ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ “ ໂລ້ກຳບັງມິດຕະພາບ-2023 ” ສຳເລັດລົງດ້ວຍໝາກຜົນອັນຈົບງາມ
ເວລາອອກຂ່າວ: 2023-05-26 16:05:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 978 | ຄວາມນິຍົມ:



ໃນວັນທີ 26 ພຶດສະພາ 2023 ນີ້, ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຳເລັດການຊ້ອມຮົບຮ່ວມ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາ ການນຳພັກ-ລັດ ຕະຫຼອດຮອດນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນຳຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໄດ້ກ່າວປິດການຊ້ອມຮົບຄັ້ງນີ້ວ່າ: ການເຄື່ອນໄຫວການຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ຢູ່ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສີ້ນສຸດລົງ, ດ້ວຍຜົນສຳເລັດອັນຈົບງາມ ເຊິ່ງມັນໄດ້ສ້າງຄວາມສຳພັນໄມຕີມິດຕະພາບທີ່ໜ້າຈົດຈຳຢ່າງເພິ່ງພໍໃຈ ໃຫ້ແກ່ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຈີນ ເຊິ່ງເປັນມິດຕະພາບທີ່ງົດງາມ ທີ່ສອງກອງທັບບໍ່ອາດຈະຫຼົງລືມໄດ້, ເຊິ່ງໄດ້ສະແດງອອກໃນຕະຫຼອດໄລຍະການເຄື່ອນໄຫວຫັດແອບ “ໂລ້ກຳບັງມິດຕະພາບ-2023” ເພື່ອນສະຫາຍນາຍ ແລະ ພົນທະຫານສອງກອງທັບ ລາວ-ຈີນ ໄດ້ອອກແຮງແຂ່ງຂັນກັນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ແລະ ມີການແລກປ່ຽນກ່ຽວກັບຍຸດທະວິທີແບບໃໝ່ທີ່ທັນສະໄໜ, ເພື່ອບັນລຸໄດ້ເປົ້າໝາຍການບຸກຕີເຂົ້າລວງເລິກເປັນພາບດຽວ, ການບັນຊາມີແບບແຜນ, ບັນຊາແມ້ນຢຳ, ເຂົ້າເປົ້າໝາຍ ແລະ ການປະຕິບັດໜ້າທີ່ຖືກຕ້ອງຕາມຈຸດປະສົງ, ເພື່ອເຮັດໃຫ້ຄວາມສາມາດໃນການບັນຊາຊ້ອມຮົບຮ່ວມຂອງພວກເຮົາໄດ້ຮັບຜົນດີ, ນອກນັ້ນເພື່ອນສະຫາຍ ລາວ-ຈີນ ໄດ້ມີການພົບປະສ້າງສັນແລກປ່ຽນພາສາຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຕະຫຼອດຮອດການເຄື່ອນໄຫວກິດຈະກຳ, ສິນລະປະ-ວັນນະຄະດີ-ກິລາ ແລະ ອື່ນໆ, ພິເສດການເຄື່ອນໄຫວຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ຄັ້ງນີ້ຈະສິ້ນສຸດລົງແລ້ວກໍຕາມ, ມິດຕະພາບຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບລາວ-ຈີນ ຍັງຄົງຢືນຢັນຄວາມເຊື່ອໝັ້ນ ແລະ ຮັກແພງຄວາມສາມັກຄີກັນຢ່າງດູດດື່ມຕະຫຼອດໄປ ແລະ ບໍ່ມີວັນຈະຈືດຈາງລົງໄດ້, ກອງທັບປະຊາຊົນລາວເຊື່ອໝັ້ນວ່າ ມິດຕະພາບຂອງສອງຊາດ, ສອງກອງທັບ ລາວ-ຈີນ ຈະໄດ້ຮັບການສົ່ງເສີມໃຫ້ຍືນຍົງ ຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄປ. ໃນໂອກາດນີ້, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍຈີນ ຈຳນວນ 22 ໃບ ແລະ ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍຈີນ ຈຳນວນ 240 ໜ່ວຍ ໂດຍການມອບຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕາມລຳດັັັັັັັັບ. ໂອກາດນີ້, ກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ມອບຫຼຽນກາໂລ້ມິດຕະພາບ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍລາວ ຈຳນວນ 20 ໜ່ວຍ ໂດຍການມອບຂອງ ສະຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2023” ທີ່ຈັດຢູ່ ສປປ ລາວ ໃນຄັ້ງນີ້ແມ່ນເພື່ອແນໃສ່ການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຮັດແໜ້ນ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ, ຈີນ-ລາວ, ເປັນຍຸດທະສາດອັນສຳຄັນຕໍ່ວຽກງານຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານປ້ອງກັນຊາດ. ຜ່ານໄລຍະການຈັດຕັ້ງຊ້ອມຮົບຄັ້ງນີ້ໄດ້ບັນລຸຜົນສຳເລັດອັນຈົບງາມ, ການນຳໃຊ້ພາຫະນະ-ອາວຸດ, ການປະກອບກຳລັງຂອງສອງກອງທັບ ລາວ-ຈີນ, ມີປະສິດທິພາບສູງ, ເສີມຂະຫຍາຍໄດ້ກຳລັງແຮງໃນການສູ້ຮົບໃນຮູບການຕີໄວ, ຕີແຮງ, ຕີດັບສູນ, ສາມາດທຳລາຍໄດ້ບັນດາເປົ້າໝາຍໃນຖານທີ່ໝັ້ນຂອງຝ່າຍກົງກັນ ຂ້າມໄດ້ຢ່າງແມ້ນຢຳ, ການບັນຊາປະສານສູ້ຮົບຂອງສອງຝ່າຍວ່ອງໄວຄ່ອງແຄ້ວ, ການນຳໃຊ້ພາຫະນະ-ອາວຸດ ຍຸດໂທປະກອນ ມີຄວາມຊຳນິຊຳນານ ແລະ ການເຄື່ອນໄຫວ ຂອງນາຍ ແລະ ພົນທະຫານ ຢູ່ໜ້າສະໜາມມີຄວາມເດັດດ່ຽວ, ອາດຫານ, ຊານໄຊ, ສາມາດຕີຢຶດເອົາຖານທີ່ໝັ້ນຂອງສັດຕູເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍຢ່າງມີໄຊ ແລະ ຮັບປະກັນຄວາມປອດໄພໄດ້ 100%, ພັກ-ລັດຖະບານ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າຄະນະຊີ້ນຳຊ້ອມ ຮົບຮ່ວມ “ ໂລ້ກຳບັງມິດຕະພາບ-2023 ” ພ້ອມດ້ວຍນາຍ ແລະ ພົນທະຫານ ສອງກອງທັບ ລາວ-ຈີນ ທີ່ໄດ້ພ້ອມກັນຈັດຕັ້ງຊ້ອມຮົບຮ່ວມຄັ້ງນີ້ ຈະໄດ້ຖອດຖອນເອົາບົດຮຽນນຳກັນ ແລະ ນຳເອົາບົດຮຽນອັນປະເສີດມາປັບປຸງຍົກລະດັບການປັບປຸງກໍ່ສ້າງກຳລັງ, ເພີ່ມທະວີຄວາມເຂັ້ມແຂງຮອບດ້ານໃຫ້ແກ່ກອງທັບປະຊາຊົນລາວກ້າວຂຶ້ນຕາມທິດສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບມີແບບແຜນ ແລະ ທັນສະໄໝພ້ອມກັນກ້າວຂຶ້ນເຮັດສຳເລັດໜ້າທີ່ນຳເອົາຜົນງານ ແລະ ໄຊຊະນະມາສູ່ປະເທດຊາດຂອງຕົນຢ່າງສະຫງ່າງາມ. ໂດຍ: ອາຫວຸ້ນ+ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ