ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງ​ອຸດົມ​ໄຊ ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ
ເວລາອອກຂ່າວ: 2023-03-20 09:06:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ວັນ​ທີ 15 ມີນາ 2023 ນີ້, ທ່ານ ບຸນ​ຄົງ ຫຼ້າ​ຈຽມ​ພອນ ກຳມະການ​ສຳຮອງ​ສູນ​ກາງພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ອຸດົມ​ໄຊ ​ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ໂອ້​ລົມ​ພະນັກງານ​ຫຼັກແຫຼ່ງຢູ່​ກອງ​ບັນຊາ​ການທະ ຫານ​ແຂວງ​ອຸດົມ​ໄຊ ເຊິ່ງ​ໄດ້​ຮັບການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຈາກ ສະຫາຍ ພົນ​ຈັດຕະວາ ຄຳຢີນ ແສງ​ສຸ​ລີ ກຳມະການ​ພັກແຂວງ ເລຂາຄະນະ​ພັກ ຫົວໜ້າ​ການເມືອງ​ກອງບັນຊາການ ​ທະຫານ​ແຂວງ​ອຸດົມ​ໄຊ ມີ​ ສະຫາຍ ພັນເອກ ຄຳ​ເຜີຍ ໂສມ​ພັນ ຮອງເລຂາ​ຄະນະ​ພັກຫົວໜ້າ ການ​ທະຫານ​ກອງ​ບັນຊາ​ການ ທະຫານ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ກອງ​ບັນ ຊາ​ການ, ຄະນະ​ພັກ-ຄະນະ​ບັນ ຊາ, ອົງການ 5 ຫ້ອງ, ກອງ​ບັນຊາ​ການ​ທະຫານ​ເມືອງ 7 ເມືອງ, ກອງພັນ​ນ້ອຍ 414, ໂຮງຮຽນ, ໂຮງໝໍ ແລະ ກົມ​ກອງ​ເອກະລາດ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນ​ຈັດຕະວາ ຄຳ​ຢີນ ແສງ​ສຸ​ລີ ໄດ້​ຂຶ້ນ​ລາຍ​ງານ​ທີ່​ຕັ້ງ ແລະ ຈຸດ​ພິເສດ​ລວມ​ໂດຍ​ຫຍໍ້​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໂດຍ​ສະເພາະ​ແມ່ນ​ບັນຫາ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ເງິນ​ເຟີ້, ນ້ຳມັນ​ເຊື້ອ​ໄຟ ແລະ ຄ່າ​ຂອງ​ຊີບ​ສູງ​ຂຶ້ນ ແລະ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ບັນດາ​ມະຕິ​ຄຳ​ສັ່ງ, ຂໍ້​ກຳນົດ​ລະບຽບ, ກົດໝາຍ​ຂອງ​ພັກ-ລັດ, ຂອງ​ກອງທັບ, ຂອງ​ກົມ​ກອງ​ມາ​ຈັດ​ຕັ້ງ​ໂຄສະນາ​ເຜີຍແຜ່​ໃຫ້​ບັນດາ​ພະນັກງານ-ສະມາຊິກ​ພັກ, ນັກຮົບ​ໄດ້​ຮັບ​ຮູ້​ເຂົ້າໃຈ​ແຈ້ງ, ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ເພື່ອ​ໃຫ້ມີແນວຄິດ ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ສະຕິ​ຕໍ່​ການຈັດຕັ້ງ​ສູງ ແລະ ມີ​ແບບແຜນວິທີ​ເຮັດ​ວຽກ​ທີ່​ທັນ​ສະໄໝ ຕິດ​ພັນ ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ພ້ອມ​ກັນ​ນັ້ນ​, ກໍໄດ້​ເອົາໃຈໃສ່​ຫັນ​ລົງ​ກໍ່ສ້າງ​ຖານການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດ​ຮອບດ້ານ​ຕາມ​ທິດ​ຊີ້ນຳ​ຂອງ​ຂັ້ນ​ເທິງ​ເຮັດ​ໃຫ້​ຂອບ​ເຂດ​ຂອງ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ໃນ​ໂອກາດ​ນິ້ ທ່ານ ບຸນຄົງ ຫຼ້າ​ຈຽມ​ພອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານທີ່ຍາດ​ ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ຈົ່ງ​ຍົກ​ສູງ​ບົດບາດການ​ ນຳພາ​ຂອງ​ພັກ, ກົດໝາຍ​ຂອງ​ ລັດ, ກົດ​ລະບຽບ​ຂອງກອງທັບວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ໄດ້​ຮັບ​ຮູ້​ເຊື່ອມ​ຊືມ, ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ​ຢ່າງ​ເລິກເຊິ່ງ, ເອົາໃຈໃສ່​ຕິດຕາມ​ກວດກາ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສະຫງົບ ແລະ ປອດໄພ, ສືບຕໍ່​ຫັນ​ເອົາ​ພະນັກງານ​ລົງກໍ່ ສ້າງ​ຮາກ​ຖາກ​ການເມືອງ​ຢູ່​ບັນດາ​ກົມ​ກອງ, ບ້ານ, ເມືອງ​ໃຫ້​ເປັນ​ປົກ​​ກະ​ຕິ ເພື່ອ​ສ້າງ​ບ້ານໃຫ້​ ມີ​ຄວາມ​ເຂັ້ມແຂງ, ເປັນ​ບ້ານ​ແບບຢ່າງ​ດ້ານ​ປ້ອງ​ກັນ​ຊາດ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ລະອຽດ​ຂື້ນ​ກວ່າ​ເກົ່າ, ເອົາ ໃຈໃສ່​ເສີມ​ຂະຫຍາຍ​ມູນເຊື້ອ​ດຸ ໝັ່ນ​ຂະຫຍັນ​ພຽນ​ເຂົ້າ​ໃນ​ການ​ອອກແຮງ​ງານ​ສາມາດ ເພີ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍ​ນອກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​ວິຊາ​ສະເພາະ ກໍຄື​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໃຫ້​ໄດ້​ຮັບ​ຜົນສຳເລັດ​ສູງ​ເພື່ອ​ພັດທະນາ​ກົມ​ກອງ​ໃຫ້​ມີ​ແບບແຜນ​ທັນ​ສະໄໝ​ຂຶ້ນ​ເລື່ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ