ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານ ອ 410 ຈັດຕັ້ງທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ
ເວລາອອກຂ່າວ: 2023-03-22 09:26:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ວັນທີ 15 ມີນາ 2023 ນີ້, ໂຮງງານ ອໍ.410 ກົມໃຫຍ່ເຕັກນິກກອງທັບ ໄດ້ທາບທາມສ້າງແຜນກໍານົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ, ພ້ອມທັງເຜີຍແຜ່ເອກະສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເຊື່ອມຊຶມມະຕິ 4 ຂອງສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະຮັບຜິດຊອບຈາກກົມໃຫຍ່ເຕັກນິກ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກ ແລະ ສະມາຊິກພັກສົມບູນ ຕະຫຼອດຮອດພະນັກງານໂຮງງານ ອ 410 ເຂົ້າຮ່ວມ. ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງກ່າວວ່າ: ການດໍາເນີນກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນ, ເປັນການເລືອກເຟັ້ນເປົ້າໝາຍເພື່ອຈັດວາງເຂົ້າໃນໂຄງປະກອບຕຳແໜ່ງງານຂັ້ນຕ່າງໆ ຢູ່ໃນໂຮງງານ ອ 410 ທີ່ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ເພື່ອແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ພ້ອມກັນນີ້ກໍ່ເພື່ອກວດກາ ແລະ ສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ຄະນະພັກ-ຄະນະບັນຊາຂອງໂຮງງານ ອ 410 ໃນຊຸມປີຜ່ານມາ, ໂອກາດນີ້, ສະຫາຍຍັງເນັ້ນຕື່ມວ່າ: ວຽກງານສ້າງແຜນກຳນົດພະນັກງານ ມີຄວາມສໍາຄັນ ແລະ ຈໍາເປັນເພາະວ່າມັນເປັນການປະຕິບັດແນວທາງຈັດຕັ້ງຂອງພັກ, ເປັນຂອດຕັດສິນເຖິງຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍລວມຂອງພັກ ແລະ ວຽກງານພະນັກງານ ກໍ່ແມ່ນຂໍກຸນແຈທີ່ສໍາຄັນໃນຂະບວນວິວັດການຈັດຕັ້ງປະຕິບັດ ການນໍາພາຂອງພັກຕໍ່ພາລະກິດປະຕິວັດກໍຄືຜົນສຳເລັດວຽກງານຕົວຈິງ, ຍ້ອນແນວນັ້ນກະຊວງປ້ອງກັນປະເທດ ກໍ່ຄືອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊີ້ນໍາເປັນພິເສດໃນການສ້າງແຜນກໍານົດພະນັກງານເພື່ອຊອກໃຫ້ໄດ້ບັນດາເປົ້າໝາຍທີ່ມີເງື່ອນໄຂມາດຖານຄົບຖ້ວນຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ທັງຈະເປັນພື້ນຖານໃຫ້ແກ່ການບໍາລຸງສ້າງພະນັກງານແຕ່ລະເປົ້າໝາຍໃນສະເພາະໜ້າ ແລະ ຍາວນານ ທັງນີ້ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງທັບ, ກໍຄືພາລະກິດປ່ຽນແປງໃໝ່ຂອງພັກ. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ໃນການໃຊ້ສິດປະຊາທິປະໄຕເຕັມສ່ວນ, ສຸມສະຕິປັນຍາໃສ່ໃນການຄົ້ນຄວ້າ, ຄັດເລືອກເອົາເປົ້າໝາຍຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນເຂົ້າໃນແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ໂຮງງານ ອ 410. ໃນກອງປະຊຸມ ສະຫາຍ ພັນໂທ ຈັນທະຈອນ ໄພມະນີ ຮອງເລຂາຄະນະພັກຮາກຖານ ອໍານວຍການໂຮງງານ ອ 410 ໄດ້ຂື້ນຜ່ານສະຫຼຸບລາຍງານຕີລາຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຂອງໂຮງງານ ອ 410 ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ຂື້ນຜ່ານມະຕິສະບັບເລກທີ 030, 032/ກມສພ ລົງວັນທີ 03/01/2018 ມາດຖານພະນັກງານນໍາພາ-ຄຸ້ມຄອງ ແລະ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ. ຈາກນັ້ນ, ບັນດາສະຫາຍຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມກໍານົດເອົາພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຂອງໂຮງງານ ອ 410 ຈົນສໍາເລັດລົງຕາມຄາດໝາຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ວັນທີ 18 ມີນາ 2023 ນີ້, ບໍລິສັດຄຳໄຊຢິງຊິນ ກົມໃຫຍ່ເຕັກນິກກອງທັບ ໄດ້ທາບທາມສ້າງແຜນກໍານົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ, ພ້ອມທັງເຜີຍແຜ່ເອກສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເຊື່ອມຊຶມມະຕິ 4 ຂອງສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະຮັບຜິດຊອບຈາກກົມໃຫຍ່ເຕັກນິກ, ມີຮອງອຳນວຍການ ບໍລິສັດຄຳໄຊຢິງຊິນ , ມີຮອງອຳນວຍການໂຮງງານຜະລິດທາດລະເບີດ, ຮອງພະແນກການເງິນ ບໍລິສັດຄຳໄຊຢິງຊິນ ແລະ ສະມາຊິກພັກສົມບູນ ຕະຫຼອດຮອດພະນັກງານ ບໍລິສັດຄຳໄຊຢິງຊິນ ເຂົ້າຮ່ວມ. ໂດຍ: ພູສະນິດ ສິງເມືອງຄໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ