ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນຕີ ຢາງເຫວີນຫລີນ ມອບອຸປະກອນກີລາ ແລະ ການຮຽນ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປິງ
ເວລາອອກຂ່າວ: 2023-05-23 14:52:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1183 | ຄວາມນິຍົມ:



ໃນວັນທີ 23 ພຶດສະພາ 2023 ນີ້, ສະຫາຍ ພົນຕີ ຢາງເຫວີນຫລີນ ຮອງຫົວໜ້າແມ່ທັບ 75 ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ນໍາເອົາ ອຸປະກອນການຮຽນ ແລະ ອຸປະກອນກິລາ ມາມອບໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປິງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ. ເຊິ່ງມີລາຍລະອຽດຄື: ໄມ້ຕີດອກປີກໄກ່ 50 ອັນ, ດອກປີກໄກ່ 50 ກ່ອງ, ບານສົ່ງ 50 ໜ່ວຍ, ບານບ້ວງ 50 ໜ່ວຍ, ບານເຕະ 30 ໜ່ວຍ, ກະດານນັບຄະແນນ 2 ອັນ, ຖົງປຶ້ມ 29 ໜ່ວຍ, ປຶ້ມບັນທຶກ 30 ຫົວ, ກ່ອງເຄື່ອງຂຽນ 30 ອັນ ແລະ ເຄື່ອງອື່ນໆຈໍານວນໜຶ່ງ ລວມມູນຄ່າທັງໝົດ 93 ລ້ານກວ່າກີບ. ໂດຍການກ່າວຮັບຂອງ ສະຫາຍ ນາງ ພັນທອງ ຄໍາທອງມີ ອໍານວຍການໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປິງ ເຊີ່ງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ສະຫາຍ ພົນຕີ ຢາງເຫວີນຫລີນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໃຍ ຕໍ່ການສຶກສາຂອງນ້ອງນັກຮຽນ ເຊິ່ງອຸປະກອນກິລາ ແລະ ອຸປະກອນການຮຽນ ທີ່ນໍາມາມອບໃຫ້ ໂຮງຮຽນຂອງພວກເຮົາ ຄັ້ງນີ້, ແມ່ນປັດໃຈໜຶ່ງໃນການສົ່ງເສີມການຮຽນໃຫ້ນ້ອງນັກຮຽນ ທັງເປັນການເສີມສ້າງທັກສະທາງດ້ານກິລາ ແລະ ເຮັດໃຫ້ນ້ອງນັກຮຽນມີສຸຂະພາບແຂງແຮງ ພ້ອມດຽວກັນຍັງໄດ້ໃຫ້ຄໍາໜັ້ນສັນຍາວ່າຈະນໍາເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ໄປແຈກຢາຍໃຫ້ນ້ອງນັກຮຽນໄດ້ໃຊ້ຢ່າງທົ່ວເຖີງ. ໂດຍ:ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ