

![]()
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຢ້ຽມຢາມ ຣາຊາອານາຈັກໄທ
ເວລາອອກຂ່າວ: 2023-03-16 10:11:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:
ໃນລະຫວ່າງວັນທີ 12-14 ມີນາ 2023. ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ຢ້ຽມຢາມ ຣາຊາອານາຈັກໄທ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດແຫ່ງຣາຊະາອານາຈັກໄທ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ຖານບ້ານໃກ້ເຮືອນຄຽງທີ່ດີນຳກັນຕະຫຼອດມາ.
ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 13 ມີ ນາ 2023 ທີ່ກອງບັນຊາ ການກອງທັບໄທ ໂດຍການຕ້ອນຮັບພ້ອມດ້ວຍຄະນະນາຍທະຫານຂັ້ນສູງກອງທັບຣາຊະອານາຈັກໄທ. ຈາກນັ້ນຄະນະຜູ້ແທນສອງຝ່າຍກໍໄດ້ພົບປະກັນ.
ໂອກາດນີ້ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ໄດ້ໃຫ້ກຽດຕ້ອນ ຮັບໃນການເດີນທາງມາຢ້ຽມ ຢາມ ແລະ ພົບປະສອງຝ່າຍຢ່າງ ເປັນທາງການໃນຄັ້ງນີ້. ເພື່ອແລກປ່ຽນຄຳຄິດເຫັນບັນຫາທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ເສັ້ນຊາຍແດນຂອງສອງປະເທດກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງແທ້.
ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືວຽກງານດ້ານຕ່າງໆທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ບັນຫາອື່ນໆທີ່ສອງ ຝ່າຍມີຄວາມສົນໃຈ ແລະ ເຫັນດີ ເປັນເອກະພາບຮ່ວມກັນ ໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງສອງຊາດ ກໍຄືສອງກອງທັບລາວ-ໄທ ໄທ-ລາວ ໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ ໂດຍສະເພາະ ການຮ່ວມມືຂອງຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ- ໄທ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຮ່ວມມືໃນວຽກ ງານດ້ານການຊ່ວຍເຫຼືອມະນຸດ ສະທຳ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນດ້ານການແພດ, ສິລະປະວັດທະນະທຳ ແລະ ກີລາ ແລະ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນຕື່ມອີກ.
ຂ່າວ: ທອງມາ ໄຊຍະເພັງສາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ