປອດ ໃສ,ເຂັ້ມແຂງ,ໜັກແໜ້ນປະຈຳ ປີ 2019.
ນອກນີ້ຍັງມີເອກະສານແຈ້ງ ການຂອງກົມໃຫຍ່ພະລາທິການ ກອງທັບວ່າດ້ວຍການແບ່ງຂັ້ນ
ຄຸ້ມຄອງພາຫະນະຮັບໃຊ້ອາວຸດ ແລະ ນໍ້າມັນເຊື້ອໄຟໃນກອງທັບ ປະຈຳປີ 2019. ຈຸດປະສົງເພື່ອ ຈັດຕັ້ງຜັນຂະຫຍາຍໃຫ້ນາຍ ແລະ ພົນທະຫານຢູ່ພາຍໃນກົມ ກອງໄດ້ເຂົ້າໃຈ ແລະ ຜູ້ເຮັດວຽກ ງານກ່ຽວຂ້ອງຫັນເປັນແຜນງານ
ລະອຽດເພື່ອຈັດຕັ້ງປະຕິບັດໃຫ້ ຖືກຕ້ອງ ແລະ ຮັດກຸມເຮັດວຽກ ໃຫ້ມີປະສິດທິພາບມີຄວາມປະ ຢັດປອດໄພ ແລະ ກວດສອບໄດ້ ພ້ອມທັງເຮັດໃຫ້ກົມກອງມີຂະ
ບວນການຟົດຟື້ນຢ່າງຕໍ່ເນື່ອງ.
ໂອກາດນີ້, ສະຫາຍ ພັນເອກ ວິຊຽນ ສີສະອາດ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການຈັດ ຕັ້ງປະຕິບັດມະຕິຄຳສັ່ງຕ່າງໆ ຜ່ານມາທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍັງຮຽກຮ້ອງໃຫ້ທຸກສະ ຫາຍຈົ່ງຕັ້ງໜ້າປະຕິບັດຕາມຂໍ້ ກຳນົດກົດລະບຽບທີ່ຂັ້ນເທິງວາງອອກໃຫ້ຢ່າງຖືກຕ້ອງຕະ ຫຼອດໄປ.
ໂດຍ: ວົງວິໄລ ບຸນລືໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ