ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮັດ​ແໜ້ນ​ການ​ຮ່ວມ​ມືດ້ານ​ການທ່ອງທ່ຽວ ລະຫວ່າງ ລາວ-ກຳປູເຈຍ
ເວລາອອກຂ່າວ: 2023-03-15 09:42:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ກະຊວງ​ຖະແຫຼງ​ຂ່າວວັດທະນະທຳ ແລະ ທ່ອງ​ທ່ຽວ ​ສປປ ລາວ ແລະ ກະຊວງ​ທ່ອງ​ທ່ຽວ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ 2023 ຢູ່​ນະຄອນຫຼວງ​ວຽງ​ຈັນ, ຝ່າຍ​ລາວ​ນຳ​ໂດຍ ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ​ວັດທະນະທຳ ແລະ ທ່ອງ​ທ່ຽວ ແລະ ຝ່າຍ​ກຳປູເຈຍ ນຳ​ໂດຍ ທ່ານ ທອງ ຄົນ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ພ້ອມ​ດ້ວຍ​ຄະນະ. ທັງ​ນີ້, ກໍ​ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະເທດ. ໂອກາດ​ນີ້, ທັງ​ສອງ​ຝ່າຍ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສົ່ງເສີມ​ການທ່ອງທ່ຽວ ລະຫວ່າງ​ສອງ​ປະເທດ​ຜ່ານ​ທາງ​ອາກາດ, ທາງນ້ຳ, ທາງບົກ ແລະ ການທ່ອງທ່ຽວ​ຈາກ​ປະເທດ​ທີ 3, ການ​ພັດທະນາ​ການທ່ອງທ່ຽວ ແບບ​ປະຊາ ຊົນ​ມີ​ສ່ວນ​ຮ່ວມ ແລະ ການທ່ອງທ່ຽວ​ອະນຸລັກ, ຮ່ວມ​ກັນ​ສົ່ງເສີມ​ການ​ຕະຫຼາດ​ທ່ອງ​ທ່ຽວ ພາກ​ພື້ນ ແລະ ສາກົນ, ການ​ພັດທະນາ​ບຸກ​ຄະລາ​ກອນ​ດ້ານ​ການທ່ອງທ່ຽວ ແລະ ອື່ນໆ. ພ້ອມ​ນັ້ນ, ຍັງ​ໄດ້​ປຶກສາ​ຫາລື​ກຳນົດ​ບັນດາ​ໜ້າ​ວຽກ, ກິດຈະກຳ​ການ ທ່ອງທ່ຽວ​ຮ່ວມ​ກັນ ແນໃສ່​ເພື່ອ​ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ​ວຽກ​ງານ​ທ່ອງ​ທ່ຽວ ຂອງ​ສອງ​ປະເທດ ໃຫ້​ມີ​ບາດກ້າວ​ໃໝ່ ພາຍຫຼັງ​ທີ່​ຂະແໜງ​ການທ່ອງທ່ຽວ ລະຫວ່າງ ລາວ ແລະ ກຳປູເຈຍ ໄດ້​ຜະເຊີນ​ກັບ​ການ​ລະບາດ ຂອງ​ພະຍາດ​ໂຄ​ວິດ-19. ໃນ​ໂອກາດ​ນີ້, ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ໄດ້​ກ່າວ​ວ່າ: ການ​ມາ​ຢ້ຽມຢາມ ແລະ ພົບ​ປະ​ສອງ​ຝ່າຍ​ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສອງ​ຂະແໜງ​ການທ່ອງທ່ຽວ ລາວ-ກຳປູເຈຍ ກໍ​ຄື ລະຫວ່າງ ສອງ​ປະເທດ​ລາວ-ກຳປູເຈຍ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ. ການ​ພົບ​ປະ​ຄັ້ງ​ນີ້, ຈະ​ເປັນ​ຂີດ​ໝາຍ​ສຳຄັນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ໃນ​ຂົງເຂດ​ວຽກ​ງານ​ທ່ອງ​ທ່ຽວ ຂອງ​ສອງ​ປະເທດ ລາວ-ກຳປູເຈຍ ໃຫ້​ດຳ ເນີນ​ໄປ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ແລະ ຂະຫຍາຍຕົວ. ພ້ອມ​ກັນ​ນີ້, ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ຍັງ​ໄດ້​ສະແດງ​ຄວາມ​ເປັນ​ເອກະ​ພາບ ແລະ ສະໜັບສະໜູນ ຕໍ່​ແຜນການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ລາວ-ກຳປູເຈຍ ສົກ​ປີ 2023-2024 ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ ໃຫ້​ແກ່​ການ​ພັດທະນາ, ໂຄສະນາ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຂອງ​ສອງ​ປະເທດ ລວມ​ທັງ​ນັກ​ທ່ອງ​ທ່ຽວ​ຈາກ​ປະເທດ​ທີ 3 ໃຫ້​ມາ​ທ່ຽວ​ສອງ​ປະເທດ​ລາວ-ກຳປູເຈຍ. ພ້ອມ​ນີ້, ຍັງ​ເປັນ​ໂອກາດ​ທີ່​ດີ​ໃຫ້​ແກ່ ການ​ສົ່ງເສີມ​ການ​ລົງທຶນ​ໃນ​ຂົງເຂດ​ການທ່ອງທ່ຽວ ຕໍ່​ບັນດາ​ນັກ​ລົງທຶນ​ຈາກ​ພາຍ​ໃນ ແລະ ສາກົນ. ໂອກາດ​ນີ້, ທ່ານ​ ນາງສວນ​ສະຫວັນ ວິ​ຍະ​ເກດ ຍັງ​ໄດ້​ເນັ້ນ​ໃຫ້ ຄະນະ​ເຈົ້າ​ໜ້າທີ່​ອາວຸໂສ ຂອງ​ສອງ​ປະເທດ ນຳ​ເອົາ​ຜົນ​ຂອງ​ກອງ​ປະຊຸມ​ນີ້, ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ ບັນດາ​ແຜນ​ກິດຈະກຳ​ທີ່​ໄດ້​ຕົກລົງ​ກັນ​ໃນ​ຄັ້ງ​ນີ້ ໃຫ້​ເກີດ​ດອກ​ອອກ​ຜົນ; ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ກ່ຽວ​ກັບ ສະພາບ​ການ ທ່ອງທ່ຽວ ເຊິ່ງ​ກັນ ແລະ ກັນ ຢູ່​ພາຍ​ໃນ ແລະ ສາກົນ; ສະເໜີ​ທັງ​ສອງ​ຝ່າຍ ພິຈາລະນາ ໃຫ້​ມີ​ການ​ຈັດ​ເຝິກອົບຮົມ​ດ້ານ​ການທ່ອງທ່ຽວ ໃຫ້​ແກ່​ພະນັກງານ​ຢູ່​ຂັ້ນ​ທ້ອງຖິ່ນ ແລະ ຂັ້ນ​ສູນ​ກາງ ຂອງ​ສອງ​ປະເທດ ໃນ​ແຕ່​ລະ​ໄລຍະ ຕາມ​ເງື່ອນໄຂ ແລະ ຄວາມ​ສາມາດ​ຕົວ​ຈິງ; ເພີ່ມ​ທະວີ ແລະ ສະໜັບສະໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ເວທີ​ຂອບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ໃນ​ຂົງເຂດ​ພາກ​ພື້ນ ແລະ ສາກົນ ລວມ​ທັງ​ຄວາມ​ອາດ​ສາມາດ​ໃນ​ການ​ຂຽນ​ໂຄງການ​ຮ່ວມ​ກັນ ເພື່ອ​ຂໍ​ທຶນ​ຈາກ​ປະເທດ​ຄູ່​ຮ່ວມ​ພັດທະນາ ແລະ ອົງ​ການຈັດຕັ້ງ​ສາກົນ. ທ່ານ ທອງ ຄົນ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ກໍ​ໄດ້​ໃຫ້​ຮູ້​ວ່າ: ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ໃນ​ຄັ້ງ​ນີ້, ແມ່ນ​ ປະຕິບັດ​ຕາມ​ການ​ຊີ້​ນຳ​ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ​ຣາ​ຊະ​ອານາຈັກ ກຳປູເຈຍ ເດີນທາງ​ມາ​ຢ້ຽມຢາມ ທາງ​ການ​ທີ່​ນະຄອນຫຼວງ​ວຽງ​ຈັນ ​ສປປ ລາວ ລະຫວ່າງ​ວັນ​ທີ 12-14 ກຸມພາ 2023 ທີ່​ຜ່ານ​ມາ ໂດຍ​ຊຸກຍູ້​ໃຫ້​ວຽກ​ງານ​ທ່ອງ​ທ່ຽວ ຕ້ອງ​ໄດ້​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ ໂດຍ​ຜ່ານ​ກິດຈະກຳ​ເຊື່ອມ​ໂຍງ​ຫຼາຍ​ຮູບ​ແບບ ເຊັ່ນ: ການ​ໂຄສະນາ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ສາຍ​ການບິນ​ໂດຍ​ກົງ ລະຫວ່າງ​ສອງ​ປະເທດ ເຊິ່ງ ທ່ານ ສົມເດັດ ຮຸນ​ແຊນ ກໍ​ໄດ້​ຊີ້​ນຳຢາກ​ໃຫ້​ມີ​ສາຍ​ການບິນ​ໂດຍ​ກົງ​ຈາກ ​ສປປ ລາວ ໄປ​ຍັງ​ສະໜາມ​ບິນ​ສາກົນ ພະນົມ​ເປັນ, ສີ​ຫາ​ນຸ​ກວິວ ແລະ ຊຽມ​ລຽບ. ກ່ອນ​ການ​ເດີນທາງ​ມາ​ພົບ​ປະ​ຄັ້ງ​ນີ້, ຂ້າພະເຈົ້າ ກໍ​ໄດ້​ພົບ​ກັບ​ກົມ​ການບິນ ຖ້າ​ຫາ​ກວ່າ ທາງ​ການບິນ​ລາວ ສາມາດ​ສ້າງ​ສາຍ​ການບິນ​ໂດຍ​ກົງ​ແລ້ວ ກໍ​ໄດ້​ໃຫ້​ສິດ​ພິເສດ ເພື່ອ​ສາມາດ​ບິນ​ເຊື່ອມ​ຕໍ່ຈາກ ພະນົມ​ເປັນ-ສິ​ຫາ​ນຸ​ວິວ ແລະ ຊຽມ​ລຽບ-ສິ​ຫາ​ນຸ​ວິວ. ພ້ອມ​ນີ້, ທ່ານ ທອງ ຄົນ ຍັງ​ໄດ້ ແຈ້ງ​ໃຫ້​ຊາບ​ວ່າ: ລັດຖະບານ​ແຫ່ງ​ຣາ​ຊະ​ອານາຈັກ ກຳປູເຈຍ ຈະ​ໄດ້​ຈັດ​ມະຫາ​ກຳ​ກິລາ ອາຊີ​ຕາເວັນ​ອອກສຽງ​ໃຕ້ ເຊິ່ງ​ຖື​ວ່າ​ເປັນ​ການທ່ອງທ່ຽວ ທາງ​ກິລາ ທີ່​ສຳຄັນ ແລະ ເປັນ​ໂອກາດ​ດຽວ ​ກັບ​ການຈັດຕັ້ງ​ປີ​ທ່ອງ​ທ່ຽວ ກຳປູເຈຍ ໃນ​ປີ 2023 ນີ້. ພ້ອມ​ກັນ​ນັ້ນ, ທາງ​ກຳປູເຈຍ ກໍ​ຈະ​ສະໜັບສະໜູນ​ຢ່າງ​ເຕັມທີ ແລະ ຍິນ​ດີ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ທີ່ ​ສປປ ລາວ ຈະ​ເປັນ​ເຈົ້າພາບ ໃນ​ປີ 2024 ທີ່​ຈະ​ມາ​ເຖິງ​ນີ້. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ