ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າ​ທີ່​ປຶກສາ​ກົມ​ນະໂຍບາຍ​ສາກົນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ກະຊວງ​ປ້ອງ​ກັນ​ປະເທດ ອົດ​ສະ​ຕຣາ​ລີ ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ
ເວລາອອກຂ່າວ: 2023-03-22 10:08:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 20-23 ມີນາ 2023 ນີ້, ທ່ານ ເດ​ວິດ ເລ​ວິສ ຫົວໜ້າ​ທີ່​ປຶກສາ​ກົມ​ນະໂຍບາຍ​ສາກົນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ກະຊວງ​ປ້ອງ​ກັນ​ປະເທດ ອົດ​ສະ​ຕຣາ​ລີ ພ້ອມ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ​ຢູ່ ​ສປປ ລາວ ໂດຍ​ການ​ຕ້ອນຮັບ​ຂອງ ທ່ານ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ພ້ອມ​ຄະນະ ໃນ​ວັນ​ທີ 21 ມີນາ 2023 ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະເທດ. ທ່ານ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ຂອງ ທ່ານ ເດ​ວິດ ເລ​ວິ​​ສ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ອີກ​ບາດກ້າວ​ໜຶ່ງ​ຂອງ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ, ປົກ​ປັກ​ຮັກສາ​ເສີມ​ຂະ​ຫາຍ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ ສອງ​ຊາດ, ສອງ​ກອງທັບ ລາວ-ອົດ​ສະ​ຕຣາ​ລີ, ອົດ​ສະ​ຕຣາ​ລີ-ລາວ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂອກາດ​ນີ້, ທ່ານ ເດ​ວິດ ເລ​ວິ​​ສ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ​ທ່ານ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ພ້ອມ​ຄະນະ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ທີ່​ດີ​ຕໍ່​ກັນ​ທັງ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ໃຫ້​ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ. ຈາກ​ນັ້ນ, ສອງ​ຝ່າຍ​ກໍ​ໄດ້​ແລກປ່ຽນ​ສະພາບ​ການ​ວຽກ​ງານ​ດ້ານ​ຕ່າງໆ ທີ່​ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ. ເປັນຕົ້ນ​ແມ່ນ ສະຫຼຸບ​ຜົນ​ການ​ຮ່ວມ​ມື​ໃນ​ປີຜ່ານມາ ແລະ ວາງ​ທິດ​ທາງ​ແຜນການ​ປີ​ຕໍ່​ໄປ, ການ​ສົ່ງ​ນັກຮຽນ​ເຂົ້າ​ຮຽນ​ໃນ​ຫຼັກສູດ​ຕ່າງໆ​ທີ່​ຝ່າຍ​ອົດ​ສະ​ຕຣາ​ລີ​ສະໜອງ​ໃຫ້, ການ​ເດີນທາງ​ໄປ​ຢ້ຽມຢາມ​ອົດ​ສະ​ຕຣາ​ລີ​ຂອງ​ຄະນະ​ກົມ​ພົວພັນ​ຕ່າງປະເທດ, ວຽກ​ງານທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນໃຈ ແລະ ວິທີ​ຈັດ​ຕັ້ງ​ປະຕິບັດ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ແລະ ການ​ກະກຽມ​ດ້ານ​ຕ່າງໆ​ໃນ​ການ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ອາ​ຊຽນ​ປີ 2024 ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະ​ພາບ ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ສຳລັບ​ທິດ​ທາງ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ປີ 2023 ແມ່ນ​ຈະ​ສືບຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ຕ່າງໆ​ນຳ​ກັນ, ທັງ​ສອງ​ຝ່າຍ​ຈະ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຂອງ​ສອງ​ກະຊວງ​ໃຫ້​ແຕກ​ດອກ​ອອກ​ຜົນ​ຂຶ້ນ​ໄປ​ເລື້ອຍໆ,ສືບຕໍ່​ເຂົ້າ​ຮ່ວມ​ເຝິກອົບຮົມ​ພາສາ​ອັງກິດ ແລະ ຫຼັກສູດ​ຕ່າງໆ​ຕາມ​ການ​ໃຫ້​ທຶນ​ທັງ​ຢູ່​ອົດ​ສະ​ຕຣາ​ລີ ແລະ ຢູ່​ວິທະຍາໄລ​ວຽງ​ຈັນ​ເພື່ອ​ກະກຽມ​ບຸກ​ຄະລາ​ກອນ​ດ້ານ​ພາສາ​ອັງກິດ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ອາ​ຊຽນ​ໃນ​ປີ 2024, ຝ່າຍ​ລາວ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອົດ​ສະ​ຕຣາ​ລີ​ຕາມ​ການ​ສະເໜີ​ໂຄງການ​ແລກປ່ຽນ-ຢ້ຽມຢາມ​ສິດ​ເກົ່າ​ອົດ​ສະ​ຕາ​ລີ, ຝ່າຍ​ລາວ​ມີ​ແຜນ​ຈະ​ສົ່ງ​ພະນັກງານ​ໄປ​ປະຈຳ ຢູ່ ຫ້ອງການ​ທີ່​ປຶກສາ​ທູດ​ປ້ອງ​ກັນຊາ​ດລາວ ທີ່​ອົດ​ສະ​ຕຣາ​ລີ​ໃນ​ປີ 2023, ສະເໜີ​ຝ່າຍ​ອົດ​ສະ​ຕຣາ​ລີ​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ບາງ​ດ້ານ​ຖ້າ​ຝ່າຍ​ລາວ ມີ​ການ​ສະເໜີ, ສືບຕໍ່​ສົ່ງ​ສານ​ອວຍພອນ​ວັນ​ສຳຄັນ​ຕ່າງໆ​ຂອງຊາດ, ສອງ​ກອງທັບ ແລະ ຈົດໝາຍ​ສະແດງ​ຄວາມ​ຍິນ​ດີ​ຕ່າງໆ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ເປັນ​ປົກກະຕິ ແລະ ສືບຕໍ່​ຮັກສາ​ການ​ພົບ​ປະກັນ​ຢູ່​ໃນ​ເວທີ​ສາກົນ ແລະ ພາກ​ພື້ນ​ໂດຍ​ສະເພາະ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ອາ​ຊຽນ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໂດຍສະເພາະ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແຜນການ​ຮ່ວມ​ມື​ປະຈຳ​ປີ​ຂອງ​ສອງ​ຝ່າຍ​ກໍ​ຄື​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ທີ່​ທັງ​ສອງ​ຝ່າຍ​ຈະ​ໄດ້​ເຊັນ​ກັນ​ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ​ໃນຕໍ່ໜ້າ. ໂອກາດມາ​ຢ້ຽມຢາມ ແລະ ເຮັດ​ວຽກ​​ງານຂອງ ທ່ານ ເດ​ວິດ ເລ​ວິ​​ສ ຍັງ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບທ່ານ ພົນ​ຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫຼ້າ ຮອງ​ຫົວໜ້າ​ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ທັງ​ໄດ້​ລາຍ​ງານ​ໃຫ້​ຊາບ​ກ່ຽວ​ກັບ​ຈຸດປະສົງ​ການ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້. ໂອກາດ​ນີ້, ທ່ານ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປ​ປ ລາວ ກໍ​ໄດ້​ຕີ​ລາຄາ​ສູງ ແລະ ​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຕໍ່ ທ່ານ​ຫົວໜ້າ​ທີ່​ປຶກສາ​ກົມ​ນະໂຍບາຍ​ສາກົນ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ພ້ອມ​ດ້ວຍ​ຄະນະ ໃນ​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ກໍ​ຄື ລາວ-ອົດ​ສະ​ຕຣາ​ລີ, ອົດ​ສະ​ຕຣາ​ລີ-ລາວ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ຈາກ​ນັ້ນ​ຄະນະ​ກໍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໂດຍ​ການ​ຕ້ອນຮັບ​ຂອງ ທ່ານ ພົນ​ຈັດຕະວາ ​ປອ ແກ້ວ​ສຸວັນ ອິນ​ທະ​ວົງສາ ຫົວໜ້າ​ການ​ທະຫານ ວິທະຍາຄານ ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ພ້ອມ​ຄະນະ ແລະ ໄດ້​ຢ້ຽມ​ຊົມ​ບັນດາ​ຫ້ອງ​ຮຽນ ແລະ ສະຖານທີ່​ປູກ​ຕົ້ນໄມ້​ມິດຕະພາບ​ຂອງ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອົດ​ສະ​ຕຣາ​ລີ​ທີ່​ມາ​ຢ້ຽມຢາມ​ລາວ . ຈາກ​ນັ້ນ​, ຄະນະ​ຍັງ​ໄດ້​ເຂົ້າ​ພົບ​ປະ​ຢ້ຽມຢາມ​ກອງ​ບັນຊາ​ການ​ທະຫານ​ອາກາດ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ