ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພາຍໃຕ້ການນໍາພາຊີ້ນໍາຂອງພັກປະຊາຊົນລາວ ວຽກງານຮັບປະກັນພະລາທິການຮອບດ້ານຂອງກອງທັບ ໄດ້ຮັບການພັດທະນາ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ
ເວລາອອກຂ່າວ: 2023-03-20 15:21:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1422 | ຄວາມນິຍົມ:



ບົດສະແດງຄວາມຮູ້ສຶກຂອງສະຫາຍພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍພະລາທິການກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ໄດ້ໝູນວຽນມາບັນຈົບຄົບຮອບ 68 ປີ. ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນໄດ້ການເຮັດໜ້າທີ່ບົດບາດການນຳພາຂອງ ພັກປະຊາຊົນປະຕິວັດລາວ ໃນການນຳພາປະເທດຊາດນັບມື້ເຕີບໃຫ່ຍເຂັ້ມແຂງ, ຈະເລີນກ້າວໜ້າ, ປະຊາຊົນລາວບັນດາເຜົ່າມີການພັດທະນາ. ຂ້າພະເຈົ້າເຂົ້າໃຈວ່າ: ພັກປະຊາຊົນປະຕິວັດລາວແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບະຊາທິປະໄຕປະຊາຊົນ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານລາວບັນດາເຜົ່າ. ພັກໄດ້ສືບຕໍ່ບູລະນະ ແລະ ຢຶດໝັ້ນຄວາມຖືກຕ້ອງຂອງລັດທິ ມາກ-ເລນິນ ພ້ອມທັງຖືເປັນພື້ນຖານທາງດ້ານແນວຄິດຂອງພັກເຮົາ, ຊີ້ນໍາ ແລະ ໝູນໃຊ້ເຂົ້າໃນພາລະກິດປະຕິວັດຊາດປະຊາທິປະໄຕ, ພັດທະນາເສດຖະກິດ-ສັງ ຄົມ ໃນ 2 ໜ້າທີ່ໃຫຍ່ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ຮັບເອົາສິ່ງຍອດຍິ່ງແຫ່ງສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງແຜນນະໂຍບາຍຂອງພັກ, ຍົກສູງຄວາມສາມາດໃນການນໍາພາ ເພື່ອຕ້ານທຸກປະກົດການຫຍໍ້ທໍ້ ທຸກຮູບແບບພາຍໃນພັກ. ຕະຫຼອດ 68ປີ ຜ່ານມາ, ນັບແຕ່ມື້ກໍາເນີດ ພັກປະຊາຊົນປະຕິວັດລາວ ໄດ້ກໍານົດອຸດົມການເສັ້ນທາງເດີນຢ່າງຈະແຈ້ງ ແລະ ເປົ້າໝາຍຊັດເຈນ ຄືນໍາພາປວງຊົນລາວ ດໍາເນີນການຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະແບບໃໝ່ ພ້ອມທັງກຸ່ມຄົນທີ່ບໍ່ຫວັງດີຕໍ່ຊາດ; ເພື່ອນໍາເອົາຄວາມເປັນຊາດລາວ ມາໃຫ້ປະຊາຊົນໄດ້ເປັນເຈົ້າຂອງຢ່າງແທ້ຈິງ, ນໍາເອົາຄວາມຮັ່ງມີຜາສຸກມາສູ່ປະຊາຊົນ ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ເຊິ່ງເປົ້າໝາຍ ຄືກ້າວສູ່ສັງຄົມນິຍົມ; ສະເພາະກໍາລັງປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະກໍ່ແມ່ນພະນັກງານ-ນັກຮົບ ຜູ້ເຮັດໜ້າທີ່ວຽກງານຮັບປະກັນພະລາທິການຮອບດ້ານໃຫ້ກອງທັບ ເຮັດສໍາເລັດໜ້າທີ່ຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ນັ້ນ ກໍໄດ້ຖືສໍາຄັນວຽກງານການນໍາພາຂອງພັກໃນທຸກຂົງເຂດວຽກງານ, ໄດ້ເອົາໃຈໃສ່ໃນການສຶກສາອົບຮົມວຽກງານການເມືອງນໍາພາແນວຄິດ, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ຢ່າງມີຫົວຄິດປະດິດສ້າງໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນ ແລະ ຂອງສູນກາງພັກເຂົ້າໃນຂົງເຂດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ-ປະສິດທິຜົນ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ແລະ ທິດນຳຂອງກົມໃຫຍ່ພະລາທິການກອງທັບກ່ຽວກັບ 4 ປູກ 4 ລ້ຽງ ປະກອບສ່ວນຜົນງານໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສັງລວມແລ້ວຕະຫຼອດ 68 ປີຜ່ານມາ ພັກໄດ້ຈັດຕັ້ງນໍາພາທຸກໄຊຊະນະຊອງການປະຕິວັດລາວ ເຖິງວ່າບົນເສັ້ນທາງເດີນກ້າວຂຶ້ນ ຈະພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ເປັນໄລຍະໆ ແຕ່ພາຍໃຕ້ການນໍາພາຊີ້ນໍາຂອງພັກປະຊາຊົນລາວ ໄດ້ເຮັດໃຫ້ວຽກງານຮັບປະກັນພະລາທິການຮອບດ້ານຂອງກອງທັບໄດ້ຮັບການພັດທະນາ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເປັນກ້າວໆ; ພາຍໃຕ້ຮົ່ມທຸກຂອງພັກ, ທີ່ຈົ່ງຮັກພັກດີຕໍ່ລັດທິມາກ-ເລນິນຢຶດໝັ້ນແນວຄິດປະທານໄກສອນ ພົມວິຫານ ຕໍ່ອຸດົມການກ້າວສູ່ຈຸດໝາຍສັງຄົມນິຍົມ; ເຮັດໃຫ້ບັນດາກົມກອງຕົນເອງມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນກອງ 3 ປອດ, ເປັນກອງວັດທະນະທໍາ - ນັກຮົບວັດທະນະທໍາ. ໃນໂອກາດອັນສະຫງ່າລາສີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ຈະໝູນວຽນມາຄົບ 68 ປີນີ້, ຂ້າພະເຈົ້າຂໍຕາງໜ້າ ສະມາຊິກພັກ, ນາຍ ແລະ ພົນທະຫານ ທຸກທົ່ວໜ້າ ຂໍອວຍພອນໄຊອັນປະເສີດແດ່ ທ່ານຜູ້ນຳພັກ-ລັດ ສະມາຊິກພັກທຸກສະຫາຍ ຕະຫຼອດປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກຄວາມຈະເລີນ ມີຜົນສຳເລັດໃນໜ້າທີ່ວຽກງານ ທຸກປະການ, ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກ່ວາເກົ່າ. ນໍ້າໃຈ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ໝັ້ນຍືນ !



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ