ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ການຈັດຕັ້ງ​ຂັ້ນ​ພະ​ແນກ, ກອງພັນ, ກອງຮ້ອຍ​ນັກຮຽນ ແລະ ພະນັກງານ​ຊ່ວຍ​ວຽກ​ຂອງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເວລາອອກຂ່າວ: 2023-03-17 10:41:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ພິທີ​ປະກາດ​ການຈັດຕັ້ງ​ຂັ້ນ​ພະ​ແນກ, ກອງພັນ, ກອງຮ້ອຍ​ນັກຮຽນ ແລະ ພະນັກງານ​ຊ່ວຍ​ວຽກ​ຂອງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີນາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ກອງ, ຫ້ອງການ, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ແລະ ພັກ​ນັກ​ງານ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໜ້າທີ່​ໃໝ່ ເຂົ້າ​ຮ່ວມ. ຮອງ​ຫົວໜ້າ​ກົມ​ພະນັກງານ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ພະ​ແນກ, ກອງ ພັນ, ກອງຮ້ອຍ​ນັກຮຽນ ແລະ ພະນັກງານ​ຊ່ວຍ​ວຽກ​ຂອງໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ. ໃນ​ນີ້, ກົມໃຫຍ່​ການເມືອງ​ກອງທັບ​ໄດ້​ຕົກລົງແຕ່ງຕັ້ງ ສະຫາຍ ພັນ​ຕີ ອຸໄລ​ກອນ ກົມ​ມະເມືອງ ເປັນ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງພັກ, ສະຫາຍ ຮ້ອຍ​ເອກເກດສະໜາ ພັນ​ມະນີ ເປັນ​ຮອງ, ສະຫາຍ ພັນ​ໂທ ແກ້ວ​ມະນີ ພິມ​ມະ​ສອນ ເປັນ​ຫົວໜ້າ​ພະ​ແນກ​ພະນັກງານ, ສະຫາຍ ພັນ​ຕີ ສຸ​ວັນນີ ບຸດ​ທະ​ວົງ ເປັນ​ຮອງ, ສະຫາຍ ພັນ​ໂທ ແຫວນ​ຄຳ ສຸກພາ​ວັນ ເປັນ​ຫົວໜ້າ​ພະ​ແນກ​ໂຄສະນາ- ກໍ່ສ້າງ​ຮາກ​ຖານ, ສະຫາຍ ຮ້ອຍ​ເອກ ທອງ​ເພັດ ໄຊ​ຍະ​ເພັນ ເປັນ​ຮອງ, ສະຫາຍ ພັນ​ໂທ ເຄນ​ທອງ ແສງ​ສະ​ຫວັດ ເປັນ​ຫົວໜ້າ​ພະ​ແນກ​ນະໂຍບາຍ, ສະຫາຍ ພັນ​ຕີ ວຽງ​ສະຫວັນ ໄຊ​ຍະ​ວົງ​ສອນ ເປັນ​ຮອງ, ສະຫາຍ ພັນ​ຕີ ບົວລອຍ ພົມ​ມະ​ວົງສາ ເປັນ​ຫົວໜ້າ​ພະ​ແນກ​ກວດກາ, ສະຫາຍ ພັນ​ຕີ ພອນ​ທິບ ສີ​ສຸ​ກຸນ ເປັນ​ຮອງ, ຮ້ອຍ​ເອກ ນ້ອຍພວງ​ມີ​ໄຊ ເປັນ​ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນ, ສະຫາຍ ຮ້ອຍ​ໂທ ສອນ​ນາລີ ໄຊ​ສົມບັດ ເປັນ​ຮອງ, ສະຫາຍ ພັນ​ຕີ ບູ​ລ່ຽມ ຄຳ​ໄຊ ເປັນ​ຫົວໜ້າ​ພະ​ແນກ​ໄອ​ຍະ​ການ, ສະຫາຍ ພັນ​ຕີ ນາງ ມະ​ໄລ​ສອນ ມຽງ​ເຮືອງ​ທອງ ເປັນ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ, ສະຫາຍ ພັນ​ໂທ ພອນ​ວິ ໄລ ເຮື່ອງ​ຄຳ​ທີ ເປັນ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ, ສະຫາຍ ພັນ​ຕີ ວຽງ​ໄຟ ສຸ​ວິສິດ ເປັນ​ຮອງ, ສະຫາຍ ພັນ​ໂທ ນາງ ວັນ​ຊະນະ ສີ​ວົງ​ຊຳ ເປັນ​ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ, ສະຫາຍ ພັນ​ໂທ ນາງ ຜິວ​ພອນ ພິມ​ມະ​ສອນ ເປັນ​ຮອງ, ສະຫາຍ ຮ້ອຍ​ເອກ ກ່ຳ​ແກ້ວອິນ​ທະ​ເພັງ ເປັນ​ຫົວໜ້າ​ພະ​ແນກ​ບໍລິຫານ-ສັງ​ລວມ​ຫ້ອງ​ການເມືອງ, ສະຫາຍ ພັນ​ໂທ ນາງ ພອນ​ແກ້ວ ຫຼວງ​ອັກ​ຄະ​ວົງ ເປັນ ຮອງ, ສະຫາຍ ພັນ​ໂທ ສີ​ວອນ ພົມ​ສີ​ຈັນ ເປັນ​ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ​ຫ້ອງການ, ສະຫາຍ ພັນ​ໂທ ສົມ​ສະໝຸດ ເປັນ​ຮອງ, ສະຫາຍ ພັນ​ໂທ ສຸ​ກິນ​ດາ ເປັນ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ, ສະຫາຍ ພັນ​ຕີ ຫຼຽນ​ໄຊ ໝື່ນ​ແສນ ເປັນ​ຮອງ, ສະຫາຍ ພັນ​ຕີ ວິ​ລັກ ວັນ​ແກ້ວ​ທາ​ນິນ ເປັນ​ຫົວໜ້າ​ພະ​ແນກ​ລະບຽບ-ກິລາ, ສະຫາຍ ພັນ​ຕີ ສົມ​ສະໜຸກ ໄຊ​ສົມ​ແພງ ເປັນ​ຮອງ, ສະຫາຍ ພັນ​ຕີ ສາຍ​ເພັດ ທຳ​ມະ​ວົງສາ ເປັນ​ຫົວໜ້າ​ພະ​ແນກ​ພົວພັນ-ພິທີການ, ສະຫາຍ ພັນ​ຕີ ດວງ​ແກ້ວ ພັນທະ​ລິດ ເປັນ​ຮອງ, ສະຫາຍ ພັນ​ຕີ ພູນ​ສະຫວັນ ກອງ​ມະນີ ເປັນ​ຫົວໜ້າ​ພະ​ແນກ​ບໍລິຫານ​ຫ້ອງການ, ສະຫາຍ ຮ້ອຍ​ເອກ ສົມ​ໄພ​ວັນ ໄຊ​ຍະ​ພົນ ເປັນ​ຮອງ, ສະຫາຍ ພັນ​ໂທ ບົວທອງ ແກ້ວ​ພາ​ວົງ ເປັນ​ຫົວໜ້າ​ພະແນກການ​ເງິນ, ສະຫາຍ ພັນ​ຕີ ນາງ ສາຍສະໝອນ ອຸ​ທະ​ໄກສອນ ເປັນ​ຮອງ, ສະຫາຍ ພັນ​ໂທ ສີ​ວອນ ສຸວັນນະ​ລັງສີ ເປັນ​ຫົວ ໜ້າ​ພະ​ແນກ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບ​ສິນ, ສະຫາຍ ພັນ​ໂທ ບຸນ​ຍົງ ແສງ​ສະຫວ່າງ ເປັນ​ຮອງ, ສະຫາຍ ພັນ​ຕີ ທອນ​ສະຫວັນ ຮຽງ​ພອນ ເປັນ​ຫົວໜ້າ​ພະ​ແນກ​ນ້ຳມັນ​ເຊື້ອ​ໄຟ, ສະຫາຍ ພັນ​ຕີ ບຸນ​ເລີດ ແສງ​ຄຳ​ຢອງ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ອຸປະໂພກ-ບໍລິໂພກ, ສະຫາຍ ພັນ​ຕີ ພົມມາ ອຸດົມ​ສຸກ ເປັນ​ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ອາວຸດ-ກະສຸນ, ສະຫາຍ ພັນ​ຕີ ທອງ​ສຸກ ອຸດົມ​ພອນ ເປັນ​ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ລົດ. ນອກ​ນັ້ນ, ຍັງ​ໄດ້​ແຕ່ງຕັ້ງ​ບັນດາ​ຫົວໜ້າ, ຮອງ​ຫົວໜ້າ​ກອງພັນ ແລະ ກອງຮ້ອຍ​ນັກຮຽນ, ແຕ່ງຕັ້ງ​ຫົວໜ້າ, ຮອງ​ຫົວໜ້າ​ພະ​ແນກ ແລະ ພະນັກງານ​ຊ່ວຍ​ວຽກ​ຂອງ​ຫ້ອງການ​ສຶກ​ສາ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ​ຈຳນວນ​ໜຶ່ງ​ຕື່ມ​ອີກ. ໂອກາດ​ນີ້, ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ໄດ້​ເນັ້ນໜັກ​ໃຫ້​ພະນັກ ງານ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າທີ່​ໃນ​ຄັ້ງ​ນີ້, ພ້ອມ​ກັນ​ສືບຕໍ່​ຄົ້ນຄວ້າ​ບັນດາ​ແນວທາງ​ນະໂຍບາຍ, ມະຕິ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ລັດ, ຕິດ​ພັນ​ກັບ​ການ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ມາ​ເປັນ​ບ່ອນ​ອີງ​ຕົ້ນຕໍ​ຫັນ​ເປັນ​ໂຄງການ, ເປັນ​ແຜນ​ວຽກ, ແຜນ​ງານ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ, ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ຮັດ​ແໜ້ນ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ບົນ​ພື້ນຖານ​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ເພື່ອ​ຍົກ​ສູງ​ຄຸນະພາບ​ວຽກ​ງານ​ຮອບດ້ານ​ຂອງ​ຕົນ ແລະ ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ​ເພື່ອ​ຍາດ​ແຍ່ງ​ເອົາ​ທືນ​ຊ່ວຍເຫຼືອ ແລະ ວິຊາ​ການ​ດ້ານ​ຕ່າງໆ​ມາ​ພັດທະນາ​ກົມ​ກອງ, ອົງການ​ຂອງ​ຕົນ​ໃຫ້​ເຂັ້ມແຂງ ແລະ ທັນ​ສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ