ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ກອງພັນໃຫຍ່ 11 ຫວນຄືນມູນເຊື້ອວັນແມ່ຍິງສາກົນ
ເວລາອອກຂ່າວ: 2019-04-01 08:44:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 326 | ຄວາມນິຍົມ:



ໃນວັນທີ 15 ມີນາ 2019 ນີ້, ຢູ່ທີ່ສະໂມສອນສະຫະພັນແມ່ຍິງ ກອງພັນໃຫຍ່ 11 ໄດ້ຈັດຕັ້ງປະ ຖະກະຖາວັນແມ່ຍິງສາກົນ ຄົບ ຮອບ 109 ປີ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພັນເອກ ບຸນສົງ ພີມ ມະວົງ ເລຂາຄະນະພັກຫົວໜ້າ ການເມືອງກອງພັນໃຫຍ່ 11, ມີ ຄະນະພັກ-ຄະນະບັນຊາ ແຂກ ຖືກເຊີນຕາງໜ້າຈາກກົມກອງ ສະຫະພັນແມ່ຍິງບ້ານອ້ອມຂ້າງ ຕະຫຼອດຮອດສະມາຊິກສະຫະ ພັນແມ່ຍິງທົ່ວກົມກອງເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ພັນໂທ ນາງ ດາວັນ ອະດີດຫົວໜ້າຂະ ແໜງສະຫະພັນແມ່ຍິງກອງພັນ ໃຫຍ່ 11 ກໍໄດ້ຂຶ້ນປະຖະກະຖາ ເລົ່າຄືນການກຳເນີດເຕີບໃຫຍ່ປະ ຫວັດຄວາມເປັນມາຂອງວັນແມ່ ຍິງສາກົນເຊິ່ງວັນແມ່ຍິງໄດ້ກຳ ເນີດເກີດຂຶ້ນໃນທາມກາງສະ ພາບເສດຖະກິດຂອງພວກສັກດີ ນາ ນາຍທຶນຂະຫຍາຍຕົວຢ່າງ ກວ້າງຂວາງ ເປັນຕົ້ນໂຮງຈັກ, ໂຮງງານອຸດສະຫະກຳ ແລະ ອື່ນໆ ເຊິ່ງມັນໄດ້ສົ່ງຜົນຕໍ່ກັບພວກ ນາຍທຶນກໍຄືຮັ່ງມີຂຶ້ນຢ່າງຫຼວງ ຫຼາຍແຕ່ສຳພັດເພີ່ມຄວາມລຳ ບາກໃຫ້ກັບຊາວຜູ້ອອກແຮງງານ ໂດຍສະເພາະກຳມະກອນແມ່ຍິງ ຖືກກົດຂີ່ຢ່າງໜັກໜ່ວງ,ເຮັດ ວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າ ແຮງຕໍ່າ, ເຮັດວຽກບໍ່ມີຫັຼກແຫຼງ ບໍ່ມີເງື່ອນໄຂນະໂຍບາຍ, ບໍ່ມີ ການຮັບປະກັນ,ບໍ່ມີລະບອບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍຖືກດູໝິ່ນປ້ອຍດ່າທາ ລຸນກະທຳຊໍາເລົາໃສ່ຮ້າຍປ້າຍສີ ຂົ່ມຂືນປະໝາດຄວາມເປັນແມ່ ຍິງ ກ້າວໄປເຖິງຈົນໄລ່ອອກວຽກ ໃນເວລາຖືພາເກີດລູກ ຫຼື ເຈັບ ປ່ວຍກໍບໍ່ໄດ້ຮັບການປິ່ນປົວຮັກ ສາຊ່ວຍເຫຼືອອັນໃດຕໍ່ສະພາບ ເຫດການດັ່ງກ່າວກຳມະກອນ ແມ່ຍິງໄດ້ມີຄວາມຄຽດແຄ້ນໄດ້ ພ້ອມຈິດພ້ອມໃຈເປັນອັນໜຶ່ງອັນ ດຽວລຸກຂຶ້ນຕໍ່ຕ້ານ ແລະ ປະທ້ວງ ໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງ ເຮັດວຽກໃຫ້ເຊົາກົດຂີ່ຂູດຮີດ ທຳຮ້າຍຮ່າງກາຍໃຊ້ແຮງງານ ເດັກນ້ອຍ ຢ່າງກວ້າງຂວາງໄປສູ່ ປະເທດພວກນາຍທຶນ ຢູ່ທະວີບ ເອີຮົບ ແລະ ໃນປີນັ້ນເອງກອງ ປະຊຸມສາກົນກ່ຽວກັບບັນຫາເຫດ ການຂອງແມ່ຍິງຄັ້ງທຳອິດຈຶ່ງ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງຂອງ ປະເທດເດັ່ນມາກ ເຊິ່ງກອງປະ ຊຸມໄດ້ຮັບການຮັບຮອງ ແລະ ຕົກ ລົງເອົາວັນທີ 8 ມີນາເປັນວັນແມ່ ຍິງສາກົນ. ສະນັ້ນມັນຮຽກຮ້ອງໃຫ້ຕໍ່ແມ່ ຍິງລາວຕໍ່ກັບແນວທາງນະໂຍ ບາຍຂອງພັກ-ລັດກໍຄືແມ່ຍິງໃນ ກອງທັບເຮົາໃນການເຮັດຫນ້າ ທີ່ການເມືອງຂອງຕົນໃນພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເວົ້າສະ ເພາະແມ່ຍິງໃນກອງພັນໃຫຍ່ 11 ຮູ້ໄດ້ເຖິງເຫດການດັ່ງກ່າວໃນ ການເສີມຂະຫຍາຍສິດ ແລະ ໜ້າ ທີ່ການເມືອງຂອງຕົນໃນການ ເຕົ້າໂຮມຄວາມສາມັກຄີພາຍໃນ ກົມກອງເພື່ອນຳພາກົມກອງກ້າວ ຂຶ້ນຕາມແຜນພັດທະນາແມ່ຍິງ ລາວ ຄັ້ງທີ 4 ສະໄຫມທີ 7 ອີກ ດ້ວຍ ແລະ ວັນດຽວກັນນີ້, ຍັງ ໄດ້ຈັດກິດຈະກຳສະເຫຼີມວັນດັ່ງ ກ່າວ ເຊິ່ງມີກີລາແລ່ນໄຖກະເປົາ, ກີລາຄາບຫມາກປິ່ງປ່ອງ ແລະ ກີລາເຕະບານ ແລະ ກີລາມ່ວນ ຊົນທົ່ວໄປຢ່າງເບີກບານມ່ວນ ຊື່ນ. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ