
ທາບທາມບຸກຄະລະກອນຮັບສະໝັກເລືອກຕັ້ງ ຄະນະໜ່ວຍພັກ ສະໄໝທີ II ຮອບທີ II
ເວລາອອກຂ່າວ: 2023-09-28 14:41:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 16 | ຄວາມນິຍົມ:
ວັນທີ 26 ກັນຍາ 2023 ນີ້, ກອງບັນນາທິການ ວາລະສານປ້ອງກັນຊາດ ໄດ້ຈັດຕັ້ງກອງປະຊຸມທາບທາມບຸກຄະລະກອນຮັບສະໝັກເລືອກຕັ້ງເຂົ້າໃນຄະ
ນະໜ່ວຍພັກ ສະໄໝທີ II ຮອບທີ 2, ໂດຍມີ ສະຫາຍ ພັນເອກ ທີມສາວ
ດວງຈຳປາ ເລຂາໜ່ວຍພັກ, ຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດ, ມີສະຫາຍ ພັນເອກ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະຮັບຜິດຊອບທາບທາມບຸກຄະລາກອນຈາກຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນນາທິ
ການຕະຫຼອດຮອດ ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ວັນທອງ ພົງສະຫວັນ ໄດ້ຜ່ານມາດຖານ, ເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກຊຸດໃໝ່, ເຊິ່ງຜູ້ທີ່ຈະຮັບສະໝັກເລືອກຕັ້ງຄະນະພັກຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ມີຄວາມບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນເອກະພາບ ສູງຕໍ່ພາລະກິດປ່ຽນແປງໃໝ່ຂອງພັກ; ເປັນຜູ້ທີ່ມີບົດບາດອິດທິພົນ ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກສະມາຊິກພັກ, ມະຫາຊົນ, ມີຄວາມບໍລິສຸດສັດຊື່ຕໍ່ການຈັດຕັ້ງ-ໝູ່ຄະນະ, ມີຄວາມສາມັກຄີຮັກແພງ, ມີຄວາມຈິງໃຈຕໍ່ກັນ ແລະ ມີຄວາມຜູກພັນຢ່າງສະໜິດ ແໜ້ນກັບມະຫາຊົນ; ມີຄວາມດຸໝັ່ນຮໍ່າຮຽນ ສະແຫວງຫາອັນໃໝ່ທີ່ກ້າວໜ້າ, ກ້າຮັບ ແລະ ກ້າຕັດສິນໃຈ, ປ່ຽນແປງຈຸດອ່ອນ ແລະ ຂໍ້ຂາດຕົກບົກຜ່ອງຂອງຕົນ; ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ທາງດ້ານທິດສະດີການເມືອງ, ຮູ້ເຮັດວຽກງານກໍ່ສ້າງພັກ-ພະນັກງານ, ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ, ສາມາດກຳແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອຫັນເປັນແຜນງານອັນລະອຽດເຂົ້າສູ່ຊີວິດຕົວຈິງໃນຂອບເຂດຮັບຜິດຊອບຂອງຕົນ, ມີຄວາມສາມາດເຕົ້າໂຮມ ແລະ ປຸກລະດົມ ພະນັກງານ-ສະມາຊິກພັກ, ມີຄວາມສາມາດໃນການຄົ້ນຄວ້າ ແລະ ຫັນແນວທາງແຜນນະໂຍບາຍລວມຂອງພັກໃຫ້ກາຍເປັນອັນລະອຽດເຂົ້າສູ່ກົມກອງທີ່ຕົນຮັບຜິດຊອບ, ສາມາດຄົ້ນຄວ້າ ແລະ ສະເໜີຄຳຄິດເຫັນຂອງຕົນຕໍ່ຄວາມຮັບຜິດຊອບລວມຂອງຄະນະພັກໃນກົມກອງຕົນ, ມີແບບແຜນນຳພາວິທີເຮັດວຽກທີ່ຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕຢ່າງເຂັ້ນງວດ, ມີທັດສະນະມະຫາຊົນທີ່ຖືກຕ້ອງ, ພົວພັນສະໜິດແໜ້ນກັບມະຫາຊົນ, ໄດ້ ຮັບຄວາມເຊື່ອຖືໄວ້ວາງໃຈຈາກມະຫາຊົນ ແລະ ຕ້ອງມີສຸຂະພາບສົມບູນແຂງແຮງດີ, ສາມາດປະຕິບັດໜ້າທີ່ວຽກງານໄດ້ຕະຫຼອດສະໄໝ. ຈາກນັ້ນ,
ສະມາຊິກພັກ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດທາບທາມຄັດເລືອກເອົາບຸກຄະລະກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ວາລະສານປ້ອງກັນຊາດ ຊຸດໃໝ່ ສະໄໝທີ II ຮອບທີ 2.
ໂດຍ: ຊາຍຊະນິດ ຄັດຕະມອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ