
ກົມໃຫຍ່ເສນາທິການກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2023-10-13 10:54:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 994 | ຄວາມນິຍົມ:
ໃນວັນທີ 12 ຕຸລາ 2023 ນີ້, ກົມໃຫຍ່ເສນາທິການ ໄດ້ຈັດພິທີ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ບັນດາອົງການ-ກົມກອງ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ທີ່ຂຶ້ນກັບກົມໃຫຍ່ເສນາທິການ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ-ເລື່ອນທຽບຊັ້ນ ເຂົ້າຮ່ວມ.
ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ, ອິງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອິງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 22 ສະຫາຍ, ເລື່ອນທຽບຊັ້ນ 05 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈໍານວນ 47 ສະຫາຍ, ເລື່ອນທຽບຊັ້ນ 42 ສະຫາຍ. ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ຕົກລົງ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 30 ສະຫາຍ, ເລື່ອນທຽບຊັ້ນ 17 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຊັ້ນ ຮ້ອຍຕີ ຈໍານວນ 09 ສະຫາຍ, ເລື່ອນທຽບຊັ້ນ ຈໍານວນ 04 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈ້ຍຊ້າ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍ້ຊົມເຊີຍ, ພ້ອມທັງໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ ແລະ ທັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການເລື່ອນຊັ້ນ-ເລື່ອນທຽບຊັ້ນ ແມ່ນກຽດສັກສີອັນສູງສົ່ງ ແລະ ຢັ້ງຢືນໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານກອງທັບປະຊາຊົນລາວຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ, ທີ່ມີຄວາມອົດທົນຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງຍາກໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ແຕ່ລະສະຫາຍສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເສີມຂະຫຍາຍບົດບາດມູນເຊື້ອການນໍາພາຂອງພັກ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ຕັ້ງໜ້າປະກອບສ່ວນປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງ-ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ບຸກບື່ນຫ້າວຫັນໃນການປະຕິບັດວຽກງານໜ້າວິຊາສະເພາະ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ