ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ວຕກ ມອບເງິນອຸດໜູນໃຫ້ພະນັກງານ
ເວລາອອກຂ່າວ: 2023-10-13 13:19:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2017 | ຄວາມນິຍົມ:



ໃນວັນທີ 11 ຕຸລາ 2023 ທີ່ຜ່ານມານີ້, ວິທະຍາຄານເຕັກນິກການທະຫານ(ວຕກ)ໄດ້ມອບເງິນອູດໜູນ ເສຍຊີວິດ ແລະ ເງິນອູດໜູນບໍານານໃຫ້ແກ່ ພະນັກງານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ . ມີບັນດາສະຫາຍຕາງໜ້າຫ້ອງພະລາທິການ, ຫ້ອງວິທະຍາສາດເຕັກໂນໂລຊີ, ຄອບຄົວຜູ້ເສຍຊີວິດ, ພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ວັນນາ ຫຼ້າຈັນທອນ ຮອງຫົວໜ້າພະແນກພະນັກງານ ວຕກ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການ ຮັບບໍານານ ສະບັບເລກທີ 3175 – 3176/ ກປທ ລົງວັນທີ 6/6/2023 ໂດຍອະນຸມັດໃຫ້ ສະຫາຍ ພັນໂທ ຄໍາປົນ ພົມລີວັນ ແລະ ສະຫາຍ ພັນໂທ ນາງ ສົມໃຈ ແສງສຸທິດ ພັກການ ຮັບເງິນອູດໜູນບໍານານ ນັບແຕ່ງວດ 04 ສົກປີ 2023 ເປັນຕົ້ນໄປ. ຈາກນັ້ນ ສະຫາຍ ພັນຕີ ກອງມະນີ ບົວລະວົງສາ ຫົວໜ້າພະແນກປະກັນສັງຄົມ ວຕກ ກໍໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບເງິນອູດໜູນບໍານານ ແລະ ເງິນອູດໜູນເສຍຊີວິດໃຫ້ແກ່ ພະນັກງານ ແລະ ຄອບຄົວພະນັກງານຜູ້ເສຍຊີວິດທີ່ໄດ້ຮັບເງິນອຸດໜູນໃນຄັ້ງນີ້. ໂດຍປະຕິບັດຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ອີງຕາມການຄົ້ນຄວ້າ ນະໂຍບາຍທີ່ມີຕໍ່ນາຍ ແລະ ພົນທະຫານ ວຕກ ຈຶ່ງສັ່ງຈ່າຍເງິນອຸດໜູນເສຍຊີວິດໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ ໃນນີ້ປະກອບມີ ຄອບຄົວ ພັນໂທ ຄໍາຈັນ ບົວລະທີ ອະດີດພະນັກງານສັງກັດຢູ່ ຫ້ອງການບໍລິຫານ ວຕກ ຈໍານວນ 112,752,000 ກີບ (ໜຶ່ງຮ້ອຍສິບສອງລ້ານເຈັດແສນຫ້າສິບສອງພັນກີບ) ແລະ ຄອບຄົວ ນາງ ແສງຈັນ ພັນທະວົງ ອະດີດພັນລະຍາ ຂອງ ສະຫາຍ ພັນໂທ ສີໃບ ໄຊຍະຄໍາ ພະນັກງານສັງກັດຢູ່ ຄະນະວິຊາຄູການທະຫານ ຈໍານວນ 16,620,000 ກີບ( ສິບຫົກລ້ານຫົກແສນຊາວພັນກີບ). ໃນໂອກາດດຽວກັນ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການເຄື່ອນໄຫວປະຕິວັດຂອງບັນດາ ສະຫາຍທີ່ໄດ້ຮັບບໍານານ ແລະ ພະນັກງານຜູ້ທີ່ເສຍຊີວິດ ທີ່ໄດ້ປະກອບສ່ວນກໍ່ສ້າງກົມກອງກໍຄືກອງທັບຕະຫຼອດໄລຍະທີ່ຜ່ານມາ. ພ້ອມທັງເນັ້ນໜັກໃຫ້ ພະນັກງານທີ່ໄດ້ຮັບການພັກບໍານານ ໃຫ້ສືບຕໍ່ເປັນພະນັກງານຫຼັກແຫຼ່ງທີ່ດີ, ເປັນແບບຢ່າງໃຫ້ແກ່ສັງຄົມ, ຊ່ວຍເຫຼືອອໍານາດການປົກຄອງທ້ອງຖິ່ນທີ່ຕົນເອງສັງກັດຢູ່ ໃນການສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມສັງຄົມໃຫ້ເຂົ້າໃຈແຈ້ງຕໍ່ແນວທາງແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສຶກສາອົບຮົມລູກຫຼານໃຫ້ເປັນຄົນດີ, ມີຄຸນທາດການເມືອງໜັກແໜ້ນ ແລະ ນໍາໃຊ້ເງິນຈໍານວນດັ່ງກ່າວເຂົ້າໃນການພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນກວ່າເກົ່າ. ໂດຍ ເພັດນາລີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ