ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ຊຸດ​ອົບຮົມ ຄວາມ​ຮູ້​ພື້ນຖານ​ດ້ານ​ລະບາດ​ວິທະຍາໄລຍະ​ສັ້ນ ໃຫ້​ແກ່​ພະນັກງານ​ຜູ້​ລາຍ​ງານ​ຂໍ້​ມູນ 18 ພະຍາດ/ອາການ
ເວລາອອກຂ່າວ: 2023-03-17 10:31:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ພິທີ​ປິດ​ຊຸດ​ອົບຮົມ ຄວາມ​ຮູ້​ພື້ນຖານ​ດ້ານ​ລະບາດ​ວິທະຍາ ໄລຍະ​ສັ້ນ ໃຫ້​ແກ່​ພະນັກງານ​ຜູ້​ລາຍ​ງານ​ຂໍ້​ມູນ 18 ພະຍາດ/ອາ ການ ພາຍ​ໃຕ້​ການ​ເຝົ້າລະວັງ ​ໃນ​ຖັນ​ແຖວ​ກອງທັບ ຄັ້ງ​ທີ IV ພາຍຫຼັງ​ທີ່​ໄດ້​ດຳເນີນ​ການ​ເຝິກ ອົບຮົມ​ມາ​ເປັນ​ເວລາ 5 ວັນ​ເຕັມ ຈິ່ງ​ໄດ້​ອັດ​ລົງ ໃນ​ວັນ​ທີ 10 ມີນາ 2023 ນີ້, ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ​ພົນ​ຈັດຕະວາ ຂັນ​ທອງ ວົງ​ອຳ​ຄາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ ແຂວງ​ຊຽງ​ຂວາງ, ມີ​ ສະຫາຍ​ ພັນ​ໂທ ເພັດ​ສະໝອນ ແກ້ວ​ສຸວັນ ຮອງ​ຫົວໜ້າ​ພະ​ແນກ​ວິທະຍາ, ຜູ້ຕາງໜ້າສະ​ຖາ​ບັນອະນາໄມກັນພະຍາດ ທັງ​ເປັນ​ຄະນະ​ຊີ້​ນຳ​ ຕິດຕາມ, ມີ​ຫົວໜ້າ​ພະ​ແນກ​ເສນາ​ຮັກ​ຫ້ອງ​ພະລາທິການ ທະຫານ​ແຂວງ​ຊຽງ​ຂວາງ, ມີ​ບັນດາຄູ ເຝິກ ແລະ ນັກ​ສຳ​ມະ​ນາ​ກອນ​ທີ່​ມາ​ຈາກ​ບັນດາ 5 ແຂວງ​ຄື: ແຂວງ​ຊຽງ​ຂວາງ, ຫຼວງພະບາງ, ໄຊ​ຍະ​ບູ​ລີ, ຫົວພັນ ແລະ ນະຄອນຫລວງ​ວຽງ​ຈັນ ເຂົ້າຮ່ວມ. ສະຫາຍ ​ພັນ​ຕີ ນາງ ຄອງ​ມະນີ ຄຳ​ຜອງ​ບຸດ​ດີຕາງໜ້າ​ຄູ​ເຝິກ ໄດ້​ສະຫຼຸບ​ຄືນ​ຜ່ານ​ການ​ເຝິກອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ລະບາດ​ວິທະຍາໄລຍະ​ຜ່ານ​ມາ ເຊິ່ງ​ນັກ​ເຝິກອົບຮົມ ແມ່ນ​ໄດ້​ຮຽນ​ຮູ້ ແລະ ກຳ​ແໜ້ນ​ບັນດາ​ເນື້ອ​ໃນ​ຈິດໃຈ​ເອກະສານ​ຕ່າງໆ ເປັນຕົ້ນ​ແມ່ນ ບົດ​ນຳ​ເຂົ້າ​ສູ່​ລະບາດ​ວິທະຍາ, ຫລັກການ​ລວມ​ຂອງ​ລະບາດ​ວິທະຍາ, ລະບົບ​ການ​ເຝົ້າ​ລະວັງ​ຢູ່​ໃນ ​ສປປ ລາວ, ບົດບາດ ແລະ ໜ້າທີ່​ຂອງ​ພະນັກງານ​ເຝົ້າ​ລະວັງ​ແຕ່​ລະ​ຂັ້ນ, ນິ​ຍາມ​ກໍລະນີ 18 ພະຍາດ/ອາການ ໃນ​ລະບົບ​ການ​ເຝົ້າ​ລະວັງ​ແຫ່ງ​ຊາດ, ຮຽນ​ຮູ້​ການ​ຕື່ມ​ແບບ​ຟອມ​ໃນ​ບັນຊີ​ລາຍ​ຊື່, 7 ບາດກ້າວ​ການ​ສອບ​ສວນ​ການ​ລະບາດ, ບົດ​ເຝິກ​ຫັດ​ກໍລະນີ​ສຶກ​ສາ​ການ​ສອບ​ສວນ​ການ​ລະບາດ ແລະ ວິທີ​ການ​ຂຽນ​ບົດ​ລາຍ​ງານ​ການລະບາດພະຍາດ. ຜ່ານ​ການ​ເຝິກອົບຮົມ​ຕົວ​ຈິງ ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ກວມ​ເອົາ 95%. ຈາກ​ນັ້ນ ​ກໍ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ນັກ​ສຳ​ມະ​ນາ​ກອນ ຢ່າງ​ສົມ​ກຽດ. ໂອກາດ​ນີ້, ສະຫາຍ​ ພົນ​ຈັດຕະວາ ຂັນ​ທອງ ວົງ​ອຳ​ຄາ ກໍ​ໄດ້​ກ່າວ​ສະ ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ຜົນສຳເລັດ​ບັ້ນ​ເຝິກອົບຮົມ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ນັກ​ເຝິກອົບຮົມນຳ​ເອົາ​ຄວາມ​ຮູ້ ຄວາມ​ສາມາດ​ ຈາກ​ການ​ເຝິກອົບຮົມ​ໃນ​ຄັ້ງ​ນີ້ ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ທີ່​ຕົນ​ຮັບຜິດຊອບ ແລະ ຜັນ​ຂະຫຍາຍ​ຢູ່​ໃນ​ກົມ​ກອງ​ຕົນ ເພື່ອ​ໃຫ້​ລະບົບ​ການ​ເຝົ້າ​ລະວັງ​ພະຍາດ ມີ​ການ​ລາຍ​ງານ​ຢ່າງ​ຕໍ່​ເນື່ອງໃຫ້ທັນ​ກັບ​ເວລາ ແລະ ທັນ​ກັບ​ສະພາບ​ເຫດການ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ