

![]()
ພັກປະຊາຊົນປະຕິວັດລາວຜູ້ຈັດຕັ້ງນຳພາທຸງໄຊຊະນະຂອງການປະຕິວັດ
ເວລາອອກຂ່າວ: 2023-03-16 10:05:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໃຫ້ທັດສະນະເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີວ່າ: ຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດອັນຍືດເຍື້ອຍາວນານຫຼາຍພັນປີ, ຄົນລາວ ມີນ້ຳໃຈຮັກຊາດພິລະອາດຫານ, ມີຄວາມສາມັກຄີປອງດອງ, ດຸໝັ່ນໃນການທຳມາຫາກິນ, ມີຄວາມເດັດດ່ຽວຕໍ່ສູ້ບໍ່ຍອມ ຈຳນົນກັບການແຊກແຊງຮຸກຮານຈາກພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ເພື່ອປົກປ້ອງບ້ານເກີດ ເມືອງນອນຕະຫຼອດມາ.
ໂດຍສືບທອດພາລະກິດຂອງ ພັກຄອມມູນິດອິນດູຈີນ ພັກເຮົາໄດ້ຮັບການກໍ່ຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍມີ ປະທານ ໄກສອນ ພົມວິຫານ ເປັນແກນນຳ. ເມື່ອຫວນຄືນຫຼັງ 68 ປີ ພັກເຮົາໄດ້ເດີນຕາມເສັ້ນທາງເດີນຕໍ່ອຸດົມການປະຕິວັດ, ປະທານໄກສອນ ພົມວິຫານ ເປັນແກນນຳ ນຳພາປົດປ່ອຍເອົາ ປະເທດຊາດ ນຳເອົາຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດແຫ່ງຊາດ ມາສູ່ປະຊາຊົນບັນດາເຜົ່າໃນທົ່ວ ປະເທດ. ສິ່ງເຫຼົ່ານີ້, ຢັ້ງຢືນເຖິງ ອຸດົມການອັນ ແນ່ວແນ່, ມີໄຫວ ພິກທີ່ລ້ຳເລີດຂອງປະທານ ໄກ ສອນ ພົມວິຫານ ກໍຄືຂອງພັກ ເຮົານຳພາ.ຕະຫຼອດໄລຍະເວລາທີ່ຜ່ານມາ ປະເທດຊາດບໍ່ວ່າຈະຢູ່ໃນສະຖານະການຫຍຸ້ງຍາກສັບສົນຢ່າງໃດກໍ່ຕາມ, ພັກກໍ່ໄດ້ນຳພາຢ່າງເດັດດ່ຽວເດີນຕາມອຸດົມການສູ່ຈຸດໝາຍສັງຄົມນິຍົມ, ສາມາດປົກປັກຮັກ ສາໝາກ ຜົນຂອງການປະຕິວັດ.
ສຳລັບຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່ການ ເມືອງກອງທັບ ເວລາໃດກໍຍຶດໝັ້ນພັກນຳພາເດັດຂາດ, ໂດຍກົງ, ຮອບດ້ານຕໍ່ກຳລັງປ້ອງກັນຊາດ, ເອົາໃຈໃສ່ສຶກສາອົບຮົມປຸກລະ ດົມນຳພາແນວຄິດໃຫ້ຖັນແຖວ ພະນັກງານ-ສະມາຊິກພັກ-ຕະ ຫຼອດຮອດນັກຮົບ ຢູ່ໃຕ້ການນຳ ພາຂອງພັກ ຍຶດໝັ້ນຕໍ່ອຸດົມການປະຕິວັດ, ໃຫ້ສົມກັບເປັນກຳລັງເຄື່ອງມືອັນແຫຼມຄົມທີ່ໄວ້ ເນື້ອເຊື່ອໃຈຂອງພັກ-ຂອງປະຊາຊົນບັນດາເຜົ່າ, ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອກຳ ລັງປະຕິວັດດ້ວຍການຈັດຕັ້ງອົບຮົມ-ຫັດແອບການທະຫານ- ການເມືອງ-ວິຊາສະເພາະເຫຼົ່າຮົບທັງ 3 ດ້ານໄປພ້ອມໆກັນ, ມີ ຄວາມຊຳນິຊຳນານໃນການນຳໃຊ້ພາຫະນະອຸປະກອນທີ່ທັນສະໄໝ, ກຽມພ້ອມສູ້ຮົບໃນທຸກ ສະຖານະການ, ຈັດຕັ້ງການຫັນ ລົງສູ່ການກໍ່ສ້າງຮາກຖານການ ເມືອງ ເຮັດໃຫ້ຮາກຖານມີຄວາມ ສະຫງົບ, ສ້າງເງື່ອນໄຂໃຫ້ປະ ເທດຊາດໄດ້ຮັບການພັດທະນາ, ມີການຫັນປ່ຽນຕາມຍຸກ ສະໄໝ, ເອົາໃຈໃສ່ຖືສຳຄັນການກໍ່ສ້າງພັກ-ກໍ່ສ້າງພະນັກງານ, ທຸກການ ຈັດຕັ້ງລ້ວນແຕ່ມີການຈັດຕັ້ງນຳ ພາຂອງພັກ, ໂດຍ ສະເພາະຢ່າງຍິ່ງແມ່ນສຸມໃສ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນໃຈກາງຂອງທຸກພາກສ່ວນຢ່າງກວ້າງຂວາງ, ນຳພາເສີມຂະຫຍາຍນ້ຳໃຈເພິ່ງຕົນເອງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງສະຖານທີ່ຄ້າຍຄູ, ປົກປັກຮັກສາພາຫະນະເຕັກນິກອຸດສາຫະກຳປ້ອງກັນຊາດໃຫ້ທັນສະໄໝ, ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດນຳເອົາບົດຮຽນປະສົບການຂອງເພື່ອນມິດມາພັດທະນາຕົນເອງນັບມື້ເຂັ້ມແຂງ.
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອສົມຄູ່ກັບຄວາມເຊື່ອໝັ້ນການມອບໝາຍໜ້າທີ່ການເມືອງທີ່ໜັກໜ່ວງ ແຕ່ມີກຽດສະຫງ່າໃນສະພາບການໃໝ່ນີ້ຖັນແຖວ ພະນັກງານ, ສະມາຊິກພັກ-ນັກ ຮົບປະຕິວັດກຳລັງປ້ອງກັນຊາດ, ຈະສືບຕໍ່ຍຶດໝັ້ນພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບ ດ້ານຂອງພັກ ຢ່າງສະເໝີຕົ້ນສະ ເໝີປາຍຄະນະນຳກະຊວງປ້ອງ ກັນປະເທດ ກົມໃຫຍ່ການເມືອງກອງທັບ ຈະສຸມໃສ່ວຽກງານພັກ-ວຽກງານການເມືອງນຳພາແນວຄິດຢ່າງເຂັ້ມແຂງ, ກຳແໜ້ນ ແລະ ປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮ້ອບດ້ານຂອງພັກ ດ້ວຍການຈັດຕັ້ງປັບປຸງກໍ່ສ້າງກຳລັງຕົນເອງຢ່າງບໍ່ຢຸດຢັ້ງ, ນຳພາອົບຮົມ-ຫັດແອບຍຸດທະວິທີ, ເຫຼົ່າຮົບວິຊາສະເພາະ, ສ້າງຄວາມຊຳນານໃນການນຳໃຊ້ອາວຸດອຸ ປະກອນ, ພາຫະນະທີ່ທັນສະໄໝ ໃຫ້ສົມກັບເປັນເຄື່ອງມືອັນແຫຼມຄົມທີ່ໄວ້ວາງໃຈຂອງພັກ ຂອງປະຊາຊົນບັນດາເຜົ່າ, ມີຄວາມສາມາດກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ໃນທຸກສະຖານະການ, ຮັບປະກັນການປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ. ຕັ້ງໜ້າສຸມໃສ່ການຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ຍົກສູງສະຕິລະວັງຕົວ, ປະຕິວັດເປັນເຈົ້າການຕອບຕ້ານການບິດເບືອນຂອງກຸ່ມຄົນບໍ່ດີ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມສະຫງົບ, ປອດໄພ, ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ປະເທດຊາດໄດ້ຮັບການພັດທະນາເສດຖະກິດມັ່ງຄັ່ງເຂັ້ມແຂງ, ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກສືບທອດຮຽນຮູ້ ແລະ ເສີມຂະຫຍາຍມູນເຊື້ອທາດແທ້ອັນດີງາມຂອງພັກ, ຮັບປະກັນຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມບໍລິສຸດຜຸດ ຜ່ອງ ຈົ່ງຮັກພັກດີຕໍ່ລັດທິມາກເລນິນ ຕໍ່ແນວຄິດປະທານ ໄກສອນ ພົມວິຫານ ຕໍ່ອຸດົມການສູ່ຈຸດໝາຍສັງຄົມນິຍົມ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ