ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບປະຖະກະຖາ ວັນສ້າງຕັ້ງພັກ ຄົບຮອບ 68 ປີ
ເວລາອອກຂ່າວ: 2023-03-22 08:55:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ:



ຕອນເຊົ້າວັນທີ 21 ມີນາ 2023 ນີ້, ໂຮງຮຽນທິດສະດີການເມືອງກອງທັບ, ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955-22 ມີນາ 2023 ) ໂດຍການເປັນປະທານ ແລະ ກ່າວປະຖະກະຖາ ຂອງສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ, ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມຮັບຟັງ. ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ທີ່ໝູນວຽນມາບັນຈົບ ຄົບຮອບ 68 ປີ ສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ພັກກໍາເນີດຂຶ້ນໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດນາມ ແລະ ກໍາປູເຈຍ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ ໂດຍສະເພາະອົງຄະນະພັກແຄ້ວນລາວ ປະຊາຊົນລາວ ສາມາດຢຶດອໍານາດການປົກຄອງ ໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການປະຕິວັດ ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ໃນປີ 1951, ກອງປະຊຸມໄດ້ຕົກລົງໃຫ້ສ້າງຕັ້ງພັກປະຕິວັດຂຶ້ນໃນແຕ່ລະປະເທດ, ພາຍຫຼັງຫ້າງຫາກະກຽມໄດ້ໄລຍະໜຶ່ງມາເຖິງ ວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກທົ່ວປະເທດກໍໄດ້ເປີດຂຶ້ນ, ກອງປະຊຸມໄດ້ເປັນເອກະພາບໃສ່ຊື່ພັກວ່າ “ພັກປະຊາຊົນລາວ” ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກໃນເວລານັ້ນ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວແມ່ນມີຄວາມຈໍາເປັນພາວະວິໄສທາງດ້ານປະຫວັດສາດເພື່ອຕອບສະໜອງຄວມຮຽກຮ້ອງຕ້ອງການ ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ແສງສະຫວ່າງຂອງລັດມິມາກ-ເລນິນ ແລະ ສືບທອດຈາກພັກກອມມູນິນອິນດູຈີນ, ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂື້ນ ກໍໄດ້ແບກຫາບພາລະກໍາປະຫວັດສາດອັນແສນຫຍຸ້ງຍາກລໍາບາກ ເຊິ່ງເຕັມໄປດ້ວຍການທົດສອບ ທີ່ລະອິດລະອ້ຽວ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ແຕ່ມີກຽດອັນສູງສົ່ງນໍາພາປວງຊົນລາວທັງຊາດຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ,ນໍາເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ຕະຫຼອດໄລຍະ 68 ປີທີ່ຜ່ານມາ ພັກເຮົາຍາມໄດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ນໍາພາປວງຊົນລາວດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ. ປັດຈຸບັນພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກຄື: ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ນໍາພາທົ່ວປວງຊົນລາວທັງຊາດ, ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຂ່າວ-ພາບ: ສິບຕີ ນ. ເກດແກ້ວ ໄຊສົມພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ