ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 11 ທັນວາ 2023



ກອງພັນ​ໃຫຍ່ 703 ມອບ​ເງິນ​ນະໂຍບາຍ​ອຸດໜູນ
ເວລາອອກຂ່າວ: 2023-09-28 14:33:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:



ໃນ​​ວັນ​ທີ 20 ກັນຍາ 2023 ນີ້​, ກອງພັນ​ໃຫຍ່ 703 ໄດ້​ມອບ​ເງິນ​ນະໂຍ ບາຍອຸດໜູນ​ໃຫ້ພະນັກງານ ພັກການ ຮັບ​ບຳນານ, ໂດຍການ​ເປັນ​ປະທານ​ຂອງ​ ສະຫາຍພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ກໍາມະການຄະນະ​ປະຈຳພັກ, ຫົວ ໜ້າ​ພະແນກການ​ເມືອງ​ກອງພັນ​ໃຫຍ່ 703, ມີ​ຄະນະ​ພັກ-ຄະນະ​ບັນຊາ ​ຕະຫຼອດ​ຮອດ​ພະນັກງານ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ. ສະຫາຍ ​ພັນ​ໂທ ວັນ​ທອນ ພົມ​ມະ​ຈິດ ຊ່ວຍ​ວຽກ​ຂະແໜງ​ນະໂຍບາຍ​ ກອງພັນ​ໃຫຍ່ 703 ໄດ້​ຜ່ານ​ຂໍ້​​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ​ພັກ​ການ​ຮັບ​ບຳນານ​ ຈຳນວນ 5 ສະຫາຍ, ມອບ ​ເງິນ​ຊົດ​ເຊີຍ ລວມທັງໝົດ 89.978.000 ກວ່າ​ກີບ ໃຫ້​ແກ່​ພະນັກງານ​​ພັກ​ການ ​ຮັບ​ບຳນານເພື່ອ​ເປັນການ​ປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ເສດຖະກິດຄອບຄົວ. ກ່າວ​ມອບ​ໂດຍ​ ສະຫາຍພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ແລະ ສະແດງ​ຄຳ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ໄດ້​ປະກອບສ່ວນ​ອຸທິດ​ເຫື່ອແຮງ ແລະ ສຸມ​ທຸກສະຕິ​ ປັນຍາ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ແລະ ເຮັດ​ໜ້າທີ່​ອັນ​ສຳຄັນຂອງ​ປະເທດ​ຊາດ​ມອບໝາຍ​ໃຫ້ດ້ວຍ​ຄວາມ​ມານະ​ອົດທົນ​ ພ້ອມທັງ ຮຽກຮ້ອງ​ໃຫ້​ພະນັກງານທີ່​ພັກ​ການ​ ຮັບ​ບຳນານ​ຈົ່ງ​ພ້ອມ​ກັນ​ສືບຕໍ່​ເຮັດ​ໜ້າທີ່​ສຶກ​ສາ​ອົບຮົມ​ວຽກ​ງານ​ການເມືອງ​ແນວ​ຄິດ​ໃຫ້​ປະຊາຊົນ​ຢູ່​ຮາກ​ຖານ​ທ້ອງຖິ່ນເຂົ້າໃຈ​ຕໍ່ ​ແນວທາງ​ນະໂຍບາຍປ່ຽນແປງ​ໃໝ່​ຂອງ​ພັກປະກອບສ່ວນ​ເຂົ້າ​ໃນ​ໜ້າ​ວຽກ​ງານ​ສ້າງສາ​ເສດຖະກິດ​ຄອບຄົວ​ໃຫ້​ເປັນ​ຄອບຄົວ​ທີ່​ດີ​ໃນ​ສັງຄົມ ແລະ ເປັນ​ປະໂຫຍດ​ສູງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ