
ນັກຮຽນ ມ 7 ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຄື່ອນໄຫວທັດສະນະສຶກສາ
ເວລາອອກຂ່າວ: 2023-03-22 08:31:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1757 | ຄວາມນິຍົມ:
ໃນວັນທີ 11 ມີນາ 2023, ພະແນກຄູພູມສາດ-ປະຫວັດສາດ ຫ້ອງສຶກສາ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ນຳພານັກຮຽນ ມ 7 ເຄື່ອນໄຫວທັດສະນະສຶກສາ, ນຳພາໂດຍ ສະຫາຍ ພັນໂທ ນາງ ລິດຕະສະໄໝ ມາດມະນີວົງ ຄະນະຫ້ອງສຶກສາ, ສະຫາຍ ພັນໂທ ນາງ ແກ້ວບົວວອນ ໄຊຍະບັນດິດ ຫົວໜ້າ ພະແນກ ຄູພູມສາດ-ປະຫວັດສາດ ພ້ອມຄະນະ, ມີ ສະຫາຍ ພັນໂທ ພັດ ພອນມະນີ ຫົວໜ້າການເມືອງ ກອງພັນທີ 2 ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນ ມ7 ຈຳນວນ 323 ສະຫາຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ແກ້ວບົວວອນ ໄຊຍະບັນດິດ ໄດ້ໃຫ້ຮູ້ວ່າ: ເພື່ອໃຫ້ນັກຮຽນມີຄວາມຮູ້ ຈາກປະສົບການຕົວ ຈິງໃນການທັດສະນະສຶກສາແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ-ສັງຄົມທີ່ເປັນສະຖານທີ່ມີຊື່ສຽງຂອງເຂດແຂວງພາກໃຕ້ ເປັນຕົ້ນແມ່ນສວນອະນຸສອນສະຖານ ທ່ານ ສີທົນ ກົມມະດຳ, ແຫຼ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ແລະ ທ່າແຕງຟຣາມຣີສອດ ແຂວງເຊກອງ. ທັງເປັນການໂຄສະນາ ສົ່ງເສີມການທ່ອງທ່ຽວພາຍໃນປະເທດໃຫ້ກວ້າງຂວາງ ເພື່ອສ້າງເສດຖະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ ແລະ ເຫັນໄດ້ເຖິງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງນັກຮຽນທີ່ມີຕໍ່ຄູ-ອາຈານ ແລະ ໝູ່ເພື່ອນດ້ວຍກັນນຳເອົາບົດຮຽນມາເຊື່ອມໂຍງເຂົ້າໃນການຮຽນ-ການສອນໃຫ້ນັບມື້ນັບມີຄຸນນະພາບດີຂຶ້ນເລື້ອຍໆ.
ໂດຍ: ສົມພົງ ແກ້ວປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ