ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຍິບ​ໝາກເບັງ​ຂາຍ ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ຄອບຄົວ
ເວລາອອກຂ່າວ: 2023-02-09 09:16:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ການ​ຫຍິບ​ໝາກເບັງ ​ແມ່ນ​ມູນເຊື້ອທີ່ດີງາມ​ອັນ​ໜຶ່ງ​ທີ່​ເປັນ​ເອກະລັກ​ທີ່​ສະແດງ​ເຖິງ​ຄວາມ​ປານີດ​ທາງ​ດ້ານ​ສິລະ​ປະ, ສີມື​ຫັດຖະກຳ​ຂອງ​ແມ່ຍິງ​ລາວ​ບັນດາເຜົ່າທີ່​ຕິດ​ພັນ​ກັບ​ສາສະໜາ, ຮີດຄອງ​ປະເພນີ, ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ລາວ ກໍ​ຄື​ມູນ ເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ​ລາວ​ມາ​ແຕ່​ດົນ​ນານ​ແລ້ວ ເຊິ່ງ​ມາ​ເຖິງ​ປັດຈຸບັນ​ນີ້ ການ​ນຳ​ໃຊ້​ໝາກເບັງ​ເຂົ້າ​ໃນ​ພິທີການ​ຕ່າງໆທາງ​ສາສະໜາ ແມ່ນ​ໄດ້​ຮັບ​ຄວາມນິຍົມ ຈາກ​ສັງຄົມ​ນັບ​ມື້​ຫຼາຍ​ຂຶ້ນຈົນ​ ກາຍເປັນ​ອີກ​ຊ່ອງ​ທາງ​ໜຶ່ງ ເພື່ອ​ ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່ຄອບ ຄົວ, ດັ່ງ​ຄອບຄົວ​ຂອງ ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ ຮອງ​ ຫົວໜ້າ​ພະ​ແນກ​ສຳເນົາເອກະ ສານ, ຫ້ອງການ​ ກົມ​ໃຫຍ່ພະລາ ທິການ​ກອງທັບ ແມ່ນ​ຄອບຄົວ​ໜຶ່ງ​ທີ່​ໃຊ້​ເວລາ​ວ່າງ​ໃຫ້​ເກີດ​ປະ ໂຫຍດ, ສູ້​ຊົນ​ຊອກ​ແຫຼ່ງ​ລາຍ​ຮັບ​ເພີ່ມ​ເຂົ້າ​ຄອບຄົວ ດ້ວຍ​ການ​ໝູນ​ໃຊ້​ພອນ​ສະຫວັນ, ຄວາມ​ມັກ​ຮັກ​ໃນ​ວຽກ​ງານ​ຫັດຖະກຳ ໂດຍ​ຖື​ເອົາ​ການ​ຫຍິບ​ໝາກເບັງ​ບູຊາ ເປັນ​ວຽກ​ງານ​ເສີມ, ເປັນ​ກິດ​ກຳ​ໃນ​ຍາມ​ວ່າງ​ຂອງ​ຄອບຄົວ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ຄອບຄົວ ເຊິ່ງ​​ສາມາດ​ສ້າງ​ລາຍ​ຮັບ​ສະເລ່ຍ 16-18 ລ້ານ​ກີບ​ຕໍ່​ປີ. ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ ມີ​ຖິ່ນ​ຖານ​ກຳເນີດທີ່​ ແຂວງ​ຊຽງ​ຂວາງ ໃນ​ປັດຈຸບັນ ​ຄອບຄົວ​ໄດ້​ຍົກຍ້າຍ​ມາ​ຢູ່​ບ້ານ​ຈອມ​ມະນີ​ເໜືອ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ໄດ້​ສ້າງ​ຄອບຄົວ​ກັບ ທ່ານ ຄຳ​ຜ່ານ ຄຳ​ເທພາ ມີ​ລູກ​ຮ່ວມ​ກັນ 1 ຄົນ. ຍ້ອນ​ຄວາມ​ຕື່ນ​ຕົວ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ແລະ ສະພາບ​ແວດ​ລ້ອມ​ຂອງ​ຄອບຄົວ​ນັບ​ທັງ​ພໍ່ເຖົ້າ, ແມ່ເຖົ້າ ແລະ ພໍ່​ແມ່ ເປັນ​ທະຫານ​ທັງ​ໝົດ ພາຍຫຼັງ​ທີ່​ຮຽນ​ຈົບ​ອ 3 ແລະ ວິຊາ​ຊີບ​ພິມ​ດີດ ສະຫາຍ​ໄດ້​ສະໝັກ​ໃຈ​ເຂົ້າ​ຢູ່​ໃນ​ຖັນ​ແຖວ​ກອງທັບ ​ໃນ​ວັນທີ 2 ຕຸລາ 1995 ຢູ່​ທີ່ ກົມ​ຂົນສົ່ງກົມໃຫຍ່​ ພະລາທິການ​ກອງທັບ ຖືກມອບ ​ໝາຍ​ໜ້າທີ່ຊ່ວຍວຽກຮັບແຂກ-ພິມ​ດີດ, ຕໍ່​ມາປີ 2000 ໄດ້​ຖືກ ສັບຊ້ອນ​ຊ່ວຍວຽກ​ພິມ​ດີດ ​ຢູ່​ຂາ​ເຂົ້າ-ຂາ​ອອກກົມ​ເສນາ-ພະ​ ລາ, ຈາກ​ນັ້ນ​ປີ 2015 ໄດ້ຖືກ​ ມອບ​ໝາຍ​ໜ້າທີ່ເປັນຮອງຫົວ ໜ້າ​ພະ​ແນກ​ສຳ​ເນົາເອກະສານ ຫ້ອງການ​ ກົມ​ໃຫຍ່ພະລາທິການ ​ກອງທັບ ໂດຍລົງເລີກວຽກງານ​ ສຳ​ເນົາ​ເອກະສານ ແລະ ວຽກ ​ງານ​ຫໍສະໝຸດ ຈົນເຖິງປັດຈຸ ບັນ. ຕະຫຼອດໄລຍະ​ຂອງການເຮັດ​ວຽກ​ສະຫາຍ​ໄດ້​ຈັດ​ຕັ້ງປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຕາມ​ການ​ມອບ​ໝາຍຂອງ​ ຂັ້ນ​ເທິງ ​ມີ​ຜົນສຳເລັດເປັນກ້າວໆມາ. ເວົ້າ​ເຖິງ​ແຮງ​ຈູງ​ໃຈ​ໃນ​ເບື້ອງຕົ້ນ ກ່ອນ​ທີ່​ສະຫາຍຈະກ້າວ​ເຂົ້າ​ສູ່​ການ​ຫຍິບ​ໝາກເບັງບູຊາຂາຍ ​ເປັນ​ສິນຄ້າ​ນັ້ນ ຍ້ອນ​ເຫັນໝູ່ເຮັດ​ ຜ່ານ​ມາ ແລະ ໄດ້​ຮັບ​ການຕອບ ຮັບ​ຈາກ​ສັງຄົມ​ດີ ດັ່ງນັ້ນຈຶ່ງມີ​ ແນວ​ຄິດ​ຢາກ​ລອງ​ຫຍິບຄືໝູ່ ໂດຍ​ເລີ່ມ​ຕົ້ນ​ຈາກ​ການ​ຫຍິບໃຫ້​ແມ່​ບູຊາ, ຫຍິບ​ໃຫ້​ເອື້ອຍ​ບູຊາ ແລະ ຫຍິບ​ວາງ​ຂາຍ​ຢູ່ໜ້າເຮືອນ ເຊິ່ງ​ໄດ້​ຮັບ​ການ​ຕອບ​ຮັບ​ຈາກລູກຄ້າ ​ເປັນ​ຢ່າງ​ດີ. ປັດຈຸບັນ​ມີ​ລູກຄ້າປະ ຈຳ 40 ກວ່າ​ຄອບຄົວ, ສຳລັບ​ວັດຖຸ​ອຸ​ກອນ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ແຕ່​ລະ​ຂັ້ນ​ຕອນ​ແມ່ນ​ສາ ມາດ​ຊອກ​ຫາ​ໄດ້​ງ່າຍ ເປັນຕົ້ນ​ແມ່ນ​ໃບຕອງ, ດອກ​ພຸດ, ດອກ​ດາວເຮືອງ ສາມາດ​ປູກ​ເອງ​ໄດ້ ເຮັດ​ໃຫ້​ຫຼຸດຜ່ອນ​ຕົ້ນ​ທຶນ​ໃນ​ການ​ຜະລິດ​ໄດ້​ເປັນ​ຢ່າງ​ດີ, ຖ້າ​ເປັນ​ວັນ​ສິນ​ໃຫຍ່​ມີ​ລູກ​ຄ້າ​ສັ່ງ​ຈອງ​ຫຼາຍ​ແມ່ນ​ສັ່ງ​ຊື້​ຈາກ​ທ້ອງ​ຕະຫຼາດ​ຈຳນວນ​ໜຶ່ງ ເຊິ່ງ​ກຳລັງ​ແຮງ​ໃນ​ໃນ​ການ​ຜະລິດ​ແມ່ນ​ອີງໃສ່​ສະມາຊິກ​ໃນ​ຄອບຄົວ​ມີ 3 ແຮງ​ງານ​ຄື: ພໍ່, ແມ່ ແລະ ລູກ ໂດຍ​ມີ​ການ​ແບ່ງປັນ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ລະອຽດ, ແມ່​ມີໜ້າ​ທີ່​ຫຍິບ, ຜົວ ແລະ ລູກ ມີໜ້າ​ທີ່​ຈັດ​ຫາ​ໃບຕອງ, ດອກ​ໄມ້ ແລະ ແຊມ​ດອກ​ໄມ້​ຊ່ວຍ ພ້ອມ​ທັງ​ຈັດ ​ສົ່ງ​ຕາມ​ການ​ສັ່ງ​ຈອງ​ຂອງ​ລູກ​ຄ້າ ຖ້າ​ເປັນ​ວັນ​ສິນ​ນ້ອຍ​ຈະ​ໃຊ້​ໃບ​ຕ້ອງ 2 ໝື່ນ ຫຍິບ​ໝາກເບັງ​ໄດ້ 40 ກວ່າ​ຄູ່, ວັນ​ສິນ​ໃຫຍ່​ໃຊ້​ໃບຕອງ 3 ໝື່ນ, ຫຍິບ​ໝາກເບັງ​ໄດ້ 80 ຫາ 100 ຄູ່. ໃນ​ນີ້, ໝາກເບັງ​ທີ່​ຄອບຄົວ ພັນ​ໂທ ນາງ ບຸນ​ຮອງວົງ​ດີ ຫຍິບ​ປະກອບ​ມີ: ໝາກເບັງ 3 ກີບ ລາຄາ 4 ພັນ​ກີບ, ໝາກເບັງ 5 ກີບ ລາຄາ 7 ພັນ​ກີບ, ໝາກເບັງ 9 ກີບ ລາຄາ 15 ພັນ​ກີບແລະ ໝາ​ເບັງ​ບາ​ລະ​ມີຂາຍ​ລາຄາ 35 ພັນ​ກີບ. ເຊິ່ງ​ໝາກເບັງ​ທີ່​ຂາຍ​ດີ​ກວ່າ​ໝູ່​ແມ່ນ​ໝາກເບັງ 5 ກີບ ເຊິ່ງ​ຈຸດ​ເດັ່ນ​ທີ່​ເຮັດ​ໃຫ້​ລູກ​ຄ້າ​ປະ​ທັບ​ໃຈ, ເພິ່ງ​ພໍໃຈແມ່ນ​ຫຍິບ​ແໜ້ນໜາ, ສະອາດ, ງາມ​ດີຮັບ​ສົ່ງ​ເຖິງ​ເຮືອນ ໂດຍ​ບໍ​ເສຍ​ຄ່າ​ສົ່ງ ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້ການ​ຜະລິດ​ໝາກເບັງ​ຂອງ​ຄອບຄົວ​ລາວ ມີ​ລູກ​ຄ້າ​ປະຈຳ​ນັບ​ມື້​ເພີ່ມ​ຂຶ້ນ​ເລື້ອຍໆ. ສະຫາຍ ພັນ​ເອກ ຄຳ​ແຫວນ ຫຼ້າ​ບົວ​ມະຫາ​ໄຊ ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ໃຫ້ການ​ຢັ້ງຢືນ​ວ່າ: ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ ແມ່ນ​ບຸກຄົນ​ໜຶ່ງ​ທີ່​ມີ​ຄວາມ​ບຸນ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ມີ​ສະຕິ​ຕຶ່ນ​ຕົວ​ປະຕິບັດ​ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ກອງທັບ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຂອງ​ແມ່ຍິງ​ລາວ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ໂດຍ​ສະເພາະ​ແມ່ນ​ສ້າງ​ຄອບຄົວ​ດີ​ມີ​ຄວາມ​ຜາ​ສຸກ ນຳ​ໃຊ້​ເວລາ​ວ່າງ​ນອກ​ໂມງ​ການ​ໃຫ້​ເກີດ​ປະໂຫຍດ​ນຳພາ​ຄອບຄົວ ສູ້​ຊົນ​ຊອກ​ແຫຼ່ງ​ລາຍ​ຮັບ​ເພີ່ມ ເພື່ອ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ໃຫ້​ມີ​ຢູ່​ມີ​ກິນ ເຊິ່ງ​ໄດ້​ຮັບ​ການ​ຍອມ ຮັບ, ຍໍ​ຍ້ອງຍໍ​ສັນລະເສີນ​ຈາກ​ອົງ​ການຈັດຕັ້ງ ແລະ ໝູ່​ເພື່ອນ​ຕະຫຼອດ​ມາ. ສະຫາຍ ພັນ​ໂທ ນາງ ນຸ່ນ​ແກ້ວ ຄຳ​ມຸງຄຸນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ຢັ້ງຢືນ​ຕື່ມ​ອີ​ກວ່າ: ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ ແນະນຳ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ກໍ​ຄື​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ​ວາງ​ອອກ ກ່ຽວ​ກັບ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ໄລ​​ຍະ​ປີ 2021-2025 ເຊິ່ງ​ໄລຍະ​ທີ 1 ແຕ່​ປີ 2021-2022 ຜ່ານ​ມາ, ພະ​ແນກ​ສະຫະພັນ​ແມ່ຍິງ​ ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ເອົາໃຈໃສ່​ຊຸກຍູ້​ສົ່ງເສີມ​ໃຫ້​​ສະມາຊິກ​ສະຫະພັນ​ແມ່ຍິງ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ວຽກ​ງານ​ດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ກວ້າງຂວາງ ແລະ ມີ​ຜົນສຳເລັດ​ອັນ​ຈົບງາມ. ໃນ​ນີ້​, ສາມາດ​ຄັດ​ເລືອກ​ໄດ້​ສະມາຊິກ​ສະຫະພັນ​ແມ່ຍິງ​ທີ່​ເປັນ​ພົນລະເມືອງ​ດີ 3 ພັນ​ກວ່າ​ສະຫາຍ, ສ້າງ​ຄອບຄົວ​ດີ 2 ພັນ​ກວ່າ​ຄອບຄົວ, ສະເພາະ​ການ​ສ້າງ​ຄອບຄົວ​ຕົວ​ແບບ​ມີ 138 ຄອບຄົວ, ໃນ​ທົ່ວ​ກົມ​ໃຫຍ່​ພະລາທິການ​ກອງທັບ ສຳລັບ​ຢູ່​ອົງການ​ກົມ​ໃຫຍ່​ພະ ລາທິການ​ກອງທັບ ກໍ​ມີ​ຫຼາຍ​ຄອບຄົວ ໜຶ່ງ​ໃນ​ນັ້ນ​ມີ​ຄອບຄົວ​ຂອງ ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ. ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຈຸດ​ດີ​ໃນ​ການ​ຍືດ​ຖື​ການ​ຫຍິບ​ໝາກເບັງ​ເປັນ​ອາຊີບ​ເສີມ ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ຄອບຄົວ ແມ່ນ​ເປັນ​ການ​ສ້າງ​ກິດຈະກຳ​ຊຸກຍູ້​ສົ່ງເສີມ​ໃຫ້​ສະມາຊິກ​ໃນ​ຄອບຄົວ​ມີ​ຄວາມ​ສາມັກຄີ, ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນແລະ ກັນ ທັງ​ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ຂອງ​ແມ່ຍິງ​ລາວ​ວາງ​ອອກ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ສຳລັບ​ທິດ​ທາງໃນຕໍ່ໜ້າ​ເພື່ອ​ຫຼຸດຜ່ອນ​ຕົ້ນ​ທຶນ​ໃນ​ການ​ຜະລິດຄອບຄົວ​ຈະ​ສູ້​ຊົນ​ຂະຫຍາຍ​ພື້ນ​ທີ່​ປູກ​ຕົ້ນ​ກ້ວຍ (ເພື່ອ​ ສະໜອງ​ໃບຕອງ), ປູກ​ດອກ​ພຸດແລະ ດອກ​ດາວເຮືອງ ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ຜະລິດ​ຕົວ​ຈິງ. ຈາກ​ຜົນງານ​ແບບແຜນ​ການ ດຳລົງ​ຊີວິດ​ທີ່​ດີເດັ່ນໃນການ​ນຳ ພາ​ຄອບຄົວ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ນັ້ນ ສະຫາຍ ​ພັນ​ໂທ ນາງ ບຸນ​ຮອງ ວົງດີ ໄດ້​ຮັບ​ ການ​ຢັ້ງຢືນ​ເປັນຄອບຄົວຕົວ ແບບ 2 ສະ​ໄໜ, ໄດ້​ຮັບໃບຢັ້ງ ຢືນແມ່ຍິງ 3 ດີ 8 ໃບ​ຈາກອົງ​ການຈັດຕັ້ງ​ສະຫະພັນແມ່ຍິງ​ ກອງທັບ, ສູນ​ກາງ​ສະຫະພັນ​ ແມ່ຍິງ​ລາວ ແລະ ໄດ້​ຮັບ​ການ​ຍອມຮັບ​ຈາກ​ໝູ່​ເພື່ອນ​ດ້ວຍ​ກັນ​ຕະຫຼອດ​ມາ, ດັ່ງນັ້ນ ສະມາຊິກ ​ສະຫະພັນ​ແມ່ຍິງ​ທຸກ​ຄົນຄວນ​ນໍາ​ເອົາ​ບົດຮຽນ​ດັ່ງກ່າວ​ນີ້​ໄປ​ນຳ​ໃຊ້​ເຂົ້າ​ໃນ​ການພັດທະນາ​ຊີວິດການ​ເປັນຢູ່​ຄອບຄົວ​ຂອງ​ຕົນ ດ້ວຍ​ການ​ນຳ​ໃຊ້​ທ່າແຮງ​ທີ່​ມີ​ໃນ​ ຄອບຄົວ ເພື່ອ​ນຳພາ​ຄອບຄົວ​ຂອງ ​ຕົນ​ມີ​ຢູ່, ມີ​ກິນ, ກິນ​ອີ່ມ​ນຸ່ງ​ອຸ່ນ, ກິນ​ແຊບ​ນຸ່ງງາມຫຼຸດພົ້ນອອກຈາກ ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ​ໂດຍ: ຄຳ​ໃໝ່ ສັງ​ທອງ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ