
ຊາວໜຸ່ມ ກທອ ສະຫຼຸບວຽກງານຂະບວນການ 04 ບຸກ ແລະ ມອບໃບຢັ້ງຢືນນາມມະຍົດ4ບຸກປະຈຳປີ 2022
ເວລາອອກຂ່າວ: 2023-10-13 10:58:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2626 | ຄວາມນິຍົມ:
ພະແນກຊາວໜຸ່ມ ຫ້ອງການເມືອງ ກອງບັນຊາການທະຫານອາດ (ກທອ) ໄດ້ເປີດກອງປະຊຸມສະຫຼຸບວຽກງານຂະບວນການຂໍ້ແຂ່ງຂັນ 04 ບຸກ ແລະ ມອບໃບຢັ້ງຢືນນາມມະຍົດ 04 ບຸກ ໃຫ້ການຈັດຕັ້ງຊາວໜຸ່ມທົ່ວ(ກທອ) ປະຈຳປີ 2022 ຂຶ້ນໃນວັນທີ 12 ຕຸລາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຕ່າງໜ້າຄະນະຫ້ອງ,ພະແນກສະຫະພັນແມ່ຍິງ ແລະ ພ້ອມດ້ວຍບັນດາຄະນະໜ່ວຍຊາວໜຸ່ມຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວອົງການເຂົ້າຮ່ວມ.
ສະຫາຍ ພັນຕີ ພຸດທະວົງ ລັດຕະນະ ຮອງຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກອງບັນຊາການທະຫານອາກາດໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກປະຈໍາປີ 2022 ໃນ 1 ປີຜ່ານມາ ເຊີ່ງຍາມໃດຄະນະໜ່ວຍຊາວໜຸ່ມແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສໍາຄັນບວກກັບວຽງານວິຊາສະເພາະຂອງຕົນເຮັດສໍາເລັດໜ້າທີການເມືອງຂອງກົມກອງ, ເສີມຂະຫຍາຍແນວທາງການນໍາພາຂອງພັກ, ລະບຽບການຂອງລັດ,ກົດລະບຽບຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຂໍ້ກໍານົດກົດລະບຽບຂອງກອງທັບ ທັງຍົກສູງທາດແທ້ມູນເຊື້ອປະຕິວັດອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວເຮັດໃຫ້ບັນດາສະມາຊິກຊາວໜຸ່ມມີຄວາມຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອູ່ນອຽ່ນທຸ່ນທຽງໜ້າທີວຽກງານການເມືອງຂອງຕົນຕໍ່ກັບວຽກງານ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບໂດຍປະຕິບັດເນື້ອໃນ 4 ດ້ານຄື: ດ້ານການເມືອງແນວຄິດ, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານການຈັດຕັ້ງ ແລະ ດ້ານວິຊາຊີບວຽກເຮັດງານທຳ.ນອກຈາກນັ້ນແລ້ວຊາວໜຸ່ມຍັງໄດ້ສ້າງຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍປະຕິບັດທິດຊີ້ນໍາຂອງຄະນະພັກ-ຄະນະບັນຊາເປັນ ບ່ອນອີງພື້ນຖານໃນການຈັດຕັ້ງປະຕິບັດສຶກສາອົບຮົມໃຫ້ບັນດາສະມາຊິກຊາວໝຸ່ມເຂົ້າໃຈຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີຕໍ່ແນວທາງຂອງພັກ-ລັດ,ຂອງກົມກອງ ແລະ ຕັ້ງໜ້າປະກອບສ່ວນເຮັດໜ້າທີວຽກງານລວມຂອງກົມກອງໃນການສ້າງຂະບວນການກິລາ,ສີລະປະວັນນະຄະດີ ແລະ ຂະບວນການຕອບບຸນແທນຄຸນເພື່ອເປັນການອອກແຮງແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນເນື່ອງໃນວັນສໍາຄັນປະຫັວດສາດຂອງພັກ-ຂອງຊາດ,ກອງທັບເຮັດໃຫ້ກົມກອງມີບັນຍາກາດເບີກບານມ່ວນຊື່ນແຂງແຮງຢ່າງກ້ວາງຂວາງ. ໃນນີ້, ຊາວໜຸ່ມໄດ້ເປັນເຈົ້າການເຂົ້າຮ່ວມຂະບວນການເພິ່ມພູນພະລິດຜົນ, ປູກຝັງລ້ຽງສັດ ແລະ ຊອກແຫຼ່ງລາຍລັບຕາມມູນເຊື້ອດຸໝັ້ນຂະຫຍັນພຽນ 4 ປູກ 4 ລ້ຽງ ຕາມທິດນໍາ ເພີ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສາມາດສ້າງລາຍຮັບໄດ້ທັງໝົດ 110.957.000 ກີບ. ໃນປັດຈຸບັນອົງການຈັດຕັ້ງຊາວໜຸ່ມມີ 1 ພະແນກການ, ມີ 2 ຂະແໜງການຂື້ນກັບ, ປະກອບມີ 3 ຄະນະບໍລິຫານງານ, ມີ 30 ໜ່ວຍ ແລະມີສະມາຊິກທັງໝົດ 1.266 ສະຫາຍ ແລະ ແບ່ງປະເພດການຈັດຕັ້ງນໍາໜ້າ 04 ບຸກປະກອບມີ: 01 ພະແນກການ, 01 ຂະແໜງການ, 3 ຄະນະບໍລິຫານງານ, ມີ 22 ໜ່ວຍ, ປະເພດແຂງປະກອບມີ 1 ຂະແໜງການ, ມີ 22 ໜ່ວຍ ແລະ ແບ່ງສະມາຊິກຊາວໜຸ່ມນໍາໜ້າ 04 ບຸກມີ 573 ສະຫາຍ,ປະເພດແຂງມີ 479 ສະຫາຍ, ກາງມີ 87 ສະຫາຍ,ອ່ອນມີ 28 ສະຫາຍ ແລະ ບໍ່ໄດ້ແບ່ງປະພດ 129 ສະຫາຍ. ຈາກນັ້ນ, ກອງປະຊຸມກໍ່ໄດ້ຜ່ານຂໍ້ຕົກລົງ ການອະນຸມັດໃບຢັ້ງຢືນນາມມະຍົດ 4 ບຸກ ຂອງກົມໃຫຍ່ການເມືອງກອງທັບໃຫ້ການຈັດຕັ້ງຊາວໜຸ່ມຂັ້ນຮາກຖານປະຈໍາປີ 2022 , ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ກໍ່ໄດ້ຂື້ນຂ່າວມອບໃບຢັ້ງຢືນນາມມະຍົດ 04 ບຸກໃຫ້ອົງການຈັດຕັ້ງຊາວໜຸ່ມແຕ່ລະໜ່ວຍໃຫ້ຢ່າງສົມກຽດ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ