
ພັກປະຊາຊົນປະຕິວັດລາວເວລາໃດກໍຢືດຖືຜົນປະໂຫຍດ ຂອງປະຊາຊົນ ແລະ ປະເທດຊາດເປັນສິ່ງສຳຄັນ
ເວລາອອກຂ່າວ: 2023-03-22 08:24:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ບີມົວ
ໄຟດາເຢຍຈ່າ ຮອງຜູ້ອຳນວຍ ການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ກ່າວສະແດງຄວາມຮູ້ສຶກເນື່ອງໃນໂອກາດ
ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 68 ປີວ່າ:
ນັບແຕ່ມື້ກໍ່ຕັ້ງເປັນຕົ້ນມາ, ຍາມ ໃດພັກກໍຍຶດຖືຜົນປະໂຫຍດ ຂອງປະຊາຊົນ ແລະ ປະເທດຊາດເປັນສິ່ງສຳຄັນເໜືອສິ່ງອື່ນໃດ, ນຳພາປະຊາຊົນຕໍ່ສູ້ກັບຈັກກະພັດຢ່າງລະອິດລະອ້ຽວໃນແຕ່ລະສະໜາມຮົບ ເພື່ອປົດປ່ອຍປະຊາຊົນອອກຈາກແອກຄອບຄອງຂອງພວກຈັກກະພັດ ນຳຄວາມເປັນເອກະລາດ ອະທິ ປະໄຕ ແລະ ຄວາມສົມບູນພູມ ສຸກມາສູ່ປະຊາຊົນ.
ຕະຫຼອດ 68 ປີຜ່ານມາ, ພັກ ໄດ້ໝູນໃຊ້ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ວາງແນວທາງໃນແຕ່ລະໄລຍະຢ່າງຖືກຕ້ອງສອດຄ່ອງ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດຄ່ອຍໆດີຂຶ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ຊີວິດການເປັນຢູ່ຂອງປະຊາຊົນນັບແຕ່ເຂດຕົວເມືອງຮອດຊົນນະບົດໄດ້ຮັບການປົວແປງໃຫ້ດີຂຶ້ນເລື້ອຍໆ.
ເວົ້າສະເພາະ ບໍລິສັດສະຕາໂທລະຄົມ (ຢູນີເທວ) ແມ່ນມີການນຳພາ-ຊີ້ນຳໂດຍກົງຈາກຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະ ເທດ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະອຳ ນວຍການ ແລະ ສະພາບໍລິຫານບໍລິສັດ, ນຳພາ-ຊີ້ນຳວຽກງານພັກ-ວຽກງານການເມືອງ; ວິຊາສະເພາະ ແລະ ວຽກງານການ
ຄຸ້ມຄອງຮອບດ້ານຂອງບໍລິສັດ. ໄດ້ຈັດຕັ້ງຜັນຂະຫຍາຍຕາມທິດທາງ ມີການປັບປຸງການບໍ ລິການໃຫ້ນັບມື້ນັບທັນສະໄໝດີຂຶ້ນເລື້ອຍໆ ເປົ້າໝາຍແມ່ນເພື່ອໃຫ້ປະຊາຊົນມີຄວາມສະດວກສະບາຍເຮັດໃຫ້ປະຊາຊົນສາ ມາດຕິດຕໍ່ສື່ສານເຊິ່ງກັນ ແລະ ກັນ ມາຮອດປັດຈຸບັນມີສອງສູນສະຖານີຄວບຄຸມລະບົບ, ມີໂຄງລ່າງພື້ນຖານ ເຄືອຂ່າຍໂທລະຄົມມະນາຄົມທີ່ໃຫຍ່, ກວ້າງໄກຫຼາຍກວ່າ 9.000 ສູນສະຖານີຮັບ-ສົ່ງສັນຍານມືຖືສະເລ່ຍເຂດປົກຄຸມສັນຍານກວມ 93% ປະຊາກອນໃນທົ່ວປະເທດ, ລະ ບົບເຄືອຂາ່ຍອິນເຕີເນັດ 4,5G ແລະ ເຄືອຂ່າຍອິນເຕີເນັດຄວາມໄວສູງ FTTH ; ມີສັນຍານປົກຄຸມ 100% ບັນດາເມືອງ ແລະ ເຂດຊຸມຊົນໜາແໜ້ນໃນທົ່ວປະ ເທດ.
ຂ້າພະເຈົ້າໃນນາມພະນັກງານ ສະມາຊິກພັກຜູ້ໜຶ່ງ ແລະ ພະ ນັກງານທັງໝົດຂອງບໍລິສັດສະຕາໂທລະຄົມ (ຢູນີເທວ) ພ້ອມ ທີ່ຈະອຸທິດເຫື່ອແຮງສະຕິປັນຍາຂອງຕົນ ສືບຕໍ່ນຳພາຄຸ້ມຄອງວຽກງານການບໍລິການຂອງສະຕາໂທລະຄົມໃຫ້ທັນຍຸກທັນສະໄໝ ຈະຕັ້ງໜ້າປັບປຸງການບໍ ລິການປະຊາຊົນໃຫ້ນັບມື້ນັບດີຂຶ້ນໄປເລື້ອຍໆ.
ໃນໂອກາດທີ່ມີຄວາມໝາຍສຳ ຄັນນີ້, ຕາງໜ້າຄະນະພັກ, ຄະນະນຳ, ພະນັກງານ ຢູນີເທວ ແລະໃນນາມສ່ວນຕົວ, ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຜູ້ນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ຕະຫຼອດຮອດພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ, ຕຳຫຼວດ, ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ລູກຄ້າ ຢູນີເທວທັງຫຼາຍ ຈົ່ງມີສຸຂະພາບແຂງແຮງ ມີພາລະໄມສົມບູນ ມີຄວາມຜາສຸກໃນຊີວິດ ແລະ ປະສົບຜົນສຳເລັດ
ໃນໜ້າທີ່ການງານອັນມີກຽດຂອງທ່ານ, ຂໍສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງ ມາຍັງການນຳພັກ-ລັດ, ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ອົງການຈັດຕັ້ງທຸກຂັ້ນທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໃຫ້ການຊຸກຍູ້ຊ່ວຍເຫຼືອ, ເອື້ອອຳນວຍຄວາມສະດວກໃຫ້ຢູນີເທວ ພວກຂ້າພະເຈົ້າສາມາດເຮັດລ້ອນໜ້າ ທີ່ການເມືອງຂອງຕົນໃນຕະຫຼອດໄລຍະທີ່ຜ່ານມາ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ