ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພັກ​ປະຊາຊົນປະຕິວັດລາວ​ເວລາ​ໃດ​ກໍຢືດ​ຖື​ຜົນ​ປະໂຫຍດ ​ຂອງ​ປະຊາຊົນ ແລະ ປະເທດ​ຊາດ​ເປັນ​ສິ່ງ​ສຳຄັນ
ເວລາອອກຂ່າວ: 2023-03-22 08:24:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ບີ​ມົວ ໄຟ​ດາ​ເຢຍ​ຈ່າ ຮອງ​ຜູ້ອຳນວຍ ການ​ໃຫຍ່ ບໍລິສັດ ສະ​ຕາ​ໂທລະ​ຄົມ (ຢູ​ນີ​ເທວ) ກ່າວສະແດງ​ຄວາມ​ຮູ້ສຶກ​ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິ ວັດ​ລາວ​ ຄົບຮອບ 68 ປີ​ວ່າ: ນັບ​ແຕ່​ມື້​ກໍ່ຕັ້ງ​ເປັນຕົ້ນ​ມາ, ຍາມ ໃດ​ພັກ​ກໍ​ຍຶດ​ຖື​ຜົນ​ປະໂຫຍດ ຂອງປະຊາຊົນ ແລະ ປະເທດ​ຊາດເປັນ​ສິ່ງ​ສຳຄັນ​ເໜືອ​ສິ່ງ​ອື່ນໃດ, ນຳພາ​ປະຊາຊົນ​ຕໍ່ສູ້​ກັບ​ຈັກກະພັດຢ່າງ​ລະ​ອິດ​ລະ​ອ້ຽວ​ໃນແຕ່​ລະສະໜາມຮົບ ເພື່ອ​ປົດ​ປ່ອຍ​ປະຊາຊົນອອກ​ຈາກ​ແອກ​ຄອບ​ຄອງ​ຂອງພວກ​ຈັກກະພັດ ນຳຄວາມ​ເປັນ​ເອກະລາດ ອະທິ ປະ​ໄຕ ແລະ ຄວາມ​ສົມບູນ​ພູມ​ ສຸກ​ມາສູ່​ປະຊາຊົນ. ຕະຫຼອດ 68 ປີຜ່ານມາ, ພັກ​​ ໄດ້​ໝູນ​ໃຊ້​ທິດ​ສະ​ດີ​ມາກ-​ເລ​ນິນ, ແນວຄິດ ໄກສອນ ພົມວິຫານ ວາງ​ແນວທາງ​ໃນ​ແຕ່​ລະ​ໄລຍະ​ຢ່າງ​ຖືກຕ້ອງ​ສອດຄ່ອງ ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ຢ່າງ​ໜັກ​ແໜ້ນ, ເສດຖະກິດ​ຄ່ອຍໆ​ດີ​ຂຶ້ນ, ສັງຄົມ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນນັບ​ແຕ່​ເຂດ​ຕົວ​ເມືອງຮອດ​ຊົນນະບົດ​ໄດ້​ຮັບ​ການ​ປົວແປງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ເວົ້າ​ສະເພາະ ​ບໍລິສັດ​ສະ​ຕາ​ໂທລະ​ຄົມ (ຢູ​ນີ​ເທວ) ​ແມ່ນ​ມີ​ການ​ນຳພາ-ຊີ້​ນຳ​​ໂດຍ​ກົງ​ຈາກຄະນະ​ພັກ​ອົງການ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ ເທດ, ມີ​ພາລະ​ບົດບາດ​ເປັນ​ເສນາ​ທິ​ການໃຫ້​ແກ່​ຄະນະ​ອຳ ນວຍ​ການ ແລະ ສະພາ​ບໍລິຫານ​ບໍລິສັດ, ນຳພາ-ຊີ້​ນຳ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ; ວິຊາ​ສະເພາະ ແລະ ວຽກ​ງານ​ການ ຄຸ້ມ​ຄອງ​ຮອບດ້ານຂອງ​ບໍລິສັດ. ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຕາມ​ທິດ​ທາງ ມີ​ການ​ປັບປຸງ​ການ​ບໍ ລິການ​ໃຫ້​ນັບ​ມື້​ນັບ​ທັນ​ສະໄໝ​ດີ​ຂຶ້ນ​ເລື້ອຍໆ ເປົ້າ​ໝາຍ​ແມ່ນ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ສະດວກ​ສະບາຍ​ເຮັດ​ໃຫ້​ປະຊາຊົນ​ສາ ມາດ​ຕິ​ດຕໍ່​ສື​່ສານ​ເຊິ່ງ​ກັນ ແລະ ກັນ ມາ​ຮອດ​ປັດຈຸບັນ​ມີ​ສອງ​ສູນ​ສະຖານີ​ຄວບ​ຄຸມ​ລະບົບ, ມີ​ໂຄງ​ລ່າງ​ພື້ນຖານ ເຄືອ​ຂ່າຍ​ໂທລະ​ຄົມມະນາຄົມທີ່​ໃຫຍ່, ກວ້າງ​ໄກ​ຫຼາຍ​ກວ່າ 9.000 ສູນ​ສະຖານີ​ຮັບ-ສົ່ງ​ສັນຍານ​ມື​ຖື​ສະເລ່ຍ​ເຂດ​ປົກ​ຄຸມ​ສັນຍານ​ກວມ 93% ປະຊາກອນ​ໃນ​ທົ່ວ​ປະເທດ, ລະ ບົບ​ເຄືອ​ຂາ່ຍ​ອິນ​ເຕີ​ເນັດ 4,5G ແລະ ເຄືອ​ຂ່າຍ​ອິນ​ເຕ​ີເນັດ​ຄວາມ​ໄວ​ສູງ FTTH ; ມີ​ສັນຍານ​ປົກ​ຄຸມ 100% ບັນດາ​ເມືອງ ແລະ ເຂດ​ຊຸມ​ຊົນ​ໜາ​ແໜ້ນ​ໃນ​ທົ່ວ​ປະ ເທດ. ຂ້າພະເຈົ້າ​ໃນ​ນາມພະນັກງານ ສະມາຊິກ​ພັກ​ຜູ້​ໜຶ່ງ ແລະ ພະ ນັກງານ​ທັງ​ໝົດ​ຂອງ​ບໍລິສັດ​ສະ​ຕາ​ໂທລະ​ຄົມ (ຢູ​ນີ​ເທວ) ພ້ອມ​ ທີ່​ຈະ​ອຸທິດ​ເຫື່ອແຮງສະຕິ​ປັນຍາ​ຂອງ​ຕົນ ສືບຕໍ່​ນຳພາຄຸ້ມ​ຄອງ​ວຽກ​ງານ​ການ​ບໍລິການ​ຂອງ​ສະ​ຕາ​ໂທລະ​ຄົມ​ໃຫ້​ທັນ​ຍຸກ​ທັນ​ສະໄໝ​ ຈະ​ຕັ້ງໜ້າ​ປັບປຸງ​ການ​ບໍ ລິການ​ປະຊາຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ໄປ​ເລື້ອຍໆ. ໃນ​ໂອກາດທີ່​ມີ​ຄວາມ​ໝາຍ​ສຳ ຄັນ​ນີ້, ຕາງ​ໜ້າ​ຄະນະ​ພັກ, ຄະນະ​ນຳ, ພະນັກງານ ຢູ​ນີ​ເທວ ແລະ​ໃນ​ນາມ​ສ່ວນ​ຕົວ, ຂໍ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງບັນດາ​ທ່ານ ຜູ້ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ຕະຫຼອດ​ຮອດ​ພະນັກງານ​ສະມາຊິກ​ພັກ, ນາຍ ແລະ ພົນທະຫານ, ຕຳຫຼວດ, ​ປະຊາຊົນ, ພໍ່ຄ້າ​ຊາວ​ຂາຍ​ ແລະ ລູກ​ຄ້າ ຢູ​ນີ​ເທວທັງຫຼາຍ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ມີ​ພາລະ​ໄມ​ສົມບູນ ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ ແລະ ປະສົບ​ຜົນສຳເລັດ ໃນ​ໜ້າທີ່ການ​ງານ​ອັນມີ​ກຽດ​ຂອງ​ທ່ານ, ຂໍ​ສະແດງ​ຄວາມຂອບ ໃຈ ແລະ ຮູ້​ບຸນຄຸນຢ່າງ​ສຸດ​ຊຶ້ງ​ ມາຍັງ​ການ​ນຳ​ພັກ-ລັດ, ຄະນະ​ພັກ-ຄະນະ​ນຳກະຊວງ​ປ້ອງ​ກັນ​ປະເທດ, ອົງ​ການຈັດຕັ້ງ​ທຸກ​ຂັ້ນທີ່​ໄດ້​ໃຫ້​ຄວາມ​ເຊື່ອ​ໝັ້ນ, ໃຫ້ການ​ຊຸກຍູ້​ຊ່ວຍເຫຼືອ, ເອື້ອ​ອຳນວຍ​ຄວາມ​ສະດວກໃຫ້​ຢູນີ​ເທວ ​ພວກ​ຂ້າພະເຈົ້າ​ສາມາດເຮັດ​ລ້ອນ​ໜ້າ ທີ່​ການເມືອງ​ຂອງ​ຕົນ​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ