
ກົມຊາງແສງຈັດຕັ້ງຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-04-01 09:13:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:
ທ້າຍເດືອນ ມີນາ 2019 ຜ່ານມານີ້, ກົມຊ່າງແສງໄດ້ຈັດພິທີຍ້ອງຍໍຜົນງານ 5 ປີ. ໃຫ້ພະນັກງານ-ນັກຮົບຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ດາລາແສນ ຫົວໜ້າພະແນກສັງ
ລວມກົມຊ່າງແສງ ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍການປະດັບຫຼຽນ
ກາລະນຶກ ແລະ ຍ້ອງຍໍຜົນງານ 5 ປີ ໃຫ້ນາຍ ແລະ ພົນທະຫານທົ່ວກົມໃຫຍ່ເສນາທິການກອງ ທັບ, ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ
ໃນນີ້ໄດ້ມອບຫຼຽນໄຊອິດສະຫຼະສາຍລັດຖະບານ ແລະ ຫຼຽນໄຊ
ອິດສະຫຼະຂອງປະທານປະເທດ
ຊັ້ນ l, ll, lll, ໃຫ້ກົມກອງລວມ
ໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ. ທັງ
ນີ້ກໍເພື່ອເປັນການຕອບສະໜອງ
ຜົນງານ,ຄຸນງາມຄວາມດີຂອງ
ນາຍ ແລະ ພົນທະຫານກອງ
ທັບປະຊາຊົນລາວ ທີ່ໄດ້ອຸທິດຕົນ
ປະກອບສ່ວນເຂົ້າໃນພາລະກິດ
ຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກ
ຮັກສາພັດທະນາປະເທດຊາດຕະ
ຫຼອດໄລຍະຜ່ານມາ.
ໂອກາດນີ້ ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າ
ກົມຊ່າງແສງກໍໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ຈົ່ງພ້ອມກັນຮັກສາທາດແທ້ມູນເຊື້ອອັນດີງາມຂອງຊາດຂອງພັກ ຂອງກອງທັບ ຍົກສູງສະຕິລະ
ວັງຕົວຕໍ່ກົນອຸບາຍມ້າງເພທຳ ລາຍຂອງສັດຕູ ແລະ ພ້ອມກັນເຊີດຊູບົດບາດການນຳພາຂອງ
ພັກເສີມຂະຫຍາຍທາດແທ້ມູນ
ເຊື້ອປະຕິວັດເຮັດສຳເລັດທຸກໜ້າ
ທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີຜົນສຳເລັດ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ