
ເປິດເຝິກອົບຮົມວິທີນຳໃຊ້ເຮືອກູ້ໄພ
ເວລາອອກຂ່າວ: 2023-09-28 14:32:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ໃນລະຫວ່າງວັນທີ 21-22 ກັນຍາ 2023 ນີ້, ຢູ່ທີ່ສາຍນ້ຳຮຸ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດມີພິທີເປີດການເຝິກອົບຮົມວິທີນຳໃຊ້ເຮືອກູ້ໄພ ໃຫ້ກອງພົນທີ2, ກອງບັນຊາການທະຫານແຂວງໄຊຍະບູລີ, ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍມີສະຫາຍ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຜູ້ປະສານງານຄະນະກຳ
ມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຫົວໜ້າກອງເສນາທິການຄະນະກຳມະ ການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ຫົວໜ້າຄະນະຮັບຜິດຊອບເຝິກຮົບຮົມເຮືອກູ້ໄພ, ມີສະຫາຍພັນເອກ ສອນເພັດ ຈັນສົມ ກໍາມະການຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການກອງພົນທີ 2, ມີບັນດາຄະນະຮັບຜິດຊອບ, ຄູເຝິກ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ໂດຍອີງຕາມແຜນການຈັດຕັ້ງເຝິກອົບຮົມໄລຍະສັ້ນ ການນຳໃຊ້ເຮືອທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອນຳໃຊ້ເຂົ້າໃນການກອບກູ້ໄພພິບັດສຸກເສີນ. ການເຝິກອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົມທັງໝົດ 16 ສະຫາຍ ໃນ
ນັ້ນ, ກອງພົນທີ 2 ມີ 6 ສະຫາຍ, ກອງບັນຊາການທະຫານແຂວງໄຊຍະບູລີ 6 ສະຫາຍ, ກອງບັນຊາການທະຫານແຂວງຫຼວງພະບາງ 4 ສະຫາຍ. ການເຝິກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ນັກວິຊາສະເພາະຮຸ່ນສຶບທອດ ໄດ້ຮູ້ວິທີນຳໃຊ້ຈັກເຮືອ ແລະ ມີຄວາມຊໍານິຊໍານານ ໃນການຂັບຂີ່ເຮືອກູ້ໄພ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນເມື່ອ
ມີຄຳສັ່ງ ແລະ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ນັກຮົບ ນັກວິຊາສະເພາະຮູ້ຈັກເຕັກນິກການຄຸ້ມຄອງ, ປົກປັກຮັກສາ ແລະ ຮູ້ວິທີນຳໃຊ້
ເຮືອກູ້ໄພໄດ້ຢ່າງຄ່ອງແຄ່ວ ກຳແໜ້ນທາງດ້ານຫຼັກການ, ຮັບປະກັນຄວາມປອດໄພ100% ໃນນີ້, ຈະໄດ້ເຝິກອົບຮົມພາກທິດສະດີການນຳໃຊ້ ແລະ ປົກປັກ
ຮັກສາເຮືອ, ຈັກເຮືອ, ລໍ້ລາກເຮືອ, ວິທີຕິດຕັ້ງຈັກໃສ່ເຮືອ, ບັນຈຸເຮືອໃສ່ລໍ້ລາກເຮືອ ແລະ ການແກ່ລໍ້ລາກເຮືອ, ການບົວລະບັດສ້ອມແປງຈັກເຮືອ, ລຳເຮືອ, ລໍ້ລາກເຮືອທິດສະດີຫຼັກການໃນການຂັບຂີ່ເຮືອໃນແມ່ນ້ຳ, ອ່າງນ້ຳ,ບ່ອນນ້ຳຍຶ່ງຖ້ວມໃນແຕ່ລະເງື່ອນໄຂຂອງພູມີປະເທດ ແລະ ການຂັບຂີ່ເຮືອໃນແມ່ນ້ຳຕົວຈິງ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ