
ມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ວຽກງານກົດລັບກອງພົນທີ 5
ເວລາອອກຂ່າວ: 2019-04-01 09:12:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:
ໃນວັນທີ 26 ມີນາ 2019 ຜ່ານມານີ້ຢູ່ສູນບັນຊາກອງພົນ ທີ 5 ໄດ້ຈັດພີທິມອບ-ຮັບເຄື່ອງ ຮັບໃຊ້ວຽກງານກົດລັບຈັກຍີ່ຫຍໍ້ VLE 15 ແລະ ຈັກແອັດລິກ
16 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນທອງ ບຸດຕະວົງ ຫົວໜ້າການທະຫານກອງພົນທີ 5, ມີສະຫາຍ ພັນໂທ
ຄຳເຫຼັກ ວົງດອນໄຊ ຮອງຫົວໜ້າ
ກົມກົດລັບ ກົມໃຫຍ່ເສນາທິການ ກອງທັບພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກຫ້ອງເສນາທິ ການ,ພະແນກການ, ພະນັກງານວິຊາສະເພາະເຂົ້າຮ່ວມ.
ຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບ ເຊິ່ງກ່າວມອບໂດຍ ສະຫາຍ ພັນໂທ ຄຳເຫຼັກ ວົງດອນໄຊ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ວັນທອງ ບຸດຕະວົງ, ມີບັນດາພະນັກງານທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ ຈາກນັ້ນສະຫາຍ ພັນເອກ ວັນທອງ ບຸດຕະວົງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສະຫາຍທີ່ໄດ້ໃຫ້ຄວາມເປັນຫວ່ງເປັນໄຍ ແລະ ໄດ້ນຳເອົາເຄື່ອງອຸປະກອນດັ່ງກ່າວມາມອບໃຫ້ຄັ້ງນີ້ ພ້ອມທັງໃຫັຄຳໜັ້ນສັນຍາວ່າຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນວຽກງານກົດລັບຂອງກົມ ກອງໃຫ້ເກີດປະໂຫຍດສູງສຸດ
ໂດຍ: ແສງອາທທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ