ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ສະຫາຍພົນໂທ ສຸວອນ ເລື່ອງບຸນມີ ໂອ້ລົມຕໍ່ກອງປະຊຸມໃຫຍ່ໜ່ວຍພັກກົມສູ້ຮົບກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2018-11-15 19:51:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2965 | ຄວາມນິຍົມ:



ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ,ຫົວໜ້າກົມໃຫຍ່ ເສນາທິການກອງທັບໄດ້ໃຫ້ ກຽດໂອ້ລົມຕໍ່ກອງປະຊຸມໜ່ວຍ ພັກກົມສູ້ຮົບກົມໃຫຍ່ເສນາທິ ການກອງທັບ, ໂດຍໄດ້ເນັ້ນໜັກ ໃຫ້ຄະນະພັກຊຸດໃໝ່ຈົ່ງສືບຕໍ່ ເອົາໃຈໃສ່ປັບປຸງແບບແຜນວິທີ ເຮັດວຽກຕິດພັນກັບວຽກງານ ສ້າງຂະບວນການກໍ່ສ້າງໜ່ວຍ ພັກ ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ວຽກງານທີ່ໄດ້ ຮັບມອບໝາຍ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕເຮັດ ວຽກເປັນໝູ່ຄະນະແບ່ງໃຫ້ບຸກ ຄົນຮັບຜິດຊອບ,ເອົາໃຈໃສເຄື່ອນໄຫວດຳເນີນຊີວິດການເມືອງສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ- ນັກຮົບເປັນແບບຢ່າງນຳໜ້າທີ່ດີ ນຳພາກົມກອງກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ, ສືບຕໍ່ເພີ່ມທະວີໃຫ້ແຂງ ແຮງກວ່າເກົ່າ ເຮັດສຳເລັດໜ້າທີ່ ວຽກງານການເມືອງຂອງຕົນ ເອົາໃຈໃສ່ເພີ່ມທະວີຊຸກຍູ້ປຸກລະ ດົມອົງການຈັດຕັ້ງມະຫາຊົນຮັບ ປະກັນໃຫ້ແກ່ວຽກງານກຽມ ພ້ອມສູ້ຮົບ ປະຕິບັດໜ້າທີ່ຂອງ ກົມກອງໃຫ້ສຳເລັດ, ຈັດຕັ້ງປະຕິ ບັດນະໂຍບາຍຂອງຕ່າງປະເທດ ຢ່າງແຂງແຮງໃນການກວດກາ ສະຫຼຸບຖອດຖອນບົດຮຽນເຊິ່ງ ກັນ ແລະ ກັນຢ່າງຮອບດ້ານ, ເພີ່ມທະວີຄວາມສາມັກຄີພາຍ ໃນຢ່າງໜັກແໜ້ນເປັນປຶກແຜ່ນ ແໜ້ນໜາເພື່ອສືບຕໍ່ຈັດຕັ້ງນຳ ພາ ແລະ ເຮັດສຳເລັດທິດທາງ ແຜນການຂອງໜ່ວຍໃນຕໍ່ໜ້າທີ່ ກອງປະຊຸມໄດ້ຮັບຮອງຜ່ານໄປ. ກອງປະຊຸມໃຫຍ່ຄັ້ງທີ X ຂອງ ໜ່ວຍພັກກົມສູ້ຮົບກົມໃຫຍ່ເສນາ ທິການກອງທັບໄດ້ໄຂຂຶ້ນໃນ ວັນທີ 9 ພະຈິກ 2018, ໃນວາ ລະດຳເນີນກອງປະຊຸມສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍ ຄຳ ກຳມະການຄະນະພັກ ກົມ ໃຫຍ່, ເລຂາໜ່ວຍພັກ, ຫົວໜ້າ ກົມສູ້ຮົບກົມ ໃຫຍ່ເສນາທິການ ກອງທັບກໍໄດ້ຂຶ້ນຜ່ານບົດລາຍ ງານ ທັງສອງພາກເຊິ່ງໄດ້ຍົກໃຫ້ ເຫັນດ້ານດີ,ດ້ານອ່ອນ,ຂໍ້ຄົງ ຄ້າງທີ່ ຈະຕ້ອງໄດ້ພ້ອມກັນສູ້ຊົນ ແກ້ໄຂ, ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ໂຄງການຂອງກະຊວງ ປ້ອງກັນປະເທດວາງອອກ,ໂດຍ ຄະນະພັກ-ຄະນະກົມຕ້ອງໄດ້ ເອົາໃຈໃສ່ຊີ້ນຳ-ນຳພາວຽກ ງານຮອບດ້ານຂອງກົມກອງ ຕາມພາລະບົດບາດ ໂດຍຖືເອົາ ວຽກງານການເມືອງ-ນຳພາ ແນວຄິດ ເປັນບັນຫາສຳຄັນເຮັດ ໃຫ້ພະນັກງານສະມາຊິກພັກມີ ທັດສະນະຫຼັກໝັ້ນຄຸນທາດການ ເມືອງ,ຄຸນສົມບັດສິນທຳປະຕິ ວັດ, ກຳແໜ້ນຕໍ່ແນວທາງປ່ຽນ ແປງໃໝ່ຂອງພັກ, ມີແນວຄິດ ອຸ່ນອຽນທຸ່ນທ່ຽງເປັນເຈົ້າການ ນຳໜ້າທຸກຂົງເຂດວຽກງານວິ ຊາສະເພາະ, ຈຳແນກໄດ້ມິດ ສັດຕູຢ່າງຈະແຈ້ງທຸ່ມເທສະຕິ ປັນຍາເຫື່ອແຮງຂອງຕົນປະ ກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານຕ່າງໆ,ເວົ້າລວມ, ເວົ້າສະເພາະໜ້າທີ່ການເມືອງ ຂອງກົມກອງວາງອອກນອກ ຈາກນີ້ຍັງໄດ້ຫັນລົງກໍ່ສ້າງຮາກ ຖານການເມືອງພັດທະນາຊົນ ນະບົດຮອບດ້ານ,ໂດຍປະສານ ສົມທົບກັບກົມກໍ່ສ້າງຮາກຖານ ແລະບັນດາກົມກອງໃນກຳລັງ ຫຼວງ-ກຳລັງທ້ອງຖິ່ນຕິດພັນ ກັບວຽກງານ,ປກຊ-ປກສ ຢ່າງແຂງແຮງເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ. ນອກຈາກນີ້ຄະ ນະພັກ-ຄະນະ ກົມຍັງໄດ້ສູ້ຊົນເອົາໃຈໃສ່ຕໍ່ ວຽກງານແກ້ໄຂຊີວິດການ ເປັນຢູ່ຂອງພະນັກງານ- ນັກຮົບ ໃຫ້ນັບມື້ດີຂຶ້ນກວ່າເກົ່າ ເຊິ່ງໃນນີ້ ກົມກອງໄດ້ເອົາໃຈໃສ່ປູກຝັງ-ລ້ຽງສັດ ແລະ ໄດ້ລ້ຽງງົວ ລວມ ທັງໝົດ 41 ໂຕ, ເຊິ່ງປັດ ຈຸບັນ ນີ້ກົມກອງໄດ້ມີເງິນຝາກ ປະ ຢັດ ທັງໝົດ 432.800.000 ກີບ, ເງິນຈຳນວນດັ່ງກ່າວໄດ້ຈາກ ການໃຫ້ສຳປະທານທີ່ດິນຂອງ ກົມກອງຢູ່ບ້ານຖໍ້າ ແລະ ຂາຍງົວ ຈຳນວນໜຶ່ງ, ຈາກຜົນງານດັ່ງ ກ່າວກົມສາມາດຄັດເລືອກໄດ້ ສະມາຊິກພັກແຂງຮອບດ້ານ 35 ສະຫາຍ, ຍິງ 2 ສະຫາຍ, ແຂງ 5 ສະຫາຍ. ພ້ອມນີ້ກົມກອງຍັງ ໄດ້ຮັບຍ້ອງຍໍ, ຫຼຽນໄຊປະເພດ ຕ່າງໆຈຳນວນ 91 ໜ່ວຍ, ກົມ ກອງລວມໝູ່ ໄດ້ຮັບຫຼຽນໄຊອິດ ສະຫຼະຊັ້ນ II 1 ໜ່ວຍ, ບຸກຄົນ 3 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ III ບຸກຄົນ 5 ໜ່ວຍ, ຫຼຽນ ໄຊພິລາດອາດຫານຊັ້ນ I 3 ໜ່ວຍ, ຊັ້ນ II 4 ໜ່ວຍ, ຊັ້ນ III 8 ໜ່ວຍ ແລະ ຫຼຽນກຽດຕິຄຸນ 1 0 ໜ່ວຍຢ່າງສົມກຽດໄດ້ຕາມລະ ດັບຄາດໝາຍ. ໂດຍ: ແສງສຸລີ ພົມມະຈັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ