ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ເສນາ​ເຕັກນິກ ໂອ້​ລົມ​ພະນັກງານທີ່ໄດ້ຮັບ​ໜ້າທີ່​ໃໝ່
ເວລາອອກຂ່າວ: 2023-06-02 09:30:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3198 | ຄວາມນິຍົມ:



ໃນ​ວັນ​ທີ 26 ພຶດສະພາ 2023 ນີ້, ສະຫາຍ ພັນ​ເອກ ບຸນ​ຖະໜອມ ຄຳ​ເມືອງ​ຈັນ ຮອງ​ຫົວໜ້າ​ກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກ​ເນິກ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ໂອ້​ລົມ ແລະ ເນັ້ນ​ຫຼາຍ​ບັນຫາ​ຕໍ່​ຜູ້​ທີ​່ໄດ້​ຮັບ​ໜ້າ​ທີ່​ໃໝ່​ເປັນ​ຮອງ​ຫົວໜ້າ​ພະ​ແນກ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ເມືອງ, ນະຄອນ ແລະ ກອງພັນ​ທີ່​ຂຶ້ນ​ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​ນະ​ເຂດ, ​ບັນດາ​ສະຫາຍ​ ຮອງຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ເມືອງ, ຮອງ​ຫົວໜ້າກອງພັນ ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ​ກອງ​ບັນຊາ​ການ​ທະຫານ​ເມືອງ, ນະຄອນ ແລະ ກອງພັນ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​ນະ​ເຂດ ຈົ່ງ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເຮັດ​ວຽກ​ເປັນ​ໝູ່​ຄະນະແບ່ງ​ວຽກ​ໃຫ້​ບຸ​ຄົນ​ ຮັບຜິດຊອບ​ຕໍ່​ວຽກ​ງານ​ວິ​ສະເພາະ​ຂອງ​ຕົນ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ເປັນ​ຕົ້ນແມ່ນ​ເອົາ​ໃຈ​ໃສ່​ກວດກາ, ບົວລະບັດ​ພາຫະນະ-ຍຸດ​ໂທ​ປະກອນ​ຕ່າງໆ​ທີ່​ຂຶ້ນ​ກັບ ​ຕົນ​ເອງ​ຮັບຜິດຊອບ​ໃຫ້​ຄຽງ​ຄູ່​ກັບ​ການ​ຊອກ​ຮູ້​ຮ່ຳຮຽນ​ດ້ວຍ​ຕົນ​ກ່ຽວ​ກັບ​ເຕັກນິກ​ການ​ນຳ​ໃຊ້​ພາຫະນະ-ຍຸດ​ໂທ​ປະກອນ​ໃນ​ແຕ່​ລະ​ລຸ້ນ​ແຕ່​ລະ​ຍີ​່ຫໍ້​ເພື່ອ​ຮັບປະກັນ​ນຳ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ໃຫ້​ໄດ້​ຄຸນ​ນະ​ພາບ ​ແລະ ​ປະລິມານ ທັງ​ມີ​ການ​ຮັບປະກັນ​ຄວາມ​ປອດ​ໄພ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ