ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການສະຫະພັນແມ່ຍິງ ກປທ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 109 ປີ
ເວລາອອກຂ່າວ: 2019-03-06 09:14:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ຫ້ອງການສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໄດ້ຈັດ ຕັ້ງປາຖະກະຖາວັນແມ່ຍິງສາ ກົນຄົບ ຮອບ 109 ປີ (8/3/ 1910-8/3/2019) ໃນວັນທີ 5 ມີນາ 2019 ນີ້, ໂດຍການ ເຂົ້າຮ່ວມຂອງສະຫາຍພົນຕີ ສອນທອງ ພົມລາວົງ ກຳມະ ການຄະນະພັກກະຊວງ, ຮອງຫົວ ຫນ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະຫ້ອງການຊາວ ໜຸ່ມ, ກຳມະບານ, ຄະນະພັກ- ຄະນະບັນຊາອົງການ, ກົມກອງ ແລະ ຄະນະໜ່ວຍສະຫະພັນແມ່ ຍິງອ້ອມຂ້າງກະຊວງປ້ອງກັນ ປະເທດເຂົ້າຮ່ວມ. ພັນເອກ ດຣ ນາງ ແວ່ນແກ້ວ ອຸທະວົງ ອະດີດຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ ອະດີດຫົວໜ້າຫ້ອງການ ສະຫະພັນແມ່ຍິງ ກປທ ໄດ້ທົບ ທວນຫວນຄືນປະຫວັດຄວາມ ເປັນມາຂອງວັນແມ່ຍິງສາກົນ ໂດຍວັນແມ່ຍິງສາກົນໄດ້ກຳເນີດ ເກີດຂຶ້ນ ໃນທ່າມກາງສະພາບ ເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກໂຮງງານ, ອຸດສາ ຫະກໍາຂອງນາຍທຶນຂະຫຍາຍ ຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ ແກ່ພວກເຂົາ, ແຕ່ຊໍ້າພັດເພີ່ມ ຄວາມລໍາບາກໃຫ້ກັບຊາວຜູ້ອອກ ແຮງງານໂດຍສະເພາະກຳມະ ກອນແມ່ຍິງຖືກກົດຂີ່ຂູດຮີດຢ່າງ ຫນັກຫນ່ວງ, ເຮັດວຽກຫຼາຍຊົ່ວ ໂມງແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ, ຖືກດູຫມິ່ນປະຫມາດ, ຖືແມ່ຍິງ ເປັນສິນຄ້າ, ຖືກຂົມຂື່ນທໍາສໍາ ເລົາ ແລະ ໄລ່ອອກຈາກວຽກ, ເວລາຖືພາ, ເກີດລູກຫລືເຈັບເປັນ ບໍ່ໄດ້ຮັບການປິ່ນປົວ, ຕໍ່ຫນ້າສະ ພາບການດັ່ງກ່າວກຳມະກອນ ແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ ນາຍທຶນຕ້ອງແກ້ໄຂຊີວິດການ ເປັນຢູ່ໃຫ້ແມ່ຍິງ, ທວງໃຫ້ນາຍ ທຶນຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານ ເດັກ ແລະ ທວງໃຫ້ແມ່ຍິງມີສິດ ໃນການອອກສຽງເລືອກຕັ້ງ ແລະ ການຮັບສະຫມັກເລືອກຕັ້ງ, ໃນປີ 1910 ຂະບວນການຕໍ່ສູ້ຂອງ ແມ່ຍິງໄດ້ແຜ່ຂະຫຍາຍກວ້າງ ອອກໄປສູ່ປະເທດນາຍທຶນຢູ່ທະ ວິບເອີຣົບ ແລະ ໃນປີນີ້ເອງກອງ ປະຊຸມສາກົນກ່ຽວກັບບັນຫາ ແມ່ຍິງຄັ້ງທໍາອິດໄດ້ຈັດຂຶ້ນຢູ່ ນະຄອນຫລວງຂອງປະເທດ ເດນມາກ, ກອງປະຊຸມໄດ້ຮັບ ຮອງ ແລະ ຕົກລົງເອົາວັນທີ 8 ມີນາເປັນວັນແມ່ຍິງສາກົນ. ນັບ ແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນ ເຫດການ ການເມືອງທີ່ສໍາຄັນ, ເປັນຂີດຫມາຍແຫ່ງໄຊຊະນະ ອັນເປັນພື້ນຖານຂອງແມ່ຍິງສາ ກົນໃນການຕໍ່ສູ້ທວງເອົາສິດຜົນ ປະໂຫຍດອັນຊອບທໍາໃຫ້ແກ່ແມ່ ຍິງໃນທົ່ວໂລກ, ເປັນວັນລະນຶກ ເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດ ປ່ອຍຕົນເອງ ແລະ ທວງໃຫ້ມີສິດ ສະເຫມີພາບທຽບເທົ່າກັບເພດ ຊາຍ ທວງໃຫ້ນາຍທຶນແກ້ໄຂຊີ ວິດການເປັນຢູ່ພາຍໃຕ້ຄໍາຂວັນ" ຜູ້ຫນຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄື ກັນຕ້ອງໄດ້ຮັບເງິນເດືອນເທົ່າ ກັນ, ຕ້ອງມີລະບອບປ້ອງກັນສຸ ຂະພາບຂອງແມ່ຍິງ ແລະ ເດັກ ນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງ ໂລກ". ພ້ອມດຽວກັນນີ້ຍັງໄດ້ ຍົກໃຫ້ເຫັນບັນດາອົງການຈັດ ຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບ ແມ່ຍິງໃນລະດັບສາກົນ, ພາກ ພື້ນ ແລະ ອາຊຽນ, ຍົກໃຫ້ເຫັນ ນະໂຍບາຍຂອງ ສປປ ລາວ ຕໍ່ກັບແມ່ຍິງລາວ, ກົນໄກສົ່ງ ເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ຄວາມກ້າວຫນ້າ ຂອງແມ່ຍິງໃນ ສປປ ລາວ ແລະ ຍົກໃຫ້ເຫັນວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຂອງສະຫະພັນແມ່ຍິງລາວໃນປີ 2018 ຜ່ານມາອີກດ້ວຍ. ໂດຍ: ນ.ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ