ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຜົ້ງສາລີ ແລະ ທະຫານປ້ອງກັນຊາຍແດນກິ່ງແຂວງສິບສອງພັນນາພົບປະແລກປ່ຽນສະພາບວຽກງານຊາຍແດນ
ເວລາອອກຂ່າວ: 2018-11-15 19:46:02 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ວັນທີ 5 ພະຈິກ 2018 ຜ່ານ ມານີ້, ຢູ່ທີ່ໂຮງແຮມເຫີຈິນ ເມືອງ ຫລ້າ ສປ ຈີນ ໄດ້ເປີດກອງປະ ຊຸມພົບປະແລກປ່ຽນສະພາບ ວຽກງານຊາຍແດນລະຫວ່າງ ກອງບັນຊາການທະຫານແຂວງ ຜົ້ງສາລີ ສປປ ລາວ ແລະ ກອງບັນ ຊາການທະຫານປ້ອງກັນຊາຍ ແດນກິ່ງແຂວງສິບສອງພັນນາ ເມືອງຫລ້າ ສປ ຈີນ, ຝ່າຍລາວ ນຳໂດຍພັນໂທ ບຸນເຮືອງ ຈັນທະ ວົງ ຮັກສາການຫົວຫນ້າການ ທະຫານກອງບັນຊາການທະ ຫານແຂວງຜົ້ງສາລີ ພ້ອມດ້ວຍ ຄະນະ, ຝ່າຍ ສປ ຈີນ ນຳໂດຍພັນ ເອກ ພິເສດ ເຢຈ່ຽນສິນ ຫົວຫນ້າ ກອງບັນຊາການທະຫານປ້ອງ ກັນຊາຍແດນປະຈຳກິ່ງແຂວງ ສິບສອງພັນນາ ພ້ອມດ້ວຍຄະ ນະ. ກອງປະຊຸມພົບປະແລກປ່ຽນ ວຽກງານຊາຍແດນໃນຄັ້ງນີ້ ທັງ ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນ ລາຍງານຜົນສຳເລັດໃນການຈັດ ຕັ້ງປະຕິບັດຫນ້າທີ່ວຽກງານ ແລະ ການຮ່ວມມືໃນໄລຍະຜ່ານ ມາເຫັນວ່າມີຫລາຍດ້ານໄດ້ຮັບ ການປັບປຸງແກ້ໄຂດີຂຶ້ນ, ໂດຍສະ ເພາະແມ່ນບາງບັນຫາປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນຕາມເສັ້ນ ຊາຍແດນລາວ-ຈີນ, ຈີນ-ລາວ ໄລຍະຜ່ານມາກໍໄດ້ຮັບການແກ້ ໄຂ, ສອງປະເທດ, ສອງພັກ-ສອງລັດ, ສອງກອງທັບ ແລະ ປະ ຊາຊົນບັນດາເຜົ່າສອງຊາດເຄີຍ ມີມູນເຊື້ອສາມັກຄີໄປມາຫາສູ່ ຄ້າຂາຍຮ່ວມກັນຕັ້ງແຕ່ໃດມາ ແລະ ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ແຕ່ກໍຍັງມີປະຊາຊົນ ຈຳນວນຫນຶ່ງທີ່ຍັງບໍ່ທັນເຂົ້າໃຈ ຕໍ່ລະບຽບຂອງຊາຍແດນ ແລະ ກົດໝາຍລະຫວ່າງຊາດ ມີການ ເຄື່ອນໄຫວໄປມາຕາມລຳພັງໃຈ, ເປັນຕົ້ນແມ່ນການຄ້າຂາຍເຖື່ອນ ລັກລອບຂຸດຄົ້ນເຄື່ອງປ່າຂອງດົງ ຕັດໄມ້, ປ່ອຍສັດລ້ຽງຊະຊາຍ ໂດຍບໍ່ຖືກຕາມລະບຽບກົດໝາຍ ປາກົດການດັ່ງກ່າວນີ້ເປັນການ ສະທ້ອນເຖິງຄວາມບໍ່ສະຫງົບ, ການຄຸ້ມຄອງຊາຍແດນຂອງ ສອງຝ່າຍ. ກອງປະຊຸມພົບປະແລກປ່ຽນ ເທື່ອນີ້ຍັງໄດ້ວາງແຜນການ ແລະ ທິດທາງແກ້ໄຂໃນຊຸມປີຕໍ່ຫນ້າ ເພື່ອເຮັດໃຫ້ສະພາບວຽກງານ ຊາຍແດນຂອງສອງຝ່າຍກາຍ ເປັນເສັ້ນຊາຍແດນແຫ່ງສັນຕິ ພາບ, ມິດຕະພາບ ແລະ ຄວາມ ເປັນລະບຽບຮຽບຮ້ອຍນັ້ນ ທັງ ສອງຝ່າຍພ້ອມກັນສືບຕໍ່ຮັກສາ ມູນເຊື້ອຄວາມສາມັກຄີຂອງ ເພື່ອນມິດຍຸດທະສາດ, ເຮັດໃຫ້ ປະຊາຊົນສອງຊາດ-ສອງຝ່າຍ ໄປມາຫາສູ່ແລກປ່ຽນສິນຄ້າ ເຊິ່ງກັນ ແລະ ກັນ ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ປະຊາຊົນສອງຊາດຄ້າຂາຍ ຖືກຕ້ອງຕາມລະບຽບ ແລະ ກົດ ໝາຍລະຫວ່າງຊາດ, ສືບຕໍ່ສຶກສາ ອົບຮົມປະຊາຊົນສອງຟາກ ລາວ-ຈີນ, ຈີນ-ລາວ ໃຫ້ມີສະຕິເຄົາລົບ ຕໍ່ລະບຽບຊາຍແດນ ແລະ ກົດ ໝາຍລະຫວ່າງຊາດຢ່າງເຂັ້ມ ງວດ, ສືບຕໍ່ປົກປັກຮັກສາບູລະ ນະເສັ້ນຊາຍແດນ, ຫລັກໝາຍ ຊາຍແດນ, ໃຫ້ກາຍເປັນເສັ້ນ ຊາຍແດນສັນຕິພາບມິດຕະພາບ ແລະ ມີຄວາມສະຫງົບປອດໄພ, ສືບຕໍ່ສະກັດກັ້ນບັນຫາການຄ້າ ຂາຍຢາເສບຕິດ, ການຄ້າມະນຸດ ອາຍາກຳຂ້າມຊາດ ຖ້າເກີດມີສະ ພາບດັ່ງກ່າວທັງສອງຝ່າຍຕ້ອງ ແຈ້ງໃຫ້ກັນຊາບ ເພື່ອພ້ອມກັນ ແກ້ໄຂຢ່າງຮີບດ່ວນ ແລະ ເຂັ້ມ ງວດທັນກັບສະພາບການຕາມ ກຳນົດເວລາ ແລະ ຮັບປະກັນ ຄວາມປອດໄພຮອບດ້ານ, ກອງ ປະຊຸມຍັງໄດ້ຜັດປ່ຽນກັນເປັນ ເຈົ້າພາບໃນ 1 ປີຕໍ່ເທື່ອຂອງ ທຸກໆປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ