ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຕິດ​ຕັ້ງ​ໝໍ້​ແປງ​ໄຟຟ້າ​ໃຫ້​ໂຮງໝໍ 10 ຕຽງ ກອງພັນ​ໃຫຍ່ 101 ກອງ​ພົນ​ທີ 1
ເວລາອອກຂ່າວ: 2023-02-08 08:53:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ວັນ​ທີ 5 ກຸມພາ 2023 ນີ້, ສະຫາຍ ໄຊ​ສົງຄາມ ວໍລະຈິດ ໄດ້​ລະດົມ​ທືນ​ຕິດຕັ້ງໝໍ້ແປງໄຟຟ້າ 50 ກິໂລໂວນອຳແປ ແລະ ຕາ ຂ່າຍໄຟຟ້າ 22 ກິໂລ​ໂວນ ເຂົ້າ​ໂຮງໝໍ 10 ຕຽງ ກອງພັນໃຫຍ່ 101 ກອງ​ພົນ​ທີ 1, ໂດຍອີງຕາມ ​ທິດ​ທາງປັບປຸງກໍ່ສ້າງກຳລັງໃຫ້​ ມີ​ຄວາມ​ໜັກ​ແໜ້ນເຂັ້ມແຂງຮັບ ປະກັນ​ໃນທຸກດ້ານຕອບສະໜອງ ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ ແກ່​ໜ້າທີ່ການເມືອງໃນສະເພາະ ​ໜ້າ ແລະ ຍາວ​ນານ, ອີງຕາມ​ ຄວາມ​ຈຳເປັນໃນການນຳໃຊ້ໄຟ ຟ້າ​ບໍ່​ພຽງພໍ​ໃນ​ການ​ຮັບ​ໃຊ້ໜ້າ ທີ່​ວິຊາ​ສະເພາະ​ຂອງກົມກອງ​ ເປັນຕົ້ນ​ແມ່ນ​ການ​ເອກສະເລ ​ລັງສີ ແລະ ອຸປະກອນການແພດ​ ຈຳນວນ​ໜຶ່ງ​ທີ່​ບໍ່​ສາມາດ​ນຳ​ໃຊ້​ໄດ້, ຍ້ອນ​ກົມ​ກອງ​ຂາດເຂີນທຶນ ຮອນ, ເຮັດ​ໃຫ້​ຂອດ​ບໍລິການ​ປິ່ນປົວ​ພະນັກງານ-ນັກຮົບ ແລະ ປະຊາຊົນ​ບັນດາເຜົ່າ​ທີ່ເຂົ້າມາ​ ໃຊ້​ບໍລິການ​ມີ​ຄວາມ​ຫຍຸ້ງຍາກ. ດັ່ງນັ້ນ, ສະຫາຍ ໄຊ​ສົງຄາມ ວໍລະ​ຈິດ ຈຶ່ງ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ວິຊາ​ສະເພາະ​ແພດ​ໝໍ​ທີ່​ມີ​ຄວາມ​ຈຳເປັນ ຈຶ່ງ​ໄດ້​ລະດົມ​ທຶນຮອນ​ມາ​ຊ່ວຍ​ຕິດ​ຕັ້ງ​ລະບົບ​ໝໍ້​ແປງ​ໄຟຟ້າ ແລະ ຕາ​ຂ່າຍ​ໄຟຟ້າ​ເຂົ້າ​ໂຮງໝໍ 10 ຕຽງ ກອງພັນ​ໃຫຍ່ 101 ກອງ​ພົນ​ທີ 1 ໃນ​ມູນ​ຄ່າ​ທັງ​ໝົດ 134.000.000 ກວ່າ​ກີບ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ຂູ້ມ ສີຄຳ​ໄຊ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 101 ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່ ສະຫາຍ ໄຊ​ສົງຄາມ ວໍລະ​ຈິດ ທີ່​ໄດ້​ໃຫ້ການ​ຊຸກຍູ້​ຊ່ວຍເຫຼືອ​ດ້ານ​ງົບປະມານ​ຕິດ​ຕັ້ງ​ລະ ບົບ​ໄຟຟ້າ​ໝໍ້​ແປງ, ຕາ​ຂ່າຍ​ໄຟຟ້າ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ອວຍພອນ​ໃຫ້​ສະຫາຍ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ໃຊ້​ປົກ​ປັກ​ຮັກສາ​ອຸປະກອນ​ດັ່ງກ່າວ​ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ ແລະ ເກີດ​ປະໂຫຍດ​ສູງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ