ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ຈີນ-ລາວ
ເວລາອອກຂ່າວ: 2023-02-09 09:10:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 234 | ຄວາມນິຍົມ:



ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ຈີນ-ລາວ ​ນຳ​ໂດຍສະຫາຍ ພົນ​ຕີ ຈາງ ປາວ​ສຸນ ຮອງ​ຫົວໜ້າ​ຫ້ອງການ​ຮ່ວມ​ມື​ການ​ທະຫານ​ສາກົນ, ຄະນະກຳມະການ​ທະຫານ​ສູນ​ກາງ ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ໃນ​ວັນ​ທີ 8 ກຸມພາ 2023 ນີ້, ເນື່ອງ​ໃນ​ໂອກາດທີ່​ຄະນະ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງ​ທີ 8 ຢູ່ ​ສປປ ລາວ, ໃນ​ລະຫວ່າງ​ວັນ​ທີ 8-9 ກຸມພາ 2023 ນີ້. ໂອກາດ​ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວຂອງ ສະຫາຍ ພົນ​ຕີ ຈາງ ປາວ​ສຸນ ພ້ອມ​ດ້ວຍ​ຄະນະ ເຊິ່ງ​ເປັນ​ການ​ປະກອບສ່ວນ​ນຳ​ເອົາ​ຜົນ​ປະໂຫຍດ​ໃຫ້​ແກ່​ວຽກ​ງານ​ການ​ຮ່ວມ​ມື​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ຂອງ ສອງ​ກອງທັບ ລາວ-ຈີນ, ທັງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​ທີ່​ມີ​ມູນເຊື້ອ​ອັນ​ດີງາມ ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ, ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ການ​ພົບ​ປະ​ລະຫວ່າງ​ຄະນະ​ຜູ້​ແທນ​ທັງ​ສອງ​ກອງທັບ ລາວ-ຈີນ, ຈີນ-ລາວ ເຊິ່ງ​ແມ່ນ​ອີກ​ບາດກ້າວ​ໜຶ່ງ​ໃນ​ການ​ປະສານ​ງານ​ການ​ຮ່ວມ​ມື ທີ່​ສອງ​ພັກ-ສອງ​ລັດ ກໍ​ຄື 2 ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຈີນ ໃຫ້​ໄດ້​ຮັບ​ໝາກຜົນ​ດີຍິ່ງໆ​ຂຶ້ນ. ໂອກາດ​ດຽວ​ກັນ, ສະຫາຍ ພົນ​ຕີ ຈາງ ປາວ​ສຸນ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ສະຫາຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ລາຍ​ງານ​ຜົນ​ຂອງ​ກອງ​ປະຊຸມ​ຄະນະ​ປະສານ​ງານ​ຮ່ວມ​ມື​ສອງ​ກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້​ ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮັບ​ຊາບ, ໂດຍ​ສອງ​ຝ່າຍ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຊາດ, 2 ກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ, ເພື່ອ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ສອງຊາດ, ເພື່ອ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ແລະ ການຮ່ວມ​ມື​ພາຍ​ໃນ​ພາກ​ພື້ນ ແລະ ສາກົນ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ