
ກອງພົນທະຫານຮາບທີ1ຄົ້ນຄ້ວາຍ້ອງຍໍຜົນງານ 05 ປີ
ເວລາອອກຂ່າວ: 2023-09-28 11:41:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ກອງພົນທະຫານຮາບທີ1 ໄດ້ ເປີດກອງປະຊຸມ ຄັດເລືອກຜົນງານ 05 ປີໃຫ້ພະນັກງານ-ນັກຮົບ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 2019 - 20ມັງກອນ 2024)ຂຶ້ນໃນຕອນເຊົ້ນຂອງວັນທີ 26 ກັນຍາ 2023 ທີ່ຜ່ານມານີ້, ໂດຍເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທະຫານຮາບທີ 1, ມີຄະນະອະນຸກໍາມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອເປັນການສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດວຽກງານແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ 05 ປີ ທົ່ວກອງທັບ; ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຍ້ອງຍໍສັນລະເສີນໃຫ້ສອດຄ່ອງ, ຖືກຕາມເປົ້າໝາຍທີ່ດີເດັ່ນ, ມີຜົນງານຕົວຈິງຕິດພັນກັບການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ”; ເປັນການທົບທວນຫວນຄືນຜົນງານ, ຄຸນງາມຄວາມດີ ຂອງພະນັກງານ-ນັກຮົບທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 05 ປີຜ່ານມາ; ແນໃສ່ສືບຕໍ່ປຸກລະດົມຊຸກຍູ້ນໍ້າໃຈຟົດຟື້ນປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາ, ກໍາລັງແຮງສັງລວມຂອງບຸກຄົນເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້.
ຜ່ານການຄົ້ນຄ້ວາຂອງອະນຸກໍາມະການຂັ້ນກອງພົນ ແລະ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຜົນງານຂອງພະນັກງານ-ນັກຮົບ ໄດ້ດັ່ງນີ້: ຮູບການຍ້ອງຍໍປະເພດຫຼຽນໄຊແຮງງານ ຊັ້ນ I ຈໍານວນ 10 ສະຫາຍ, ຊັ້ນ II ຈໍານວນ 225 ສະຫາຍ, ຊັ້ນ III ຈໍານວນ 447 ສະຫາຍ; ຫຼຽນໄຊພິລະອາດຫານຊັ້ນ I ຈໍານວນ 10 ສະຫາຍ, ຊັ້ນ II ຈໍານວນ 103 ສະຫາຍ, ຊັ້ນ III ຈໍານວນ 360 ສະຫາຍ; ຫຼຽນກາແຮງງານ ຈໍານວນ 730 ສະຫາຍ; ໃບຍ້ອງຍໍລັດຖະບານ ຈໍານວນ 347 ສະຫາຍ; ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈໍານວນ 206 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 154 ສະຫາຍ; ນອກຈາກຮູບການຍ້ອງຍໍຂອງຂັ້ນເທິງແລ້ວ, ພະນັກງານ-ນັກຮົບທີ່ມີອາຍຸການປະຕິວັດບໍ່ຮອດ 10 ປີ ແມ່ນຈະໄດ້ຄົ້ນຄ້ວາຍ້ອງຍໍຂັ້ນກອງພົນຕື່ມອີກຕາມຜົນງານຕົວຈິງຂອງອ້າຍນ້ອງທະຫານ. ສໍາລັບການຍ້ອງຍໍກົມກອງລວມໝູ່ແມ່ນໃຫ້ເລື່ອນໄປໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 80 ປີ ໃນປີ 2029.
ຂຽນໂດຍ: ໂກຮັງ ພັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ