ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດຢ້ຽມຢາມ ຣາ​ຊາອານາຈັກ​ໄທ
ເວລາອອກຂ່າວ: 2023-03-16 10:11:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 256 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 12-14 ມີນາ 2023. ທ່ານ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ກອງທັບປະຊາຊົນລາວ ໄດ້​ຢ້ຽມຢາມ ຣາ​ຊາ​ອານາຈັກ​ໄທ ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ພົນ​ເອກ ສະເຫຼີມ​ພົນ ສີສະ​ຫວັດ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ແຫ່ງ​ຣາ​ຊະາອານາຈັກ​ໄທ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ນຳ​ກັນ​ຕະຫຼອດ​ມາ. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີ ນາ 2023 ທີ່​ກອງບັນຊາ ​ການ​ກອງທັບ​ໄທ ໂດຍ​ການ​ຕ້ອນຮັບພ້ອມ​ດ້ວຍ​ຄະນະ​ນາຍ​ທະຫານ​ຂັ້ນ​ສູງ​ກອງທັບ​ຣາ​ຊະ​ອານາຈັກ​ໄທ. ຈາກ​ນັ້ນ​ຄະນະ​ຜູ້​ແທນ​ສອງ​ຝ່າຍ​ກໍໄດ້ພົບປະກັນ. ໂອກາດນີ້ ທ່ານ ພົນໂທ ຄຳລຽງ ອຸ​ທະໄກສອນ ຮອງລັດ ຖະມົນຕີກະຊວງ​ປ້ອງ​ກັນ​ປະ ເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ​ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງຕໍ່​ ທ່ານ ພົນ​ເອກ ສະເຫຼີມ​ພົນ ສີສະ​ຫວັດ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ແຫ່ງ​ຣາ​ຊະ​ອານາຈັກໄທ ພ້ອມ​ຄະນະ ທີ່ໄດ້​ໃຫ້​ກຽດຕ້ອນ ຮັບ​ໃນ​ການ​ເດີນທາງ​ມາຢ້ຽມ ຢາມ ແລະ ພົບ​ປະ​ສອງ​ຝ່າຍຢ່າງ ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້. ເພື່ອ​ແລກປ່ຽນ​ຄຳ​ຄິດ​ເຫັນ​ບັນຫາ​ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ, ໂດຍ​ສະເພາະ​ການ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເຮັດ​ໃຫ້​ເສັ້ນ​ຊາຍ​ແດນ​ຂອງ​ສອງ​ປະເທດ​ກາຍເປັນ​ເສັ້ນ​ຊາຍ​ແດນ ແຫ່ງ​ສັນຕິພາບ, ມິດຕະພາບ ແລະ ການ​ພັດທະນາ​ຢ່າງ​ແທ້. ກອງ​ປະຊຸມ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ວຽກ​ງານ​ດ້ານ​ຕ່າງໆ​ທີ່​ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ແລະ ບັນຫາ​ອື່ນໆ​ທີ່ສອງ ​ຝ່າຍ​ມີ​ຄວາມ​ສົນໃຈ​ ແລະ ​ເຫັນ​ດີ​ ເປັນ​ເອກະ​ພາບ​ຮ່ວມ​ກັນ ໃນ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມ ລະຫວ່າງ​ສອງ​ຊາດ ກໍ​ຄື​ສອງ​ກອງທັບລາວ-ໄທ ໄທ-ລາວ ໃຫ້​ມີ​ຄວາມໜັກ​ແໜ້ນ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສະເພາະ​ ການ​ຮ່ວມ​ມື​ຂອງ​ຄະນະ​ກຳມະການ ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ລາວ- ໄທ ສ້າງ​ໃຫ້​ສະພາບ​ໃນ​ຂອບ​ເຂດ​ເສັ້ນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ສຸກ​ໂດຍ​ພື້ນຖານ. ນອກຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບຕໍ່​ຮ່ວມ​ມື​ໃນ​ວຽກ​ ງານ​ດ້ານ​ການ​ຊ່ວຍເຫຼືອ​ມະນຸດ ສະທຳ, ການ​ຕ້ານ​ໄພພິບັດ​ທາງ​ທຳ​ມະ​ຊາດ, ແລກປ່ຽນ​ດ້ານ​ການ​ແພດ, ສິລະ​ປະ​ວັດທະນະທຳ ແລະ ກີລາ ແລະ ລວມ​ທັງ​ບັນຫາ​ອື່ນໆ ທີ່​ສອງ​ຝ່າຍ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ກັນ​ຕື່ມ​ອີກ. ຂ່າວ: ທອງ​ມາ ໄຊ​ຍະ​ເພັງ​ສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ