ຄວາມຮຸ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-15 19:47:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 3054 | ຄວາມນິຍົມ: ![]()
ທ້າວ ເກດສະດາ ອຸ່ນມະນີ ນັກຮຽນຊັ້ນ ມ 5 ຈາກໂຮງຮຽນ ມັດທະຍົມສົມບູນບ້ານຫ້ອມສະ ຫວັນ, ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ໄດ້ສະແດງ
ຄວາມຮູ້ສຶກຂອງຕົນຕໍ່ວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 70 ປີ ວ່າ: ກອງທັບປະຊາ
ຊົນລາວ ເປັນກອງນຳຫນ້າໃນ ການເຮັດຫນ້າທີ່ປົກປັກຮັກສາ
ເຂດນຳ້ແດນດິນກໍຄືຄວາມໝັ້ນ
ຄົງຂອງປະເທດຊາດ, ຍ້ອນຄຸນ ງາມຄວາມດີຂອງພໍ່-ແມ່ ອາວ-ອາ ພະນັກງານ-ນັກຮົບຜູ້ເສຍສະ
ຫລະຊີວິດເລືອດເນື້ອເພື່ອພາລະ ກິດປະຕິວັດຂອງພວກເພິ່ນໃນ
ເມື່ອກ່ອນຈຶ່ງເຮັດໃຫ້ພວກ
ລູກ-ຫຼານໄດ້ມີການສຶກສາທີ່ດີ
ມີຄອບຄົວທີ່ອົບອຸ່ນໄດ້ຄືໃນທຸກມື້ ນີ້ພວກນ້ອງຮູ້ສຶກດີອົກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ ເກີດເປັນຄົນລາວ, ໃນນາມທີ່ເປັນ ອະນຸຊົນຜູ້ໜຸ່ມນ້ອຍ ກໍຈະຕັ້ງຫນ້າ ສຶກສາຮຳ່ຮຽນເຝິກຝົນຫລໍ່ ຫລອມຕົນເອງໃຫ້ເປັນຄົນດີໃນ ສັງຄົມ ເພື່ອໃຫ້ກາຍເປັນຜູ້ສືບ ທອດພາລະກິດຂອງປະເທດ ຊາດໃນອະນາຄົດ ປະກອບສ່ວນ ເຂົ້າໃນການສ້າງສາ ແລະ ພັດ ທະນາປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງຂຶ້ນເທື່ອລະກ້າວ.
ສະນັ້ນໃນໂອກາດທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນທັງ ຊາດກຳລັງສ້າງຂະບວນການໃນ ດ້ານຕ່າງໆ ກະກຽມສະເຫລີມ ສະຫລອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງ ກອນ 2019) ນີ້, ຫລານຂໍຕາງ ຫນ້າໃຫ້ແກ່ອະນຸຊົນຜູ້ໜຸ່ມນ້ອຍ ກໍຄືນ້ອງນັກຮຽນໃນຂອບເຂດ ທົ່ວປະເທດຂໍລຳ້ລຶກ ແລະ ຈົດຈຳ ຜົນງານຄຸນງາມຄວາມດີ ແລະ ໄຊຊະນະອັນຍິ່ງໃຫຍ່ທີ່ພະນັກ ງານ-ນັກຮົບກອງທັບປະຊາຊົນ ລາວ ແລະ ປະຊາຊົນລາວບັນ ດາເຜົ່າຍາດມາໄດ້ໃນຕະຫລອດ ໄລຍະທີ່ຜ່ານມາຢ່າງສຸດໃຈ.
ອວຍພອນໄຊອັນປະເສີດແດ່ ຄະນະນຳກະຊວງປ້ອງກັນປະ ເທດ, ນາຍ ແລະ ພົນທະຫານທຸກ ຖ້ວນຫນ້າ ຈົ່ງມີສຸຂະພາບແຂງ ແຮງ ມີຄວາມຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ ສືບຕໍ່ ເຮັດສຳເລັດຫນ້າທີ່ອັນມີກຽດ ສະຫງ່າຕາມທີ່ພັກ-ລັດ ແລະ ປະ ຊາຊົນມອບໝາຍໃຫ້.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















