ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 11 ເປີດ​ບັ້ນ​ອົບຮົມ ປະຈຳປີ 2023
ເວລາອອກຂ່າວ: 2023-02-09 08:28:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ:



ໃນ​ວັນ​ທີ 7 ກຸມພາ 2023, ກອງພັນ​ໃຫຍ່ 11 ໄດ້​ເປີດ​ບັ້ນ​ອົບຮົມ​ການເມືອງ, ການ​ທະຫານ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 11, ກົມ​ກອງ​ຂຶ້ນ​ກັບ, ແຂກ​ຖືກ​ເຊີນ ແລະ ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ວົງ ໄຊ​ຍະ​ວົງ ຫົວໜ້າ​ຂະແໜງ​ອົບຮົມ​ກອງພັນ​ໃຫຍ່ 11 ໄດ້​ຜ່ານ​ແຜນການ​ອົບຮົມ​ການເມືອງ, ການ​ທະຫານ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2023, ຈຸດປະສົງ ກໍ​ເພື່ອ​ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ອົບຮົມກ່ຽວ​ກັບ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ປີ 2023 ລົງ​ສູ່​ກົມ​ກອງ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ມີ​ຄຸນ​ນະ​ພາບ​ສູງ, ແນໃສ່​ໃຫ້​ນາຍ ແລະ ພົນທະຫານມີ​ແນວຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຮູ້​, ຄວາມ​ສາມາດ ແລະ ຄວາມ​ຊຳນິ​ຊຳນານ​ດ້ານ​ການ​ທະຫານ ແລະ ວິຊາ​ສະເພາະ​ໃນ​ລະດັບ​ທີ່​ແນ່ນອນ ທັງ​ເປັນການ​ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ​ໃຫ້​ແກ່​ນາຍ ແລະ ພົນທະຫານ ມີ​ສຸຂະພາບ​ແຂງແຮງຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ, ເປັນ​ການ​ກະຕຸກ​ຊຸກຍູ້​ໃຫ້​ນາຍ ແລະ ພົນທະຫານ ປະຕິບັດ​ຂໍ້​ກຳນົດ,​ ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ ແລະ ຕໍ່​ເນື່ອງ, ສ້າງ​ກົມ​ກອງ​ໃຫ້​ກາຍເປັນ​ກົມ​ກອງ​ທີ່​ມີ​ລະບຽບ​ແບບແຜນ ແລະ ທັນ​ສະໄໝ. ໃນ​ນີ້, ກອງພັນ​ທີ 1 ແລະ ກອງພັນ 705 ຈະ​ໄດ້​ອົບຮົມ​ກ່ຽວ​ກັບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ກິລາ​ການ​ທະຫານ 10 ວັນ, ວິຊາ​ສິລະ​ປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ອົບຮົມ​ວຽກ​ງານ​ເສນາ​ໃຫ້​ຜູ້​ບັນຊາ 10 ວັນ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ, ວຽກ​ງານ​ການເມືອງ​ຮັບ​ໃຊ້​ສູ້​ຮົບ, ວຽກ​ງານ​ພະລາທິການ​ຮັບ​ໃຊ້​ສູ້​ຮົບ, ວຽກ​ງານ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ ແລະ ອົບຮົມ​ຜູ້​ບັນຊາ​ເທິງ​ແຜນ​ທີ ວຽກ​ງານ​ລະ 5 ວັນ. ກອງພັນ​ເຄື່ອນ​ທີ່​ໄວ 586 ອົບຮົມ​ລະບຽບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ສິລະ​ປະຍຸດ 45 ວັນ, ຍຸດທະວິທີ 60 ວັນ, ຄວາມ​ຮູ້​ຟື້ນ​ຖານກ່ຽວ​ກັບ​ເຫຼົ່າ​ຮົບ 10 ວັນ, ວຽກ​ງານ​ເສນາ​ໃຫ້​ຜູ້​ບັນຊາ 10 ວັນ, ວຽກ​ງານ​ການເມືອງ​ຮັບ​ໃຊ້​ສູ້​ຮົບ 10 ວັນ, ວຽກ​ງານ​ພະລາທິການ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ວຽກ​ງານ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ອົບຮົມ​ຜູ້​ບັນຊາ​ເທິງ​ແຜນ​ທີ 5 ວັນ. ກອງພັນ 743 ອົບຮົມ​ລະບຽບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ກິລາ​ການ​ທະຫານ 10 ວັນ, ສິລະ​ປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 5 ວັນ, ອົບຮົມ​ວຽກ​ງານ​ເສນາ​ໃຫ້​ຜູ້​ບັນຊາ 10 ວັນ, ວຽກ​ງານ​ການເມືອງ​ຮັບ​ໃຊ້​ສູ້​ຮົບ 10 ວັນ, ວຽກ​ງານ​ພະລາທິການ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ວຽກ​ງານ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ອົບຮົມ​ຜູ້​ບັນຊາ​ເທິງ​ແຜນ​ທີ 5 ວັນ. ສຳລັບ​ກົມ​ກອງ​ເຫຼົ່າ​ຮົບ ອົບຮົມ​ລະບຽບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ກິລາ​ການ​ທະຫານ 10 ວັນ, ສິລະ​ປະຍຸດ​ທະຫານ​ຮາບ 6 ວັນ, ຍຸດທະວິທີ​ທະຫານ​ຮາບ 8 ວັນ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 1 ວັນ, ອົບຮົມ​ວຽກ​ງານ​ເສນາ​ໃຫ້​ຜູ້​ບັນຊາ 10 ວັນ, ວຽກ​ງານ​ການເມືອງ​ຮັບ​ໃຊ້​ສູ້​ຮົບ 10 ວັນ, ວຽກ​ງານ​ພະລາທິການ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ວຽກ​ງານ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ອົບຮົມ​ວິຊາ​ສະເພາະ​ເຫຼົ່າ​ຮົບ 100 ວັນ. ໝວດ​ປ້ອງ​ກັນ ອົບຮົມ​ລະບຽບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ກິລາ​ການ​ທະຫານ 10 ວັນ, ສິລະ​ປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 5 ວັນ, ອົບຮົມ​ວຽກ​ງານ​ເສນາ​ໃຫ້​ຜູ້​ບັນຊາ 10 ວັນ, ວຽກ​ງານ​ການເມືອງ​ຮັບ​ໃຊ້​ສູ້​ຮົບ 10 ວັນ, ວຽກ​ງານ​ພະລາທິການ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ວຽກ​ງານ​ເຕັກນິກ​ຮັບ​ໃຊ້​ສູ້​ຮົບ 5 ວັນ, ອົບຮົມ​ບັນຊາ​ເທິງ​ແຜນ​ທີ 5 ວັນ. ອົງການ​ກອງພັນ​ໃຫຍ່ ອົບຮົມ​ລະບຽບ​ຂໍ້​ກຳນົດ ແລະ ລະບຽບ​ຮູບ​ແຖວ 15 ວັນ, ກິລາ​ການ​ທະຫານ 5 ວັນ, ສິລະ​ປະຍຸດ 6 ວັນ, ຍຸດທະວິທີ 8 ວັນ, ຄວາມ​ຮູ້​ພື້ນ​​​ຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 1 ວັນ, ອົບຮົມ​ວຽກ​ງານ​ເສນາ 10 ວັນ, ວຽກ​ງານ​ຫ້ອງການ 5 ວັນ, ອົບຮົມ​ຜູ້​ບັນຊາ​ເທິງ​ແຜນ​ທີ 5 ວັນ. ການ​ອົບຮົມ​ແມ່ນ​ເລີ່ມ​ແຕ່​ວັນ​ທີ 7 ກຸມພາ​ ເຖິງ ​ເດືອນ​ພຶດສະພາ 2023 ຈຶ່ງ​ສຳເລັດ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ໄມ​ທອງ ຫີນ​ລໍ​ວັນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 11 ໄດ້​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ ເພື່ອ​ພ້ອມ​ກັນ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ ແລະ ສຳເລັດ​ຕາມ​ແຜນການ​ທີ່​ກຳນົດ​ໄວ້. ໂອກາດ​ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ການ​ຫ້າງ​ຫາ​ກະກຽມ​ເນື້ອ​ໃນ​ດ້ານ​ຕ່າງໆ ໃຫ້​ແກ່​ການ​ເປີດ​ບັ້ນ​ອົບຮົມ​ໃນ​ຄັ້ງ​ນີ້ ແລະ ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ, ຊີ້​ນຳ-ນຳພາເຮັດ​ວຽກ​ງານ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳ​ແນວ​ຄິດ ເປັນ​ສຳຄັນ, ເອົາໃຈໃສ່​ຕິດຕາມ​ຍຸກ​ຍູ້​ການ​ຫັດ​ແອບ​ເປັນ​ປົກກະຕິ, ສຳລັບ​ພະນັກງານ-ນັກຮົບ​ທີ່​ເຂົ້າ​ຮ່ວມ​ຫັດ​ແອບ ຕ້ອງ​ກຳ​ແໜ້ນ​ບັນດາ​ເນື້ອ​ໃນ, ລຳດັບ​ບາດກ້າວ, ດ້ານ​ທິດ​ສະ​ດີ, ຫຼັກການ, ທ່າ​ຈັງຫວະ, ຂັ້ນ​ຕອນໃຫ້​ມີ​ຄວາມ​ຊຳນານ, ປະຕິບັດ​ຂໍ້​ກຳນົດ​, ກົດ​ລະບຽບ​ຕ່າງໆ​ໃຫ້​ເຂັ້ມ​ງວດ, ຮັບປະກັນ​ໃຫ້ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້ ໄດ້​ຮັບ​ຜົນ ສຳເລັດ ແລະ ມີ​ຄວາມ​ປອດ​ໄພ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ