ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດກອງປະຊຸມແພດທະຫານອາຊຽນ ຄັ້ງທີ 10
ເວລາອອກຂ່າວ: 2023-03-23 15:31:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ກອງປະຊຸມ ຄັ້ງທີ 10 ຂອງຫົວໜ້າແພດທະຫານ ອາຊຽນ ໄດ້ຈັດຂຶ້ນລະຫວ່າງວັນທີ 13-17 ມີນາ 2023 ນີ້,ທີ່ນະຄອນຫຼວງບາງກອກ ຣາຊາອາຈັກໄທ ພາຍໃຕ້ຫົວຂໍ້ ການດໍາລົງຊີວິດປົກກະຕິແບບໃໝ່ ຫຼັງໂຄວິດ-19. ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນປະສົບການນໍາກັນ; ເສີມສ້າງຄວາມເຂົ້າໃຈ ລະຫວ່າງສະມາຊິກອາຊຽນ ແລະ ທິດທາງການຮ່ວມມືແພດທະຫານອາຊຽນໃນໄລຍະໃໝ່ ແລະ ນະວັດຕະກຳໃໝ່ດ້ານການແພດ. ຄະນະຜູ້ແທນກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ນໍາໂດຍທ່ານ ພັນເອກ ດຣ ສີທະວົງ ບຸນປະສົງ ຮອງຫົວໜ້າກົມເສນາຮັກ,ກົມແພດທະຫານອາຊຽນ;ຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສແພດທະຫານ ແລະ ແພດທະຫານໜຸ່ມອາຊຽນເຂົ້າຮ່ວມ. ກອງປະຊຸມ ຫົວໜ້າແພດທະຫານອາຊຽນ ໄດ້ພົບປະກັນ ຄັ້ງທີ 1 ຢູ່ນະຄອນຫຼວງ ຮ່າໂນຍ ສສ.ຫວຽດນາມ ໃນປີ 2011 ດ້ວຍຄວາມຄິດລິເລີ່ມຈາກກອງປະຊຸມລັດຖະມົນຕີ ປ້ອງກັນປະ ເທດອາຊຽນ ໃນປີ 2010 ທີ່ ສສ ຫວຽດນາມ; ຕໍ່ມາ, ກໍ່ໄດ້ຈັດຂຶ້ນທຸກໆປີ ແລະ ສຳລັບປີ 2017 ເປັນກອງ ປະຊຸມ ຄັ້ງທີ 7 ໂດຍ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ເປັນເຈົ້າພາບ ແລະ ປີ 2019 (ຄັ້ງທີ 9) ໂດຍຣາຊາອາຈັກກໍາປູເຈຍ ເປັນເຈົ້າພາບ; ຫຼັງຈາກນັ້ນ ກໍ່ໄດ້ເລື່ອນຍ້ອນການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ມາເຖິງປີນີ້ ຈຶ່ງໄດ້ຈັດຄັ້ງທີ 10 ທີ່ຣາຊະ ອານາຈັກໄທ ເປັນເຈົ້າພາບ ໂດຍລວມແລ້ວເຫັນວ່າການຈັດກອງປະຊຸມພົບປະແລກປ່ຽນຂໍ້ມູນຂ່າວສານ,ເຕັກນິກການແພດໃນຄັ້ງນີ້ມີຫຼາຍຂົງເຂດວຽກງານໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ.ພາຍຫຼັງສໍາເລັດກອງປະຊຸມດັ່ງກ່າວຄະນະຜູ້ແທນແພດທະຫານອາຊຽນ ໄດ້ຢ້ຽມຢາມສະຖາບັນການແພດທະຫານອາກາດ, ສູນການແພດທະຫານ ອາຊຽນ ແລະ ທ່ຽວຊົມພະບໍລົມມະຣາຊະວັງ ຣາຊາອາຈັກໄທ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ