ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ລົງຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ທະຫານແຂວງຫົວພັນ
ເວລາອອກຂ່າວ: 2023-03-22 09:32:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ໃນວັນທີ 20 ມີນາ 2023 ນີ້ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍພະລາທິການກອງທັບ ພ້ອມດວ້ຍຄະນະ ໄດ້ລົງຊີ້ນຳ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ກອງບັນຊາການທະຫານແຂວງຫົວພັນ ໂດຍການເຂົ້າຮວ່ມ ຂອງສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ແລະ ພະແນກການຈຳນວນໜຶ່ງເຂົ້າຮວ່ມນຳ. ໂອກາດນີ້ ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ໄດ້ສະຫຼຸບຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດເຊິ່ງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ເຖິງຢ່າງໃດກໍ່ຕາມ ດວ້ຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ເຮັດໃຫ້ສະພາບຢູ່ແຂວງຫົວພັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ໄດ້ເປັນເຈົ້າການສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ຮັບຮູ້ເຂົ້າໃຈຕໍ່ວິກິດການ ດ້ານເສດຖະກິດການເງິນ ທີ່ກຳລັງພົບຄວາມຫຍຸ້ງຍາກ ໃນສະພາບປະຈຸບັນ, ສຸມໃສ່ໂຄສະນາກ່ຽວກັບຜົນຮ້າຍ ຂອງສິ່ງເສບຕິດ ໃຫ້ນາຍ ແລະພົນທະຫານ ເປັນເຈົ້າການ ໃນການຕ້ານ ແລະ ສະກັດກັ້ນ ບໍ່ເຂົ້າຮ່ວມເສບ, ຂາຍ, ມີໄວ້ໃນຄອບຄອງ, ຈາກນີ້ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ມີຄຳເຫັນຊີ້ນຳ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ແລະ ກົມກອງ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນງານ ລວມຂອງຊາດ, ຂອງກອງທັບ ແລະ ຂອງກົມກອງ ໃຫ້ໜັກແໜ້ນເຂັ້ມແຂງ ໂດຍສະເພາະແມ່ນ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ການສະກັດກັ້ນປາກົດການຫຍໍ້ທໍ້ ບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ຍົກສູງ ໃນການສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ພະນັກງານ - ນັກຮົບ ມີແນວຄິດການເມືອງໜັກແໜ້ນ ມີຄຸນສົມບັດ, ສິນທຳປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ, ເຊື່ອມຊຶມກຳແໜ້ນ ແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເສີມຂະຫຍາຍມູນເຊື້ອ ນ້ຳໃຈບໍລິສຸດອັນຜ່ອງໃສ, ຍົກສູງໃນການສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ, ສ້າງກົມກອງ-ນັກຮົບວັດທະນະທຳ ແລະ ເອົາໃຈໃສ່ເຮັດວຽກງານແກ້ໄຂຊີວິດການເປັນຢູ່ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຕົນເອງ, ດຸໝັ່ນປະຢັດມັດທະຍັດ, ຍູ້ແຮງການເພິ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ, ຍົກລະດັບຊີວິດການເປັນຢູ່ຂອງກົມກອງໃຫ້ດີຂື້ນ ຫັນເອົາເນື້ອໃນຈິດໃຈ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ຫັນເປັນແຜນການອັນລະອຽດ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງກົມກອງ. ຂ່າວ-ພາບ: ໄຜ່ຄຳ ແກ້ວສອນພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ