
ປາຖະກະຖາວີລະກຳກອງພັນທີ 2 ຜ່າວົງປິດລ້ອມ ແລະ ບັນດາຜູ້ນຳແຫກຄຸກ
ເວລາອອກຂ່າວ: 2023-05-17 08:31:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 15884 | ຄວາມນິຍົມ:
ໃນວັນທີ 16 ພຶດສະພາ 2023 ນີ້, ກອງພັນໃຫຍ່ 661 ຈັດພິທີປາຖະ ກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດ ຄື: ມູນເຊື້ອວີລະກຳ ກອງພັນທີ 2 ຜ່າວົງປິດລ້ອມຂອງ ສັດຕູຢູ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 63 ປີ (24-25 ພຶດສະພາ1960-24-25 ພຶດສະພາ 2023), ວີລະກຳແຫກຄຸກຂອງບັນດາຜູ້
ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ(18 ພຶດສະພາ 1959-18 ພຶດສະພາ 2023) ແລະ ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ ຄົບຮອບ 69 ປີ (7 ພຶດສະພາ 1954-7 ພຶດສະພາ 2023) ຂຶ້ນ, ໂດຍການເລົ່າມູນເຊື້ອຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ ແລະ ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ເຂົ້າຮ່ວມ.
ການປາຖະກະຖາວັນປະຫວັດສາດສຳຄັນຕ່າງໆໃນຄັ້ງນີ້, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງ ທີ່ບັນດາຜູ້ນຳຮັກຊາດ, ມູນເຊື້ອອັນອົງອາດກ້າຫານ, ຄວາມມີນ້ຳໃຈເດັດດ່ຽວໜຽວແໜ້ນ ແລະ ມີໄຫວພິບສະຫຼາດສ່ອງໃສຂອງພະນັກງານ-ນັກຮົບໃນ ກອງພັນທີ 2, ມູນເຊື້ອວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ແລະ ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ ເຊິ່ງເປັນເຫດ
ການປະຫວັດສາດອັນສຳຄັນ ຂອງຊາດຂອງພັກ, ຂອງກອງທັບ ແລະ ເປັນບົດຮຽນອັນລ້ຳຄ່າທີ່ ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນຍາດ ເອົາໄຊຊະນະໃນໄລຍະຜ່ານມາ, ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງ ພວກຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ ຫວັງດັບມອດກຳລັງປະຕິວັດໃຫ້ພັງທະລາຍລົງ, ສະແດງໃຫ້ເຫັນຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວ ບໍ່ຄອນແຄນຕໍ່ການນາບຂູ່ຫຼອກລວງຂອງສັດຕູ, ນ້ຳໃຈສູ້ຮົບພິລາດອາດຫານ, ມີພິບໄຫວ ແລະ ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດເພື່ອຕີເອົາຊະນະພວກຈັກກະພັດ ແລະ ລູກແຫຼ້ງຕີນມື ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ