ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ-ໄທ ສຶບຕໍ່ພົບປະແລກປ່ຽນວຽກງານຊາຍແດນນາຍທະຫານລະດັບກາງຄັ້ງທີ I
ເວລາອອກຂ່າວ: 2023-05-31 15:57:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 511 | ຄວາມນິຍົມ:



ກອງປະຊຸມພົບປະແລກປ່ຽນນາຍທະຫານກາງ, ຂອງສອງກອງທັບລາວ-ໄທ ຄັ້ງທີ I ໄດ້ຈັດຂຶ້ນທີ່ຫ້ອງປະຊຸມກະຊວງປ້ອງປະເທດ ໃນວັນທີ 30 ພຶດສະພາ 2023 ນີ້, ເຊິ່ງຝ່າຍລາວນຳໂດຍ ທ່ານ ພັນເອກ ອຸ່ນຄຳ ສີແຫວນວົງສັກ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຝ່າຍໄທນຳ ໂດຍ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ຜູ້ອໍານວຍການສຳນັກກິດຈະການ ຊາຍແດນທະຫານກັບປະເທດເພື່ອນບ້ານ ກົມກິດຈະການຊາຍແດນທະຫານ ຣາຊະອານາຈັກໄທ, ພ້ອມດວ້ຍຄະນະທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນຫຼາຍບັນຫາທີ່ສໍາຄັນເປັນຕົ້ນແມ່ນຂົງເຂດວຽກງານການກວດກາຄົນເຂົ້າ-ອອກເມືອງຜິດກົດໝາຍໃຫ້ຖຶກຕ້ອງຕາມກົດລະບຽບກົດໝາຍຂອງສອງປະເທດ ພ້ອມກັນນັ້ນຍັງໄດ້ປະສານສົມທົບແໜ້ນລະຫວ່າງສອງຝ່າຍນັບແຕ່ຂັ້ນອົງການລົງຮອດທ້ອງຖິ່ນໃນການລົງກວດກາພື້ນທີ່ມີບັນຫາ ເພື່ອພ້ອມກັນແກ້ໄຂ ແລະ ສະເໜີໃຫ້ຂັ້ນເທີງພິຈາລະນາ ເພື່ອເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ແຕ່ເໜືອຮອດໃຕ້ມີຄວາມສະຫງົບຮຽບຮ້ອຍ ແລະ ທັງສອງຝ່າຍຍັງເຫັນດີເປັນເອກະພາບກັນຈະສຶບຕໍ່ພັດປ່ຽນກັນແລກປ່ຽນທັດສະນະສຶກສາສົ່ງເສີມການຮ່ວມມືຂອງນາຍທະຫານລະດັບກາງ ແລະ ຮັກສາຄວາມສະຫງົບຕາມບໍລິເວນຊາຍແດນລາວ-ໄທ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ, ສືບຕໍ່ສ້າງສາຍພົວພັນການຮ່ວມມືທີ່ດີຕໍ່ກັນຖານບ້ານໃກ້ເຮືອນຄຽງທີ່ດີີເປັນຕົ້ນແມ່ນຈະສືບຕໍ່ການແລກປ່ຽນການຢ້ຽມຢາມທັດສະນະສຶກສານາຍທະຫານລະດັບກາງລະຫວ່າງສອງກອງທັບ ລາວ-ໄທ, ເອົາໃຈໃສ່ການຮ່ວມມືຢ່າງຈິງຈັງໃນການແກ້ໄຂບັນຫາຕາມບໍລິເວນຊາຍແດນເພື່ອປ້ອງກັນບັນຫາຕ່າງໆທີ່ອາດຈະເກີດຂຶ້ນ,ຕ້ານ ແລະ ສະກັດກັ້ນ ການລັກລອບຂົນສົ່ງແຮງງານແບບຜິດກົດໝາຍ,ການຄ້າມະນຸດ,ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການກໍ່ອາຊະຍາກໍາຂ້າມຊາດ,ການແຕ່ງດອງແບບຜິດກົດໝາຍ,ການຍົກຍ້າຍຖິ່ນຖານພູມລໍາເນົ່າ ແລະ ສິ່ງທີ່ຜິດກົດໝາຍອື່ນໆ ເພື່ອຄຸ້ມຄອງ ແລະ ປ້ອງກັນບໍລິເວນຊາຍແດນລະຫວ່າງສອງປະເທດໃຫ້ມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນີ້, ຄະນະນາຍທະຫານລະດັບກາງ ສອງກອງທັບລາວ-ໄທ ຍັງໄດ້ເຂົ້າພົບປະ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ແລະ ພ້ອມທັງລາຍງານຫຍໍ້ກ່ຽວກັບການພົບປະສອງຝ່າຍໃຫ້ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຮັບຊາບໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້ຕື່ມອີກ. ໂດຍ: ບົວລາ ສໍລາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ