ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະນໍາແຂວງຈໍາປາສັກ ຕ້ອນຮັບການຢ້ຽມຢາມຂອງ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ
ເວລາອອກຂ່າວ: 2023-03-22 09:02:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ໃນວັນທີ 19 ມີນາ 2023 ນີ້, ສະຫາຍ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ 4 ແຂວງຂອງ ສສ ຫວຽດນາມຄື: ແຂວງຝູເຖາະ, ແຂວງອຽນບາຍ, ແຂວງຕຽນກວາງ ແລະ ແຂວງນິ່ງບິ່ງ, ເຊີ່ງນໍາໂດຍ ສະຫາຍ ວູກວາງ ຍາກ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ປະຈຳພາກໃຕ້ຂອງລາວ ພ້ອມຄະນະ, ມີບັນດາຄະນະນໍາຂັ້ນແຂວງ, ພະນັກງານ-ນັກຮົບ ແລະ ຂະແໜງການທົ່ວຫ້ອງການສະຫະພັນນັກຮົບເກົ່າແຂວງຈໍາປາສັກເຂົ້າຮ່ວມ. ໃນການມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້, ສະຫາຍ ວູກວາງຍາກ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນັ້ນສະຫາຍຍັງໄດ້ເລົ່າຄືນເຖີງປະຫວັດມູນເຊື້ອຄວາມເປັນມາໃນການປະຕິບັດໜ້າທີ່ວຽກງານຂອງບັນດາສະຫາຍ ໃນໄລຍະຜ່ານມາໃຫ້ຄະນະນໍາຂັ້ນແຂວງຮັບຊາບໂດຍຫຍໍ້, ເພື່ອເປັນການລະນຶກເຖິງມິດຕະພາບ, ຄຸນງາມຄວາມດີ ເຊິ່ງຕະຫຼອດໄລຍະຜ່ານມາ ທັງສອງຊາດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນ ຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກຂໍ້ຍຸ້ງຍາກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະ ໂດຍປະຕິບັດຕາມຄໍາສອນຂອງປະທານໂຮ່ຈິມິນ ທີ່ວ່າ: ການຊ່ວຍເຫຼືອເພື່ອນມິດຍຸດທະສາດ ກໍ່ປຽບເໝື່ອນການຊ່ວຍເຫຼື່ອຕົນເອງ, ປະຊາຊົນ ລາວ-ຫວຽດນາມ ແມ່ນເພື່ອນບ້ານໃກ້ຊິດ-ມິດໃກ້ຄຽງ ແລະ ປຽບສະເໝືອນອ້າຍ-ນ້ອງອັນໃກ້ຊິດ ສະນິດສະໜົມທີ່ຮ່ວມສູ້ຮົບພາຍໃຕ້ຂຸມຄອງອັນດຽວກັນ, ໄດ້ຮ່ວມສຸກຮ່ວມທຸກ ແລະ ສູ້ຮົບໄປພ້ອມໆກັນໂດຍສາມາດຕີເອົາຊະນະສັດຕູ ດ້ວຍນ້ຳໃຈສາມັກຄີສູ້ຮົບເປັນປືກແຜ່ນແໜ້ນໜາ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງຊາດ ຈົນມາຮອດປະຈຸບັນ ປະເທດຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ມີການພັດທະນາດີຂື້ນເປັນກ້າວໆ, ພ້ອມທັງສ້າງຄວາມຮັ່ງມີຜາສຸກ-ສັງຄົມມີຄວາມສີວິໄລ ແລະ ຈະເລີນງອກງາມຍິ່ງໆຂື້ນ. ໂອກາດນີ້, ສະຫາຍ ສາຍທອງ ໄຊຍະວົງ ໄດ້ຕີລາຄາສູງ ແລະ ຍ້ອງຍໍສັນລະເສິນຕໍ່ຄຸນງາມ, ຄວາມດີ, ຜົນສໍາເລັດອັນຍິ່ງໃຫ່ຍໃນພາລະກິດ ປົກປັກຮັກສາ ແລະ ສ້າງສາສັງຄົມນິຍົມຢ່າງສົມກຽດ ຂອງບັນດາສະຫາຍອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນຕະຫຼອດໄລຍະເວລາທີ່ຜ່ານມາ, ເຊີ່ງທັງສອງພັກ-ສອງລັດ ແລະ ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ ເວົ້າສະເພາະກໍ່ຄືປະຊາຊົນສອງຊາດທີ່ໄດ້ຮັກສາມູນເຊື້ອສາຍພົວພັນຮ່ວມມືແບບພິເສດ ແລະ ເຮັດໃຫ້ທັງສອງປະເທດມີຄວາມສາມັກຄີກົມກຽວ ຢ່າງໜັກແໜ້ນ-ເຂັ້ມແຂງ ໝັ້ນຄົງຍືນຍົງຕະຫຼອດມາຈົນເຖີງປະຈຸບັນ. ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ