
ປະກາດການແຕ່ງຕັ້ງ ປະທານຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2023-05-16 09:00:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 399298905 | ຄວາມນິຍົມ:
ໃນວັນທີ 15 ພຶດສະພາ 2023 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ປະທານຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ມີການນໍາຂອງແຂວງ, ຫ້ອງການ ປກຊ-ປກສ ສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານຫລັກແຫຼ່ງກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ສູນກາງ, ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເຈົ້າແຂວງ ເປັນປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງສະຫວັນນະເຂດ, ພ້ອມທັງໄດ້ເຜີຍແຜ່ພາລະບົດບາດຂອງ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຕື່ມອີກ.
ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ ຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດຫນ້າທີ່ຕາມພາລະບົດບາດຂອງຄະນະກຳມະການ ໃນການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນ ໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ, ເພື່ອເຮັດໃຫ້ຖັນແຖວກຳລັງປະກອບອາວຸດທ້ອງຖິ່ນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສືບຕໍ່ປະຕິບັດຍຸດທະສາດ 3 ສ້າງຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ, ພ້ອມກັນນັ້ນ, ກໍຕ້ອງປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຖືສໍາຄັນວຽກງານອົບຮົມ-ຫັດແອບໃຫ້ມີຄວາມຊໍານານຄ່ອງແຄ້ວ ເພື່ອກຽມພ້ອມສູ້ຮົບໃນທຸກກໍລະນີ ແລະ ກຽມພ້ອມແກ້ໄຂສະພາບການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ບັນຫາສໍາຄັນແມ່ນພ້ອມກັນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປົກປັກຮັກສາທ້ອງຖິ່ນໃຫ້ມີຄວາມສະຫງົບຫນັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ