ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສໍາເລັດການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX
ເວລາອອກຂ່າວ: 2023-05-22 14:53:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 850 | ຄວາມນິຍົມ:



ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 4 ວັນ, ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ໄດ້ອັດລົງໃນວັນທີ 19 ພຶດສະພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງສາລະວັນ, ມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ເປັນບັ້ນດໍາເນີນຊີວິດການເມືອງທີ່ເລິກເຊິ່ງເຖິງຖອງທັງໃນແງ່ການນຳພາລວມ ແລະ ບຸກຄົນໃນຄະນະພັກແຕ່ລະຂັ້ນ, ເປັນການປັບປຸງປົວແປງພາຍໃນທົ່ວອົງຄະນະພັກແຂວງສາລະວັນ ຕິດພັນກັບການຕີລາຄາປະເມີນຜົນຄະນະພັກ-ຄະນະນຳແຕ່ລະຂັ້ນ ເປັນປັດໄຈຕັດສິນໃນການປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງຖືວ່າເປັນບົດຮຽນອັນລໍ້າຄ່າ ສຳລັບອົງຄະນະພັກ ແຂວງສາລະວັນ ກໍຄືໃນທົ່ວພັກເຮົາທີ່ຕ້ອງໄດ້ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນຳ ພາ-ຊີ້ນຳ ໃນຊຸມປີຕໍ່ໜ້າ, ຕະຫຼອດໄລຍະການດໍາເນີນກອງປະຊຸມ ແຕ່ລະສະຫາຍ ໄດ້ປະຕິບັດຖືກຕ້ອງ ຕາມບາດກ້າວຂັ້ນຕອນທີ່ກຳນົດໄວ້, ມີບັນຍາກາດດີ ແລະ ມີຜົນໄດ້ຮັບສູງ ເຊັ່ນວ່າ: ຜົນຂອງການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຂອງເປົ້າໝາຍເຂົ້າຮ່ວມກອງປະຊຸມຕໍ່ຄະນະພັກແມ່ນມີຄະແນນນິຍົມສູງພໍສົມຄວນ, ການປະກອບຄຳຄິດເຫັນ ຕໍ່ບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕາງໜ້າແຕ່ລະຂົງເຂດວຽກງານແມ່ນໄດ້ຢັ້ງຢືນເຖິງໝາກຜົນຕົວຈິງ, ກ້າສະແດງອອກ ແລະ ຮັບເອົາບັນຫາທີ່ເຫັນວ່າຍັງອ່ອນຄົງຄ້າງ ລວມໄປເຖິງບົດສຳຫຼວດນຳພາລວມ ຂອງຄະນະບໍລິຫານງານພັກແຂວງໃນໄລຍະກາງສະໄໝ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຄວາມເປັນເອກະພາບກັບແຕ່ລະບັນຫານຳກັນ, ອັນສຳຄັນແມ່ນແຕ່ລະສະຫາຍ ໄດ້ມີການສຳຫຼວດຕີລາຄາຕົນເອງ ແລະ ຄະນະ ຢ່າງກົງໄປກົງມາດ້ວຍຄວາມຈິງໃຈ ແລະ ສ້າງສັນ ໃນຖານະເພື່ອນຮ່ວມງານທີ່ດີນຳກັນ ໂດຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມທັງ ໄດ້ນຳເອົາເນື້ອໃນການຕຳນິສົ່ງຂ່າວຂອງສະມາຊິກພັກ-ພະນັກງານຫົວຈັກຫຼັກແຫຼ່ງ ມາລາຍງານໃຫ້ໝູ່ຄະນະຮັບຮູ້ ແລະ ປະກອບຄຳເຫັນເພື່ອພ້ອມກັນຫັນປ່ຽນໄປໃນທິດທາງທີ່ສ້າງສັນ ແລະ ກ້າວໜ້າ. ພ້ອມດຽວກັນນັ້ນ, ສະຫາຍ ປະທານກອງປະຊຸມ ຍັງໄດ້ໂອ້ລົມຫຼາຍບັນຫາສໍາຄັນ, ບາງຕອນໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງສາລະວັນ, ສືບຕໍ່ເຮັດວຽກງານສຶກສາອົມຮົມການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ທົ່ວເຖິງທຸກເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ບໍລິເວນຕ່າງໆ ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໜັກແໜ້ນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການເມືອງແຕ່ຂັ້ນແຂວງ ລົງຮອດຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ການພັດທະນາດ້ານວັດທະນະທຳ - ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາ ທາງດ້ານເສດຖະກິດ, ປະຕິບັດບັນດາຄາດໝາຍຕົວຊີ້ວັດດ້ານການພັດທະນາແບບຍືນຍົງໃຫ້ໄດ້ຕາມຄາດໝາຍ, ພ້ອມກັນນັ້ນກໍຕ້ອງເພີ່ມທະວີການນໍາພາ - ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ, ສ້າງໃຫ້ມີຖັນແຖວພະນັກງານທີ່ໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ຫນ້າທີ່ວຽກງານ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ, ປະຕິບັດລະບອບແບບແຜນວິທີນຳພາຂອງພັກບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະເປັນເອກະພາບໃນທຸກຂົງເຂດວຽກງານ, ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບຕ່າງໆ ຢ່າງເຂັ້ມງວດ, ຖືສໍາຄັນການສ້າງພະນັກງານ, ເປັນຕົ້ນແມ່ນ ພະນັກງານຫຼັກແຫຼ່ງໃນຂົງເຂດວຽກງານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ຄົນດີ, ຄົນເກັ່ງ, ມີຄວາມຮູ້ຄວາມສາມາດ ໄດ້ຮັບການສະໜັບສະໜູນເຊື່ອໝັ້ນຈາກມະຫາຊົນ ແລະ ມີໂອກາດກ້າວຂຶ້ນ, ເພີ່ມທະວີວຽກງານປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງຕົນ, ຄະນະບໍລິຫານງານພັກ ຕ້ອງຍົກສູງຄວາມສາມາດນໍາພາ ຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາການສະໜັບສະໜູນນໍາມາພັດທະນາແຂວງໃຫ້ນັບມື້ຈະເລີນກ້າວໜ້າ ແລະ ບັນຫາສໍາຄັນ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໃຫ້ປະສົບຜົນສໍາເລັດ ແລະ ມີໝາກຜົນຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ